ເຈົ້າ​ໜ້າ​ທີ່​ລັດຖະບານ​ສ ​ເຊັກ​ເຫັນ​ວ່າ ການ​ທີ່​ຟີ​ລິບ​ປິນສະ​ເໜີ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ນັ້ນ​ເປັນ​ກາ​ນກະທຳ​ທີ່​ຂັດ​ແຍ້​ງກັນ​ເອງ
2016-07-03 17:09:20  cri 
ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ວອຍ​ເຈີດ​​ເຮີ ຟີ​ລິບ ​ຮອງ​ປະທານ​ສະພາ​ຕ່ຳ​ສ ​ເຊັກ​ຢືນຢັນ​ວ່າ ການ​ທີ່​ຟີ​ລິບ​ປິນສະ​ເໜີ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ພຽງ​ຝ່າຍ​ດຽວ​ນັ້ນ​ເປັນ​ການ​ກະທຳ​ທີ່ຂັດ​ແຍ້​ງກັນ​ເອງໂດຍ​ໄດ້​ລະ​ເມີດ​ຄວາມ​ພະຍາຍາມ​ທີ່​ຕົນ​ໄດ້​ເຮັດ​ຜ່ານ​ມາ​ເພື່ອ​ຫວັງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ວຍ​ການ​ປຶກສາ​ຫາລື.

ທ່ານ​ຟີ​ລິບ​ກ່າວ​ວ່າ: ການ​ທີ່​ຟີ​ລິ​ບປິນ​ໃຊ້​ການ​ກະທຳ​ພຽງ​ຝ່າ​ຍດຽວ​ນັ້ນ​ຂາດ​ຄວາມ​ພິຈາລະນາ​ຢ່າງ​ສຸຂຸມ​ຮອບ​ຄອບ, ​ເຊິ່ງ​ໄດ້​ກາຍ​ຂອບ​ກົດໝາຍ​ລະຫວ່າງ​ຊາດ​ທັງ​ໄດ້​ລະ​ເມີດ​ຄວາມ​ພະຍາຍາມ​ຂອງ​ຕົນ​​ໃນ​ຜ່ານ​ມາ​ເພື່ອ​ແກ້​ໄຂ​ບັນຫາ​ນີ້​ແລະ​ໄດ້​ຝ່າຝືນ​ຄຳ​ໝັ້ນ​ສັນຍາ​ຂອງ​ຟີ​ລິບ​ປິນທີ່​ເຄີຍ​ໃຫ້​ໄວ້​ວ່າຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ປະຕິບັດ​ຕາມ​ຫຼັກການ​ປຶກສາ​ຫາລື​ເປັນ​ເອກະ​ພາ​ບກັນ. ​ເວົ້າ​ໃນ​ດ້ານ​ນີ້​ແລ້ວ, ຫຼັກ​ໝັ້ນ​ຂອງ​ຟີ​ລິບ​ປິນ​ແມ່ນ​ບໍ່​ມີ​ຄວາມ​ຈະ​ແຈ້ງ. ສ່ວນ​ການ​ກະທຳ​ຂອງ​ຈີນ​ໃນ​ບັນຫາ​ດັ່ງກ່າວ​ນີ້​ແມ່ນ​​ມີ​ຄວາມ​ເໝາະ​ສົມ, ລັດຖະບານ​ຈີນ​ບໍ່​ອາດ​ຈະ​ຮັບ​ເອົາ​ອັນ​ທີ່​ເອີ້ນ​ວ່າການ​ຕັດສິນ​ໂດຍສານ​ອະນຸຍາ​ໂຕ​ຕຸລາ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ