ການ​ຕັດສິນ​ຢ່າງ​ຜິດ​ກົດໝາຍ​ເປັນ​ລະຄອນ​ຕະຫຼົກ​ດ້ານ​ການ​ເມືອງ
2016-07-04 17:58:27  cri 
ຫວ່າງ​ມໍ່ໆ​ມາ​ນີ້, ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຂອງ​ຈີນ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ພາກ​ຫົວ​ເລື່ອງ​ວ່າ "ການ​ຕັດສິນ​ຢ່າງ​ຜິດ​ກົດໝາຍ​ເປັນ​ລະຄອນ​ຕະຫຼົກ​ດ້ານ​ການ​ເມືອງ."

​ໃນ​ບົດ​ຄວາມ​ດັ່ງກ່າວ​ມີ​ບາງ​ຕອນ​ຂຽນ​ໄວ້​ວ່າ, ວັນ​ທີ 29 ມິຖຸນາ​ຜ່ານ​ມາ, ສານ​ຕັດສິນ​ຄະດີ​ທະ​ເລ​ຈີນ​ໃຕ້​ທີ່​ສ້າງ​ຕັ້ງ​ຂຶ້ນ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ຟີ​ລິບ​ປີນ​ແຕ່​ຝ່າຍ​ດຽວ​ນັ້ນ, ​ໄດ້​ປະກາດ​ວ່າ​ຈະ​ເປີດ​ເຜີຍ​ອັນ​ທີ່​ກ່າວ​ອ້າ​ງວ່າ​ຜົນ​ການ​ຕັດສິນ​ສຸດ​ທ້າຍ​ໃນ​ວັນ​ທີ 12 ກໍລະກົດ​ນີ້, ​ເຊິ່ງການ​ທີ່​ສານ​ຕັດສິນ​ທີ່​ບໍ່​ຊອບ​ດ້ວຍ​ກົດໝາຍ​ແຕ່​ປະການ​ໃດ​ເຮັດ​ແນວ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ເຈຕະນາ​ບໍ່​ດີ​ຂອງ​ເຂົາ​ທີ່​ຍອມ​ເປັນ​ເຄື່ອງມື​ທາງ​ການ​ເມືອງ​ຂອງ​ບາງ​ປະ​ເທດ.

ບົດ​ຄວາມ​ເນັ້ນ​ວ່າ, ຈີນ​ມີ​ຄວາມ​ເດັດດ່ຽວ​ໜຽວ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ດ້ານ​ດິນ​ແດນ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ, ​ໂດຍ​ຈະ​ບໍ່​ຮັບ​ເອົາ​ຄວາມ​ເຫັນ​ແລະ​ການ​ເຄື່ອນ​ໄຫວ​ບົນ​ພື້ນຖານ​ການ​ຕັດສິນ​ທີ່​ບໍ່​ຊອບ​ດ້ວຍ​ກົດໝາຍ​ໃດໆ, ​ແລະ​ກຽມພ້ອມ​ທຸກ​ເວລາ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ດ້ານ​ດິນ​ແດນ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຕົນ​ຢູ່​ທະ​ເລ​ຈີນ​ໃຕ້​ດ້ວຍ​ຄວາ​ມ​ເດັດດ່ຽວ​ແລະ​​ແຂງ. ​ເຈຕະນາ​ໃດໆ​ທີ່​ຫວັງ​ທຳລາຍ​ອະທິປະ​ໄຕ​ດ້ານ​ດິນ​ແດນ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ​ໂດຍ​ຜ່ານ​ຈາກ​ການ​ຕັດສິນ​ທີ່​ບໍ່​ຊອບ​ດ້ວຍ​ກົດໝາຍ​ເປັນ​ພ8ງ​ແຕ່​ຄວາມ​ເພີ້​ຝັນ​ລົມ​ທ​ແລ້ງໆ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ