ທະນາຄານ​ພັດທະນາ​ໃໝ່​ປະ​ເທດ​ບຣິກສ໌ຈຳໜ່າຍ​ພັນທະບັດ​ສີຂຽວ​ທີ່​ຄິດ​ລາຄາ​ດ້ວຍ​ເງິນ​ຢວນຈີນ
2016-07-04 17:58:55  cri 
   ວັນ​ທີ 3 ກໍລະກົດ​ນີ້, ທ່ານ ພາວ ຈູ​ນີ​ເອີ ຮອງ​ຜູ້ອຳນວຍການ​ໃຫຍ່ ທັງ​​ເປັນຫົວໜ້າ​ເຈົ້າໜ້າ​ທີ່​ຄວາມ​ສ່ຽງ​ຂອງ​ທະນາຄານ​ພັດທະນາ​ໃໝ່​ປະ​ເທດ​ບຣິກສ໌ ​ເຜີຍ​ໃຫ້​ຮູ້​ວ່າ, ທະນາຄານ​ຕົນ​ຈະ​ຈຳໜ່າຍ​ພັນທະບັດ​​ສີຂຽວ ​ແລະ​ຄິດ​ລາ​ຄາ​ດ້ວຍ​ເງິນ​ຢວນຈີນ ​​ເປັນຄັ້ງທຳ​ອິດ​ໃນ​ເດືອນ​ນີ້ ຫຼື ອາດ​ຈະ​ເປັນ​ເດືອນ​ໜ້າ ເພື່ອ​ສະໜັບສະໜູນ​ການ​ຫັນ​ເງິນ​ຢວນຈີນ​ເປັນ​ເງິນຕາ​ສາກົນ.

    ທ່ານ ຈູ​ນີ​ເອີ ອະທິບາຍ​​ວ່າ, ພັນທະບັດ​ສີຂຽວ​ໝາຍ​ຄວາມ​ວ່າ ລາຍ​ໄດ້​ຈາ​ກການຈຳໜ່າຍ​ຈະ​ໃຊ້​ເຂົ້າ​ໃນ​ໂຄງການ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ​ທະນາຄານ​ຕົນ​ຈະ​ໃຫ້​ຝ່າຍ​ທີ​ສາມ​ມາ​ຮັບປະກັນ​ໃຫ້​ລາຍ​ໄດ້​ຈາກ​ພັນທະບັດ​ສີຂຽວ​​ໃຊ້​ຢູ່​ໂຄງການ​ສີຂຽວ​ຢ່າງ​ແທ້​ຈິງ. ຂະນະ​ດຽວ​ກັນ, ທະນາຄານ​ຕົນ​ກໍ​ຈະ​ລະດົມ​ທຶນ​ໃນ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ດັ້ງ​ເດີມ​ຈຳນວນ​ໜຶ່ງ​ໃນ​ຕໍ່ໜ້າ.

    ທະນາຄານ​ພັດທະນາ​ໃໝ່ ​ແມ່ນ​ສະ​ຖາ​ບັນ​ການ​ເງິນຫຼາຍຝ່າຍ​ສາກົນ​ທີ່​ ​ລັດຖະບານ​ຂອງ 5 ປະ​ເທດ​ຄື ​ເບຼຊິນ, ຣັດ​ເຊຍ, ອິນ​ເດຍ, ຈີນ ​ແລະ​ອາ​ຟຣິກາ​ໃຕ້ ​​ເຊັນ​ສັນຍາ​ສ້າງຕັ້ງຂຶ້ນ​ໃນ​ວັນ​ທີ 15 ກໍລະກົດ​ປີ 2014 ​ແລະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 3 ກໍລະກົດ​ປີຜ່ານມາ ​ເຊິ່ງອີງ​ຕາມ​ສັນຍາ​ດັ່ງກ່າວ ສຳນັກງານ​ໃຫຍ່​ຂອງ​ທະນາຄານ​ດັ່ງກ່າວ​ຕັ້ງຢູ່​ນະຄອນ​ຊຽງ​ໄຮ​ສປຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ