ຄະດີ​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທຳລາຍ​ລະບຽບ​ການ​ຄວາມ​ໝັ້ນຄົງ​ແລະ​ກົນ​ໄກ​ສົນທະ​ນາ​ໃນ​ພາກ​ພື້ນ
2016-07-05 11:05:57  cri 
ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຫຼື​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ​ລາຍ​ງານ​ວ່າ: ນັບ​ແຕ່​ຟີ​ລິບ​ປິນສະ​ເໜີ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ພຽງ​ຝ່າຍ​ດຽວ​ແຕ່ເດືອນ​ມັງກອນ​ 2013 ມາ​ນີ້, ນັກວິຊາການ​ແລະ​ຊ່ຽວຊານ​ກົດໝາຍ​ລະຫວ່າງ​ຊາດ​ຂອງ​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້ເຫັນ​ເປັນ​ເອກະ​ພາບ​ກັນ​ໃນ​ເວລາ​ໃຫ້​ສຳພາດ​ວ່າ: ຄະດີ​ດັ່ງກ່າວ​ນີ້​ໄດ້​ເຮັດ​ໃຫ້​ກົດໝາຍ​ລະຫວ່າງ​ຊາດ​ສູນ​ເສຍ​ຄວາມ​ທ່ຽງ​ທຳ​ແລະ​ຍຸຕິ​ທຳ​ແລະ​ໄດ້​ທຳລາຍ​ລະບຽບ​ການ​ຄວາມ​ໝັ້ນຄົງ​ແລະ​ກົນ​ໄກ​ສົນທະນາ​ໃນ​ພາກ​ພື້ນ.ຈາກນີ້ຈິ່ງຖືວ່າອາດຈະ​ເປັນ​ໄພ​ຂົ່ມຂູ່​ອັນ​ໜັກໜ່ວງ​ຕໍ່ຄວາມ​ສົມບູນ​ແລະ​ຄວາມ​ສັກສິດ​ຂອງ​ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ​ນາງ​ນາທາ​ລີ ​ເຄລອິນ ສາ​ສະ​ດາ​ຈານວິທະຍາ​ໄລນິຕິສາດ​ມະຫາວິທະຍາ​ໄລ​​ແມັກ​ໂຄຣີອົສຕລາ​ລີ​ຢືນຢັນ​ວ່າ ຕາມ​ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດແລ້ວ, ສານ​ອະນຸຍາ​ໂຕ​ຕຸລາການ​ບໍ່​ມີ​ສິດ​ຄຸ້ມ​ຄອງ​ໃນ​ການ​ຕັດສິນ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ສະ​ເໜີ​ໂດຍ​ຟີ​ລິບ​ປິນ, ເນື່ອງຈາກວ່າ​ສົນທິສັນຍາ​ດັ່ງກ່າວ​ບໍ່​ໄດ້​ມອບ​ສິດ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງທີ່​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ​ໃດໆ ​ແລະ​ກໍ​ບໍ່​ໄດ້​ມອບ​ສິດ​ໃຫ້​ສານ​ດັ່ງກ່າວ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງລະຫວ່າງ​ເສັ້ນ​ຊາຍ​ແດນ​ຫຼື​ຕັດສິນ​ໃຫ້​ປະ​ເທດ​ໃດ​ໜຶ່ງຂີດ​ແບ່ງ​ເສັ້ນ​ຊາຍ​ແດນ​ທາງ​ທະ​ເລ.

ສາ​ສະ​ດາ​ຈານວິຊາ​ລັດຖະທຳ​ມະນູນ​ໂປ​ເຕີ ສະຕິ​ວ​ເຕີຂອງ​ວິທະຍາ​ໄລ​ນິຕິ​ສາດ​ມະຫາວິທະຍາ​ໄລ​ເຢວສະຫະລັດ​ອາ​ເມ​ລິ​ກາ​ຢືນຢັນ​ວ່າ​ສານ​ອະ​ນຸຍາ​ໂຕ​ຕຸລາການ​ບໍ່​ເອົາ​ຫົວໃສ່ໃຈຊາ​ເຖິງຄວາມ​ເປັນ​ຈິງ​ກ່ຽວ​ກັບ​ທາດ​ແທ້​ຂອງ​ຂໍ້​ຂັດ​ແຍ້​ງຢູ່​ທະ​ເລ​ຈີນ​ໃຕ້​ລະຫວ່າງ​ຈີນ-ຟີ​ລິບ​ປິນ​ແມ່ນ​ບັນຫາ​ກ່ຽວ​ກັບ​ອະທິ​ປະ​ໄພ​ດ້ານ​ດິນ​ແດນ​ແລະ​ການ​ຂີດ​ແບ່ງ​ເສັ້ນ​ຊາຍ​ແດນ​ທາງ​ທະ​ເລ​ໂດຍ​ຂືນປະຕິບັດ​ການ​ຕັດສິນ​ໂດຍສານ​ອະນຸຍາ​ໂຕ​ຕຸລາການ ເຊິ່ງ​ທາດ​ແທ້​ແລ້ວ, ​ເປັນ​ການ​ກະທຳ​ທີ່​ລະ​ເມີດ​ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​​ໄດ້​ມອບ​ສິດ​ໃຫ້​ປະ​ເທດ​ພາຄີ​ໝູນ​ໃຊ້​ສິດ​ຄັດ​ເລືອກ​ເພື່ອ​ປະຕິ​ເສດ​ຂໍ້​ຂັດ​ແຍ້​ງພິ​ເສດ.

ທ່ານ​ຮາ​ຊັນ ຈາ​ວິດ ຫົວໜ້າ​ສູນ​ຄົ້ນຄວ້າ​ຈີນ​ຂອງ​ມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ​ປາກິສະຖານ ອະດີດ​​ເອກ​ອັກຄະ​ລັດຖະທູ​ດປາ​ກິສະຖານ​ປະຈຳ​ເຢຍລະ​ມັນ​ເຫັນ​ວ່າ: ການ​ທີ່ສານ​ອະນຸຍາ​ໂຕ​ຕຸລາການບັງຄັບ​ເອົາ​ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ດ​ໃຫ້​ຢູ່​ເໜືອ​ຂອບ​ສົນທະນາ​ສັນຕິພາບ​ໃນ​ປັດຈຸບັນ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ​ລະຫວ່າງ​ຊາດນັ້ນ​ເປັນ​ການທຳລາຍ​ກົດໝາຍລະຫວ່າງ​ຊາດ​ແລະ​ສ້າ​ງຜົນ​ເສຍ​ຫາຍ​ໃຫ້​ແກ່​ກົນ​ໄກ​ສົນທະນາ​ສັນຕິພາບ​ໃນ​ພາກ​ພື້ນແລະນີ້​ຄື​ການ​ຂະຫຍາຍແລະ​ການໃຊ້​ສິດ​ຢ່າງ​ຜິດ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ