ອະທິປະ​ໄຕ​ແລະ​ສິດຜົນປະ​ໂຫຍ​ດຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​ຈະ​ບໍ່​​ໄດ້​ຮັບຜົນ​ກະທົບ​ຈາກ​ການ​ຕັດສິນ​ແບບ​ຜິດ​ກົດໝາຍ
2016-07-05 17:07:45  cri 
ຕາມ​ຂ່າວCRI: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 4 ກໍລະກົດ​ນີ້, ທ່ານ ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ອະທິປະ​ໄຕ​ແລະ​ສິດຜົນປະ​ໂຫຍ​ດຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​ຈະ​ບໍ່​​ໄດ້​ຮັບ​ຜົນ​ກ​ະທົບ​ຈາກ​ການ​ຕັດສິນ​​ແບບຜິດ​ກົດໝາຍ ທັງ​ເນັ້ນ "​ສານອະນຸຍາ​ໂຕ​ຕຸລາການ​ທີ່​ສ້າງ​ຕັ້ງ​ຂຶ້ນຕາມ​ຄວາມ​ຮຽກຮ້ອງຂອງ​ຟີ​ລິບ​ປິນ​ແຕ່​ຝ່າຍ​ດຽວບໍ່​ມີ​ສິດ​ຄອບຄອງ​ຕໍ່​ຄະດີ​ດັ່ງກ່າວ, ການ​ຕັດສິນ​ຂອງ​ສານ​ແມ່ນ​ຜະລິດ​ຕະພົນ​ແບບ​ຜິດ​ກົດໝາຍ​ໃນ​ການ​ໃຊ້ສິດ​ແລະອຳນາດ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ, ບໍ່​ມີ​ຜົນ​ສັກສິດ​ທາງ​ ​ກົດໝາຍ​ໃດໆ. ທ່ານ ຫົງ​ເຫຼີ​ຍ ກ່າວ​ຕື່ມ​ວ່າ: ສິ່ງ​ທີ່​ຄວນ​ຊີ້​​ໃຫ້​ເຫັນ​ຄືອະທິປະ​ໄຕ​ເໜືອ​ດິນ​ແດນ​ແລະ​ສິດ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​​ໄດ້ປາກົດຂຶ້ນ​ໃນປະຫວັດສາດ​​ເປັນ​ເວລາ​ຍາວ​ນານ ​ເຊິ່ງຜ່ານ​ມາ​ຈີນ​ທຸກ​ຊຸດ​ລັດຖະບານ​ລ້ວນ​ແຕ່​ໄດ້​ປົກ​ປ້ອງ ​ແລະ ມີ​ຫຼັກ​ຖານ​ອ້າງ​ອີງ​ທາງ​​ປະຫວັດສາດ​ແລະ​ກົດໝາຍຢ່າງ​ເຕັມ​ສ່ວນ. ອະທິປະ​ໄຕ​ແລະ​ສິດຜົນປະ​ໂຫຍ​ດຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​ຈະ​ບໍ່​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຕັດສິນ​​ແບບຜິດ​ກົດໝາຍ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ