ສຳ​ເລັດ​ການ​ກໍ່ສ້າງ​ຫໍພິພິທະພັນປະຈຳສະຖານ​ທີ່​ຈັດ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 6 ຂອງ​ພັກ​ກອມ​ມູນິດ​ຈີນ
2016-07-05 11:14:14  cri 
  ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 4 ກໍລະກົດ​ນີ້ຢູ່​ນະຄອນຫຼວງມົສກູ​ປະ​ເທດຣັດ​ເຊຍ, ​ໄດ້​ຈັດພິທີ​ສຳ​ເລັດ​ການ​ກໍ່ສ້າງ​ຫໍພິພິທະ​ພັນປະຈຳ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 6 ຂອງ​ພັກ​ກອມ​ມູນິດ​ຈີນ​ໂດຍ​ທ່ານ ສິຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ອວຍພອນ​​ວ່າ, ການ​ທີ່​ຫໍພິພິທະພັນ​ດັ່ງກ່າວ​ສ້າງ​ສຳ​ເລັດ​ເປັນໜຶ່ງ​ໃນ​ໝາກຜົນ​ທີ່​ສຳຄັນຂອງ​ການ​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ມືປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານ​ ທັງ​ເປັນ​ອີກໜຶ່ງສັນຍະ​ລັກ​ ແຫ່ງ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຈີນ-ຣັດ​ເຊຍ​ທີ່​ໄດ້​ພັດທະນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ຈາກ​ນີ້​ຈຶ່ງ​ເຊື່ອ​ໝັ້ນ​ວ່າຜົນສຳ​ເລັດ​ດັ່ງກ່າວ​ຈະ​ຊຸກຍູ້​ໃຫ້​ປະຊາຊົນ​ສອງ​ປະ​ເທດບັນທຶກໜ້າໃໝ່​ໃສ່​ປື້​ມປະຫວັດສາດ​ແຫ່ງ​​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງສອງ​ປະ​ເທດ.

  ທ່ານ ວຼາດີເມຍ ປູຕິນ ປະທານາທິບໍດີຣັດ​ເຊຍກໍ​ໄດ້ກ່າວອວຍພອນ​ວ່່າ, ການ​ສ້າງ​ຫໍພິພິທະພັນ​ດັ່ງກ່າວ​ເພື່ອ​ເປັນ​ການ​ລະນຶກ​ເຫດການ​ສຳຄັນ​ໃນ​ປະຫວັດສາດ ຮ່ວມ​​ຂອງຣັດ​ເຊຍ-ຈີນ​ແລະ​​ຖື​ວ່າ​ເປັນ​ຜົນງານ​ທີ່​ໄດ້​ມາ​ຈາກ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງຜູ້​ຊ່ຽວຊານ​ສອງ​ປະ​ເທດ​ໃນຫຼາຍ​ປີຜ່ານມາ. ​ແນວ​ໃດ​ກໍ​ດີ, ການ​ອະນຸລັກບູຮານ​ສະຖານ​ຍ່ອມ​ຈະ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມືປະສານ​ງານ​ຍຸດ​ທະ​ສາດ​ຮອບດ້ານຣັດ​ເຊຍ-ຈີນ​ເຊິ່ງລວມທັງ​ການ​ຮ່ວມ​ມື​ວັດທະນະທຳ​ໃຫ້​ໄດ້​ຮັບ​ການ​ພັດທະນາ​ຢ່າງ ມີຊີວິດ​ຊີວາຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ