ຜູ້​ຊ່ຽວຊານ​ຈີນ​ແລະ​ອາ​ເມ​ລິ​ກາ: ບໍ່​ຄວນ​ເວົ້າ​ບັນຫາ​ທະ​ເລ​ຈີນ​ໃຕ້​ເກີນ​ຄວາມ​ຈິງ
2016-07-06 12:49:59  cri 

ຕາມ​ຂ່າວ CRI: ວັນ​ທີ 5 ກໍ​ລະ​ກົດ​ນີ້ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ລິ​ກາ, ອົງການ​ຫົວ​ກະທິ​ຈີນ-ອາ​ເມ​ລິ​ກາ​​ໄດ້​ຈັດຕັ້ງ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ປຶກສາ​ຫາລື 3 ຫົວ​ຂໍ້​ຄື "​​ບັນຫາ​ທະ​ເລ​ຈີນ​ໃຕ້​ໃນມຸມມອງ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​" "ການ​ພິຈາລະນາ​ຄວາມ​ຂັດ​ແຍ້​ງກັນ​ແລະ​ອະນາຄົດ​ຢູ່​ທະ​ເລ​ຈີນ​ໃຕ້​ຈາກ​ຫຼາຍ​ແງ່" ​ແລະ "​ແນວ​ຄິດ​ແລະ​ຂໍ້​ສະ​ເໜີ​​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ແທ້​ຈິງ".

  ທ່ານ ​ດ້າຍ​ບິງ​ໂກ ອະດີດ​ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ກ່າວ​ໃນພິທີ​ໄຂການ​ສຳ​ມະ​ນາ​ດັ່ງກ່າວ​ວ່າ, ຜົນ​ການ​ຕັດ​ສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ຈະປະກາດ​ໃນ​​ໄວໆ​ນີ້​ເປັນ​ພຽງ​ແຕ່​ເຈ້ຍທີ່ບໍ່​ມີ​ຜົນ​ບັງຄັບ​ໃຊ້​ແຕ່​ປະການ​ໃດ​ເຊິ່ງມີ​ແຕ່​ຈີນ​ເທົ່າ​ນັ້ນ​ທີ່ເປັນ​ຜູ້​ຕັດສິນຊາຕາກຳ​ຕໍ່​ບັນຫາ​ອະທິປະ​ໄຕ​ດິນ​ແດນ​ແລະ​ກໍ​ຈະບໍ່ຮັບຮອງ​​ວິທີ​ການແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນທີ່​ຮ້ອງຂໍ​ນຳ​ຝ່າຍ​ທີ 3 ໃດໆ​ທັງ​ນັ້ນ. ຈາກ​ນີ້​ຈຶ່ງ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​ປະຕິບັດ​ຕາມ​ສັນຍາ​​ທີ່​ບໍ່​​ເຂົ້າ​ແຄ່ງ​ອອກ​ຂາ​​ໃນ​ບັນຫາ​ອະທິປະ​ໄຕ​ດິນ​ແດນທີ່​ຕົນໃຫ້​ໄວ້ທັງ​ໃຫ້​ເຫັນ​ແຈ້ງ​ວ່າເຈດ​ຈຳນົງຫຼື​ຍຸດ​ທະ​ສາດ​ຂອງ​ຈີນ​ຄື​ການ​ສ້າງ​ຄວາມຈະ​ເລີ​ນວັດທະນາໂດຍ​ສັນຕິ​ແລະຈີນ​ກໍ​ບໍ່​ມີ​ເຈຕະນາ​ແຂ່ງຂັນ​ຍາດ​​ແຍ່ງ​ອຳນາດ​ໃດໆ​,​ຈົ່ງປ່ອຍ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢູ່​ບ່ອນ​ທີ່​ເໝາະ​ສົມ​​ສຳລັບສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ແລະຈົ່ງ​ຢຸດຕິ​ການ​​ແຊກ​ແຊງ​ບັນຫາ​ອະ​ທິປະ​ໄຕ​ທີ່​ກ່ຽວຂ້ອງ​ກັບ​ທະ​ເລ​ຈີນ​ໃຕ້.

ທ່ານ Brandan S. Mulvaney, ຮອງ​ຫົວໜ້າ​ພະ​ແນ​ກພາສາ​ແລະ​ວັດທະນະທຳ​ຂອງ​ສະ​ຖາ​ບັນ​ກອງທັບ​ເຮືອ​ອາ​ເມ​ລິ​ກາ​ກ່າວ​ວ່າ:

 "​ເວົ້າ​ລວມ​ແລ້ວ, ການ​ພົວພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ພົວພັນ​ລະ​ຫວ່າງ​ກອງທັບ​ສອງ​ປະ​ເທດ, ​ໄດ້​ປັບປຸງ​ດີ​ຂຶ້ນ​ຫຼາຍ​ແລ້ວ. ​ແນວ​ໃດ​ກໍ​ດີບັນຫາ​ທະ​ເລ​ຈີນ​ໃຕ້​ຈະ​ສືບ​ຕໍ່​ກາຍ​ເປັນ​ບັນຫາ​ໜຶ່ງ​ທີ່​ເປັນ​ຈຸດ​ສຸມ, ​ແຕ່​ສອງ​ຝ່າຍ​ກໍ​ບໍ່​ຄວນກົດ​ໜ່ວງ​ວຽກ​ງານ​ເພື່ອ​ການ​ຮ່ວມມື​ແລະ​ສ້າງສາ​ຍພົວພັນ​ທີ່​ດີກ​ວ່າ​ເກົ່າ. ຂ້າພະ​ເຈົ້າ​ເຫັນ​ວ່າ​ຂໍ​ພຽງ​ແຕ່​ພວກ​ຂ້າພະ​ເຈົ້າ​ຍຶດໝັ້ນ​ສົ່ງ​ສັນຍາ​ນທີ່ຕັ້ງ​ໜ້າ, ກໍ​ຈະ​ສາມາດຫຼຸດ​​ຜ່ອນ​ສະຖານະ​ການທີ່​ອາດ​ຈະ​ເກີດ​ຄວາມ​ເຄັ່ງ​ຕຶງ​ໄດ້."

  ຂະນະ​ທີ່​ນັກວິຊາການ​ຈີນ-ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ເຫັນ​ວ່າ: ​ເນື່ອງ​ຈາກ​ມີ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ຈຶ່ງ​ເຮັດ​ໃຫ້​ເລື່ອງ​ນ້ອຍໆ​ນີ້​ກາຍ​ເປັນ​ເລື່ອງ​ໃຫຍ່, ​ແຕ່​ແນວ​ໃດ​ກໍ​ດີ, ຜົນ​ການ​ຕັດສິນ​ບັນຫາ​ດັ່ງກ່າວ​ບໍ່ສາມາດ​ສົ່ງ​ຜົນ​ກະທົບ​ທີ່​ແທ້​ຈິງ​ຕໍ່​ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ