ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນກ່າວ: ການ​ທີ່​ບໍ່​ຮັບ​ເອົາ​ການ​ຕັດສິນ​ຄະດີ​ທະ​ເລ​ຈີນ​ໃຕ້​ນັ້ນສອດຄ່ອງ​ກັບ​ກົດໝາຍ​ສາກົນ
2016-07-06 16:16:42  cri 
    ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ລິວ​ເຈີ້ນ​ມິນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ພິມ​ບົດ​ຄວາມ​ລົງ​ວາລະສານ "ຊິວ​ຊື້" ​ໂດຍ​ຂຽນ​ວ່າ, ການ​ທີ່​ຟິລິບ​ປິນຮ້ອງ​ຂໍ​ຕັດສິນ​ຄະ​ດີ​ທະ​ເລ​ຈີນ​ໃຕ້ ​ແມ່ນ​ລະຄອນ​ຕະຫຼົກທີ່​ເປືອກນອກ​ຄື​ກົດໝາຍ. ອະທິປະ​ໄຕ​ແລະ​ສິດຜົນປະ​ໂຫຍ​ດທີ່​ກ່ຽວຂ້ອງ​ຢູ່​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ ​ແມ່ນ​ໄດ້​ຮັບ​ໃນ​ຂະ​ບວນການ​ປະຫວັດສາດ​ອັນ​ຍາວ​ນານ ​ແລະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດໝາຍ​ສາກົນ ​ເຊິ່ງລວມທັງ "ສົນທິສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ". ການ​ທີ່​ຈີນ​ບໍ່​ຮັບ​ເອົາ​ກາ​ນຕັດສິນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ທີ່​ຟິລິບ​ປິນສະ​ເໜີ​ນັ້ນ ຈຶ່ງສອດຄ່ອງ​ກັບ​ກົດໝາຍ​ສາກົນ​ທັງ​ນັ້ນ.

    ໃນບົດ​ຄວາມ​ມີ​ບາງ​ຕອນ​ຂຽນ​ວ່າ, ຄະດີ​ຕັດສິນ ​ໄດ້​ປະຕິ​ເສດ​ຄວາມ​ຈິງ​ຕໍ່ສິດ​ຂອງ​ປະ​ເທດທີ່​ລົງ​ນາມ​​ເລືອກ​ຮູບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກັນ​ຢ່າງ​ເປັນ​ເຈົ້າການ ​ແລະ​ໄດ້​ທຳລາຍ​ລັກສະນະ​ຄົບ​ຖ້ວນ​ຂອງ​ລະບອບ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກັນ​ຂອງ​ສົນທິສັນຍາ​ດັ່ງກ່າວ. ການ​ກະທຳ​ຂອງ​ສານ​ຕັດສິນ​ພ້ອມ​ດ້ວຍ​ການ​ຕັດສິນ​​ໄດ້​ລະ​ເມີດ​ຈຸດປະສົງ​ທີ່​ຊຸກຍູ້​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ຂອງ​ສົນທິສັນຍາ​ທັງ​ນັ້ນ ທັງ​ໄດ້​ທຳລາຍ​ລັກສະນະ​ຄົບ​ຖ້ວນ​ແລະ​ອິດ​ທິພົນ​ຂອງ​ສົນທິສັນຍາ​ຢ່າງ​ໜັກໜ່ວງ. ສະນັ້ນ ຈຶ່ງ​ບໍ່​ມີ​ຄວາມ​ຍຸຕິ​ທຳ​ແລະ​ບໍ່​ຊອບ​ດ້ວຍ​ກົດໝາຍ.

    ບົດ​ຄວາມ​ຍັງ​ຂຽນ​ວ່າ, ຈີນ​ເຄົາລົບ​ບັນດາ​ປະ​ເທດ​ທີ່​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ​ໂດຍ​ຜ່ານ​ຮູບ​ການ​ທີ່​ເລືອກ​ເອງ​ບົນ​ພື້ນຖານ​ການ​ປຶກສາ​ຫາລື​ເຊິ່ງກັນ​ແລະ​ກັນ. ​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ເຊັນ "ສົນທິສັນຍາ" ດັ່ງກ່າວ, ຈີນ​ໄດ້​ມີ​ຄວາມ​ພະຍາຍາມ​ຢ່າງຫຼວງຫຼາຍ​ເພື່ອ​ບັນລຸ​ສົນທິສັນຍາ​ດັ່ງກ່າວ ​ແລະ​ໄດ້​ປະຕິບັດ​ຕາມ​ພັນທະ​ຕ່າງໆ​ຂອງ​ສົນທິສັນຍາ​ຕະຫຼອດມາ. ບໍ່​ວ່າ​ຄະດີ​ທະ​ເລ​ຈີນ​ໃຕ້​ທີ່​ຟິລິບ​ປິນສະ​ເໜີ​ນັ້ນ ​ຜົນ​ການ​ຕັດສິນຈະ​ອອກ​ມາ​​ແນວ​ໃດ​ກໍ​ຕາມ, ມັນ​ກໍບໍ່​ສາມາດຈຳກັດຈີນ ​ແລະ​ບໍ່​ກະທົບຕໍ່​ອະທິປະ​ໄຕ​ແລະ​ສິດຜົນປະ​ໂຫຍ​ດຢູ່​ທະ​ເລ​ຈີນ​ໃຕ້​ຂອງ​ຈີນຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ