ຈີນ​ປາຖະ​ກະຖາ​ບັນຫາ​ທະ​ເລ​ຈີນ​ໃຕ້​ຢູ່​ອັງກິດ
2016-07-07 10:23:23  cri 
ຕາມ​ຂ່າວ CRI, ວັນ​ທີ 6 ກໍລະກົດ​ນີ້ ຢູ່​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ລາຊະ​ອານາຈັກ​ອັງກິດ, ທ່ານ​ນາງ​ຟູ້​ຢິງ ຫົວໜ້າ​ຄະນະ​ກຳມາ​ທິການ​ການຕ່າງປະ​ເທດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ປາຖະກະຖາ​ຫົວ​ຂໍ້ "ການ​ເສຍ​ລະບຽບ​ກັບ​ການ​ສ້າງ​ລະບຽບ​ຄືນ​​ໃໝ່"​ໂດຍ​ໄດ້​​ບັນຍາຍຕື່ມ​ກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງ​ໃນ​ທະ​ເລ​ຈີນ​ໃຕ້​ແລະເປົ້າ​ໝາຍ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້.

ທ່ານກ່າວ​ວ່າ: ສິດ​ເປັນ​ເຈົ້າ​ໂລກ​ຂອງ​ອາ​ເມ​ລິ​ກາ​ ​ຢູ່​ບົນ​ພື້ນຖານ​ການ​ຄວບ​ຄຸມຊຸມທາງ​ສຳຄັນ​ທາງ​ທະ​ເລ,ດ້ວຍ​ເຫດ​ນີ້​ຈິ່ງກັງວົນ​ທີ່ຈີນດຳ​ເນີນ​ການ​ກໍ່ສ້າງ​ເພື່ອ​ຂະຫຍາຍ​ເກາະ​ແລະ​ຫີນ​ໂສ​ໂຄກ​ຢູ່​ທະ​ເລ​ຈີນ​ໃຕ້ຫຼາຍ​ທີ່​ສຸດ. ​ ​ສຳລັບ​ປະ​ເທດ​ຈີນ​ແລ້ວ, ຈຸດ​ໃຈກາງ​ຂອງ​ບັນຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​ຂໍ້​ຂັດ​ແຍ້​ງທີ່​ປິ່ນ​ອ້ອມ​ອະທິປະ​ໄຕ​ເໜືອ​ດິນ​ແດນ​ຂອງ​ໝູ່​ເກາະ​ນານ​ຊ່າ​ພ້ອມ​ດ້ວຍ​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ. ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ກະທຳ​ຂອງ​ບາງ​ປະ​ເທດ​ຮຽກຮ້ອງ​ສິດ​ອຳນາດ​ອະທິປະ​ໄຕ​ແລະ​ການ​ແຊກ​ແຊງ​ຂອງ​ອາ​ເມ​ລິ​ກາ​ກຳລັງ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ເກີດ​​ການ​ປ່ຽນ​ແປງ. ຄົນ​ຈີນ​ເຊື່ອ​​ນັບ​ມື້​ນັບ​ຫຼາຍຂຶ້ນວ່າ ອາ​ເມ​ລິ​ກາ​ກຳລັງ​ສະໜັບສະໜູນ​ບາງ​ປະ​ເທດ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຈີນ. ການວິນິ​ໄສ​ທີ່​ຜິດພາດ​ມັກ​ຈະ​ເຮັດ​ໃຫ້​ເກີດຜົນ​ຮ້າຍ​​ໃນພາຍຫຼັງ, ຖ້າ​ຢາກ​ຫຼຸດອອກ​ຈາກ​ສະພາບ​ອັດຕະຄັດ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ເກີດ​ຈາກ​ບັນຫາ​ທະ​ເລຈີນ​ໃຕ້​ນັ້ນ, ຈີນ​ແລະ​ອາ​ເມ​ລິ​ກາ​ຄວນ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​​ເຈດ​ຈຳ​ນົງ​ຂອງ​ຕົນ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ວິນິດ​ໄສ​ຢ່າງ​ຜິດພາດ.

ທ່ານ​ນາງ​ຟູ້ຢິງກ່າວ​ຕື່ມ​ວ່າ: ​ເປົ້າ​ໝາຍ​ຂອງ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້, ກ່ອນ​ອື່ນ​ແມ່ນ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດດ້ານ​ອະທິປະ​ໄຕ​ເຊິ່ງຈຸດ​ນີ້ ຈີນ​ແລະ​ອາ​ເມ​ລິກາ​ບໍ່​ຄວນ​ກ້າວ​ສູ່​ການ​ແຂ່ງຂັນ​ຍຸດ​ທະ​ສາດ​ທີ່ຕັ້ງພູມສາດ ​ເພາະວ່າ​ເມື່ອ​ໃດທີ່​ເກີດ​ກໍລະນີດັ່ງກ່າວນີ້​ແລ້ວ​ ​ກໍ​ຍາກ​ທີ່​ຈະ​ຫຼີກ​ເວັ້ນ​ ​ການ​ຕົກ​ຢູ່​ໃນ​ພາວະ​ການ​ຕໍ່ສູ້​ໄລຍະ​ຍາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ