ຕຳຫຼວດ​ອາ​ເມ​ລິ​ກາ​ຍິງ​ຊາວ​ຜິວ​ດຳ​​ເສຍ​ຊີວິດ
2016-07-07 17:16:59  cri 


ວັນ​ທີ 5 ກໍລະກົດ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຢູ່​ເມືອງ ບາ​​ໂຕນ ຣຸ​ເກີ ລັດ​ລູອີ​​ເຊຍ​ນາ​ຂອງ​ອາ​ເມ​ລິ​ກາ, ຊາຍ​ຜິວ​ດຳ​ຊື່ Alton Starling ອາຍຸ 37 ປີ​ ​ໄດ້​ຖືກ​ຍິງ​ເສຍ​ຊີວິດ​ຈາກ​ການ​ຍິງ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຜິວ​ຂາວ 2 ຄົນ ​ເຊິ່ງ​ເຫດການ​ສະຫຍອງ​ຂວັນ​ດັ່ງກ່າວ​ໄດ້​ຖືກ​ບັນທຶກ​ຈາກ​ກ້ອງຣາຈອນ​ປິດ​ໃນ​ຂະນະ​ກ່ອນ​ແລະ​ຫຼັງ​ເກີດ​ເຫດ ​ແລະ​ຜ່ານ​ການ​ສັນ​ລະ​ສູດ​ສົບ​ພົບ​ວ່າ: ​ເອິກ​ແລະ​ຫຼັງ​ຊາຍ​ຜິວ​ດຳ​ຄົນ​ນີ້​ຖືກ​ຍິງ​ຫຼາຍ​ນັດ. ຂະນະ​ທີ່​ກ່ອນ​ເກີດ​ເຫດ, ລາວ​ໄດ້​ຕັ້ງ​ຈຸດ​ຂາຍ​ແຜ່ນ CD ຢູ່​ໜ້າ​ຮ້ານ​ຂາຍ​ສິນຄ້າ​ແຫ່ງ​ໜຶ່ງ​ເຂດ​ເມືອງ​ດັ່ງກ່າວ.


​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ: ກ່ອນ​ເກີ​ດ​ເຫດ, ​ໄດ້​ຮັບ​ຊາບ​ວ່າ​ມີ​ຜູ້​ຊາຍ​ຜິວ​ດຳ​ທີ່​ເຄາະ​ຮ້າຍ​ລາຍ​ນີ້​ຖື​ປືນ​ຂົ່ມຂູ່​ຜູ້​ອື່ນ​ຢູ່​ບໍລິ​ເວນ​ດັ່ງກ່າວ. ​ແນວ​ໃດ​ກໍ​ດີ​ໃນ​ປັດຈຸບັນ, ຕຳຫຼວດ​ທັງ​ສອງ​ຄົນ​ດັ່ງກ່າວ​ພວມ​ພັກ​ວຽກ​ຕາມ​ປົກກະຕິ. ຂະນະ​ດຽວ​ກັນ​ກໍ​ມີ​ຜູ້​ປະ​ທ້ວງ​ປະມານ 200 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຖະໜົນ​ໃກ້​ຈຸດ​ເກີດ​ເຫດ ​ແຕ່​ກໍ​ຖືກ​ຕຳຫຼວດ​ສະ​ລາຍການ​ຊຸມນຸມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ