ເລຂາ​ທິການ​ສູນ​ກາງ​ພັກກອມ​ມູນິດ​ຈີນຫາລືກັບ​ຄະນະ​ຜູ້​ແທນ​ພັກ​ປະຊາຊົນ​ປະຕິວັດ​ລາວ
2016-07-08 11:21:19  cri 
ວັນ​ທີ 7 ກໍລະກົດ​ນີ້, ທ່ານ ຈ້າວ​ຫົງ​ຈູ້​ ​ເລຂາທິການສູນ​ກາງ​ພັກ, ຮອງ​ປະທານຄະນະກຳມະການກວດກາລະບຽບ​ວິ​ໄນສູນກາງພັກກອມ​ມູນິດ​ຈີນ​ໄດ້ຫາລືກັບ​ຄະນະ​ຜູ້​ແທນ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທີ່​ນຳ​ໂດຍ​ທ່ານ​ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານຄະນະກຳມະການກວດກາສູນກາງພັກ.

ທ່ານ ຈ້າວ​ຫົງ​ຈູ້ ກ່າວວ່າ: ນັບແຕ່ກອງປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 18​ ຂອງພັກ​ກອມ​ມູນິດ​ຈີນ​ເປັນ​ຕົ້ນ​ມາ, ​ສູນ​ກາງ​ພັກທີ່​ນຳພາ​ໂດຍທ່ານ ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ໄດ້​ຊຸກຍູ້ການບໍລິຫານ​ງານພັກ​ຢ່າງ​ເຄັ່ງ​ຄັດ​ແລະ​ຮອບດ້ານ, ການ​ກໍ່ສ້າງ​​ແບບ​ແຜນ​ຂອງພັກ​ທີ່​ປອດ​ໃສ​ຂາວ​ສະອາດ​ແລະ​ປະສົບ​ຜົນສຳ​ເລັດ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງໃຫຍ່​ຫຼວງ.ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ແລະ​ຖອດ​ຖອນ​ບົດຮຽນ​​ເຊິ່ງກັ​ນ​ແລະກັນ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ຮ່ວມ​ກັນ​ແບ່ງປັນ​ຜົນສຳ​ເລັດ​ຈາ​ກການ​ຮ່ວມ​ມື​ໃນ​ການ​ສະກັດ​ກັ້ນ​ສະພາບ​ການ​ສໍ້​ລາດ​ບັງ​ຫຼວງ​ລະຫວ່າງ​ປະຊາຊົນສອງ​ປະ​ເທດ.

ທ່ານ ບຸນ​ທອງ ກ່າວ​ວ່າ: ລາວ​ຍິນ​ດີ​ເພີ່​ມທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ການ​ສະກັດ​ກັ້ນ​ສະພາບ​ການ​ສໍ້​ລາດ​ບັງ​ຫຼວງ ພ້ອມ​ທັງຖອດ​ຖອນ​ບົດຮຽນ​​ແຫ່ງ​ຜົນສຳ​ເລັດ​ຂອງຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ