ແຜນ​ທີ່​ສະ​ໄໝ​ບູຮານ​ຈີນ​ທີ່​ລ້ຳ​ຄ່າ​ຢັ້ງຢືນ​ເຖິງ​ອະທິປະ​ໄຕ​ເໜືອ​ທະ​ເລ​ຈີນ​ໃຕ້ຂອງ​ຈີນ
2016-07-08 11:13:53  cri 

ພາບ​ທີ​ໜຶ່ງ: "​ແຜນ​ທີ່​ພູມ​ສາດ​ທົ່ວ​ລາຊະ​ອານາຈັກຊິ່ງ​ເອກະ​ພາບ​ໝື່ນ​ປີ" ​ແມ່ນ​ແຜນ​ທີ່​ພູມ​ສາດ​ລວມຂອງ​ທົ່ວ​ປະ​ເທດ​ຈີນ​ໃນ​ລາຊະວົງ​ຊິ່ງ (ປີ 1636-1911), ​ແຜນ​ທີ່​ເດີມ​ແຕ້ມ​ໂດຍ​ທ່ານ ຮວງ​ຊ່ຽນ​ເຣີນ ຂອງ​ລາຊະວົງ​ຊິ່ງ​ເມື່ອ​ຊຽນລົງ​ຮ່ອງ​ເຕ້ປີ​ທີ 32 (ຄສ 1767), ຫຼັງຈາກ​ນັ້ນ ​ໄດ້​ເພີ່ມ​ເນື້ອ​ໃນ​ແລະ​ພິມ​ຈຳໜ່າຍ​ຄືນ​ໃໝ່. ​ສີຟ້າ​ໃນ​ແຜນ​ທີ່​ແມ່ນ​ດິນ​, ​ສີຂຽວ​ແມ່ນ​ເຂດ​ນ້ຳ. ທີ່​ໝາຍວ່າ "ຊາງ​ຊ່າ​ໝື່ນ​ລີ້" ​ແລະ "ຊືທາງ​ໝື່ນ​ລີ້" ​ໃນ​ແຜນ​ທີ່​ດັ່ງກ່າວ ​ແມ່ນ​ຊື່​ເອີ້ນ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້​ຫຼັງລາຊະວົງ​ຊົ້ງ (ປີ 960-1279).


ພາບ​ທີ​ສອງ: ​ເດືອນ​ເມສາ​ປີ 1935 (ສາທາລະນະ​ລັດຈີນ​ປີ​ທີ 24), ວາລະສານຂອງ​ຄະນະ​ກຳມະການ​ກວດກາ​ແຜນ​ທີ່​ທາງ​ນ້ຳ​ທາງບົກ​ສະບັບ​ທີ​ສອງ​ ​ໄດ້​ພິມ​ຈຳໜ່າຍ "​ແຜນ​ທີ່​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້​ຂອງ​ຈີນ" ​ໂດຍ​ໄດ້​ໝາຍ​ຈຸດ​ໃຕ້​ສຸດ​ຢູ່​ຫາດ​ເຈິ່ງ​ມູ (​ແກ້ງ​ເຈິ່ງ​ມູ​ໃນ​ປັດຈຸບັນ) ​ເສັ້ນຂະໜານ 4 ອົງສາ​ເໜືອ, ​ເຊິ່ງ​ແຜນ​ທີ່​ດັ່ງກ່າວ​​ເປັນ​ການ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຂີດ​ເສັ້ນຂີດ​ຕໍ່​ທະ​ເລ​ຈີນ​ໃຕ້​ໃນ​ພາຍຫຼັງ.


ພາບ​ທີ​ສາມ: ​ເດືອນ​ຕຸລາ​ປີ 1947 (ສາທາລະນະ​ລັດ​ຈີນ​ປີ​ທີ 36), ບົນ​ພື້ນຖານຂອງ​ແຜນ​ທີ່​ສະບັບ​ດັ່ງກ່າວ, ລັດຖະບານ​ສາທາລະນະ​ລັດ​ຈີນ​ໄດ້​ປັບປຸງ​ເສັ້ນຂີດ​ຕໍ່ 11 ​ເສັ້ນ. ປີ 1948 (ສາທາລະນະ​ລັດ​ຈີນ​ປີ​ທີ 37), ​ໄດ້​ພິມ​ຈຳໜ່າຍ "​ແຜນ​ທີ່​ທີ່​ຕັ້ງຂອງ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງ​ເປັນ​ທາງ​ການ ​ເຊິ່ງ​ໃນ​ແຜນ​ທີ່​ນີ້​ໄດ້​ໝາຍ​ເສັ້ນຂີດ​ຕໍ່ 11 ​ເສັ້ນ ອັນ​ໄດ້​ກາຍ​ມາເປັນຫຼັກຖານອ້າງ​ອີງ​ດ້ານ​ກົດໝາຍ​ແລະ​ນິຕິ​ກຳ​ທີ່​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຢູ່​ທະ​ເລ​ຈີນໃຕ້​ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ