ນັກວິຊາການຕອບໂຕ້ສື່ຕາເວັນຕົກທີ່ບິດເບືອນບັນຫາທະເລຈີນໃຕ້
2016-07-08 16:54:18  cri 
ຂ່າວສານຊິນຮວາ:ໃນບັນຫາທະເລຈີນໃຕ້,ສື່ຕາເວັນຕົກຈຳນວນໜຶ່ງຫວັງ​ປິດບັງຄວາມຈິງດ້ວຍ ຄຳຫຼອກລວງ,​ເຮັດໃຫ້ຫາງສຽງເຂົ້າໃຈຜິດ​ແລະ​ເກີດອະຄະຕິ,ແຕ່ກໍບໍ່ໝາຍຄວາມວ່າ, "ຂ່າວເທັດ"ທີ່ຕັ້ງໃຈປິດ​ອຳເຫຼົ່ານີ້ສາມາດຫຼອກລວງສາຍຕາຂອງນັກວິຊາການແລະຜູ້ທີ່ມີຄວາມ
ສາມາດ​ຈຳ​ແນ​ກຄວາມ​ເທັດ​ຈິງ​ຂອງ​ຂໍ້​ມູນ​ຂ່າວສານ​ໄດ້.

ຫວ່າງ​ມໍ່ໆ​ນີ້,​ທ່ານ​​ເດ​ວິດ ​ເວ​ວຊ ສາ​ສະ​ດາ​ຈານ​ວິຊາ​ການ​ເມື​ອງຂອງ​ມະຫາວິ​ທະຍາ​ໄລ​ວາເຕີ​ລູປະ​ເທດ​ການ​າດາ​ກໍ​ໄດ້​ກ່າວ​ຕອບ​ໂຕ້​ສື່​ຕາ​ເວັນ​ຕົກ​ທີ່​ຂະນະ​​ລາຍ​ງານ​ບັນຫາ​ທະ​ເລ​ຈີນ​ໃຕ້,​ໂດຍ​ຕັ້ງ​ໃຈ​ໃຊ້​ຄຳ​ວ່າ "ຈີນ​ມີ​ການ​ກະທຳ​ລັກສະນະ​ໂຈມ​ຕີ", " ຈີນ​ຂົ່ມຂູ່​ເສ​ລີ​ພາບ​ໃນ​ການ​ບິນ​ແລະ​ການ​ເດີນ​ເຮືອ"​ແລະ​ອື່ນໆ​,​ເຮັດ​ໃຫ້​ຜູ້​ອ່ານ​ວາດພາບ​​ເຫັນ​ສັນຍານ​ຕໍ່​ບັນຫາ​ທະ​ເລ​ໃຕ້​ໄປ​ໃນ​ຕົວ.ຂະນະ​ດຽວ​ກັນ,ທ່ານ​ໄດ້​ສະ​ເໜີ​ໃຫ້​ສື່​ຕາ​ເວັນ​ຕົກ​ຄວນ​ສຶກສາ​ຄົ້ນຄວ້າ​ຄຳ​ຖະ​ແຫຼງຂອງ​ທາງ​ການ​ຈີນຢ່າງ​ຄັກ​ແນ່​ເພື່ອ​ເຮັດ​ໃຫ້ການ​ລາຍ​ງານ​ຂ່າວ​ສົມດູ​ນ​ແລະ​ຍຸຕິ​ທຳ.

​ນັບແຕ່​ປີຜ່ານມາ​ເຖິງ​ປັດຈຸບັນ,ທ່ານ​ເກຣ ​ອົສ​ຕິນ ນັກ​ຄົ້ນຄວ້າຈາກ​ສະ​ຖາ​ບັນ​ຄົ້ນຄວ້າ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ​ອາ​ເມ​ລິ​ກາ​ໄດ້​​ເຜີຍ​ແຜ່​ບົດ​ຄວາມຢ່າງ​ຕໍ່​ເນື່ອງ,​ໂດຍ​​ໄດ້​ຂຽນ​ຕອບ​ໂຕ້ການ​ລາຍ​ງານ​ຂອງ​ສື່​ຈຳນວນ​ໜຶ່ງກ່ຽວ​ກັບ "ຈີນ​ຖົມ​ທະ​ເລ​ເພື່ອ​ສ້າງ​ເກາະ​ທີ່​ມີ​ລັກສະນະ​ໂຈມ​ຕີຢູ່​ທະ​ເລ​ຈີນ​ໃຕ້".ທ່ານ​ໄດ້​ປຽບທຽບ​ກິດ​ຈະກຳ​ຂອງ​ຈີນ​ແລະ​ປະ​ເທດ​ອ້ອມ​ຂ້າງ​ອື່ນໆ​ຢູ່​ທະ​ເລ​ຈີນ​ໃຕ້​ແລ້ວ​ຈຶ່ງ​ເຫັນ​ວ່າ,ການ​ໃຊ້ປະ​ໂຫຍ​ກ "ລັກສະນະ​ໂຈມ​ຕີ"ນັ້ນ​ບໍ່​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ.

ຫວ່າງ​ມໍ່ໆ​ນີ້,ທ່ານ​ເບ​ນ ​ເຣ​ໂທດ​ສ ນັກວິ​ເຄາະ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກໍ​ໄດ້​ເຜີ​ຍ​ແຜ່​ບົດ​ຄວາມ​ໂດຍ​ໄດ້​ຕຳ​ໜິ​ໜັງສືພິມ​ນີວຢອກ​ແທມສ​ວ່າ,ບົດ​ນຳ​ບົດ​ໜຶ່ງ​ຂອງ​ໜັງສືພິມ​ດັ່ງກ່າວ​​ທີ່​ພິມ​ຫວ່າງ​ມໍ່ໆ​ນີ້​ໄດ້​ວາດ​ພາບ​ໃຫ້​ເຫັນ​ການ​ເປັນ​ປໍ​ລະ​ປັກ​ກັນ​ລະຫວ່າງ​ອາ​ເມ​ລິ​ກາ​ແລະ​ຈີນ​ຢູ່​ທະ​ເລ​ຈີນ​ໃຕ້​ດ້ວຍຄວາມ​ຈົງ​ໃຈ​ແລະ​ບົດ​ລາຍ​ງານ​ຂ່າວ​ທີ່​ທັງ​ແທ້​ເ​ແລະ​ເທັດກ້ຳ​ເກິ່ງ​ກັນ​ເພື່ອ​​ເຮັດໃຫ້​ຄົນ​ອາ​ເມ​ລິ​ກາ​ເຂົ້າ​ໃຈ​ຜິດ​ເຊິ່ງນີ້​ກໍເປັນ​ການ​ກະທຳ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ,​ແລະ​ກໍມີ​ແຕ່ຈຳ​ເຮັດ​ໃຫ້​ປະຊາຊົນ​ອາ​ເມ​ລິ​ກາ​ແລະ​ຈີນ​ເປັນ​ປໍ​ລະ​ປັກ​ກັນ​ເທົ່າ​ນັ້ນ.ພວກ​ເຮົາ​ມີໜ້າ​ທີ່​ຮັບຜິດ​ຊອບ​ໃນ​ການ​ດັດ​ແປງ​ຖ້ອຍ​ຄວາມ​ທີ່​ຜິດພາດ​​ແລະ​ອັນຕະລາຍເຫຼົ່ານີ້."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ