ກະຊວງ​ການ​ຕ່າງປະ​ເທດຈີນ​ກ່າວ​ວ່າ: ການ​ທີ່​​ເຈດ​ຕະນາຢາກ​ບັງຄັບ​ຈີນຮັບ​ເອົາ​ຜົນ​ການ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ນັ້ນພຽງ​ແຕ່​ແມ່ນ​ຄວາມ​ຝັນ​ຊື່ໆ​ເທົ່າ​ນັ້ນ
2016-07-09 14:25:27  cri 
ວັນ​ທີ 8 ກໍລະກົດ​ນີ້, ທ່ານ​ຫົງ​ເຫຼີຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ: ຫຼັກ​ໝັ້ນ​ຂອງ​ຝ່າຍຈີນທີ່​ບໍ່​ຮັບ​ເອົາ ບໍ່​​ເຂົ້າ​ຮ່ວມອັນ​ທີ່​ວ່າການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ນັ້ນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ, ຝ່າຍ​ທີ່​ກ່ຽວຂ້ອງ​ເຈດ​ຕະນາ​ຢາກ​ບັງຄັບ​ຈີນ​ຮັບ​​ເອົາ​ຜົນ​ການ​ຕັດສິນ​ດ້ວຍ​ການ​​ໃຊ້​ຄວາມ​ກົດ​ດັນດ້ານ​ການ​ຕ່າງປະ​ເທດ​ແລະ​ການ​ໂຄສະນາ​ຫຼອກ​ລວງ​ດ້ານ​ຫາງ​ສຽງ​ນັ້ນ ພຽງ​ແຕ່​ແມ່ນ​ຄວາມ​ຝັນ​ຊື່ໆ​ເທົ່າ​ນັ້ນ.

ຕາມ​ຂ່າວ​​ແຈ້ງວ່າ: ວັນ​ທີ 7 ກໍ​ລະ​ກົດ​ນີ້,​ເຈົ້າ​ໜ້າ​ທີ່​ບາງ​ຄົນ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ: ຜົນ​ການ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການຕັດສິນ​ບັນຫາ​ທະ​ເລ​ຈີນ​​ໃຕ້​ຂອງ​ຟີ​ລິບ​ປິນຈະ​ຕົກລົງ​ວ່າ ພາກ​ພື້ນ​ແຫ່ງ​ນີ້​ແມ່ນ​ພັດທະນາ​ຈະ​ເລີ​ນ​ໂດຍ​ອາ​ໄສ​ກົດໝາຍ​ແລະ​ກົດ​ລະບຽບ ຫຼື​ສຸດ​ແລ້ວ​ແຕ່​ກຳລັງ​ຕົວ​ຈິງ. ຝ່າຍ​ອາ​ເມ​ລິ​ກາ​ຮຽກຮ້ອງ​ໃຫ້ຈີນ​ແລະ​ຟີ​ລິບ​ປິນ​ເຄົາລົບ​ຜົນ​ການ​ຕັດສິນ,​ແລະ​ຮຽກຮ້ອງ​ໃຫ້​ຝ່າຍ​ກ່າວ​ຟ້ອງ​ຫຼີກ​ລຽງ​ການກະທຳ​ທີ່​ທ້າ​ທາຍ​ເກາະ​ຜິດ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ: ການ​ຕັດສິນ​ທີ່​ສະ​ເໜີ​ໂດຍ​ລັດຖະບານ​ອາ​ກີ​ໂນ 3 ຂອງ​ຟີ​ລິບ​ປິນ​ແຕ່​ຝ່າຍ​ດຽວ​ນັ້ນ,​ໄດ້​ບິດ​ເບືອນ​ວັດຖຸ​ປະສົງ​ຂອງ"ສົນທິສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ",​ໄດ້​ທ້າ​ທາຍ​ຕໍ່"ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​​​ໃນ​ທະ​ເລ​ຈີນ​ໃຕ້"​​ເຊິ່ງ​ເປັນ​ກົດ​ລະບຽບ​ຂອງ​ພາກ​ພື້ນ, ​​​ເປັນ​ການ​ຕໍ່ຕ້ານ​ກົດໝາຍ​ແລະ​ກົດ​ລະບຽບດ້ວຍ​ການ​ຊູ​ຄັນ​ທຸງ​ກົດໝາຍ​ແລະ​ກົດ​ລະບຽບ. ຝ່າຍ​ຈີນ​ບໍ່​ຮັບ​ເອົາ ບໍ່​ເຂົ້າ​ຮ່ວມອັນ​ທີ່​ວ່າ​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນບັນດາ​ທະ​ເລ​ຈີນ​ໃຕ້​ແລະ​ຜົນ​ການ​ຕັດສິນນັ້ນ,ກໍ່​ແມ່ນ​ເພື່ອ​ປົກ​ປັກ​ຮັກສາ"ສົນທິສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ"​ແລະ"ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​​​ໃນ​ທະ​ເລ​ຈີນ​ໃຕ້", ​​ແມ່ນ​ການ​ປະຕິບັດ​ຕາມ​ກົ​ດໝາຍ,​ເປັນ​ການ​ປົກ​ປັກ​ຮັກສາ​ກົດໝາຍ​​ແລະກົດ​ລະບຽບ​ສາກົນ​ຢ່າງ​ແທ້​ຈິງ. ຫຼັກ​ໝັ້ນ​ຂອງ​ຈີນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ.

ທ່ານ​ຫົງ​ເຫຼີ​ຍຍັງ​ກ່າວ​ວ່າ: ຝ່າຍ​ທີ່​ກ່ຽວຂ້ອງ​ເຈດ​ຕະນາ​ຢາກ​ບັງຄັບ​ຈີນ​ຮັບ​​ເອົາ​ຜົນ​ການ​ຕັດສິນ​ດ້ວຍ​ການ​​ໃຊ້​ຄວາມ​ກົດ​ດັນດ້ານ​ການ​ຕ່າງປະ​ເທດ​ແລະ​ການ​ໂຄສະນາ​ຫຼອກ​ລວງ​ດ້ານ​ຫາງ​ສຽງ​ນັ້ນ ພຽງ​ແຕ່​ແມ່ນ​ຄວາມ​ຝັນ​ຊື່ໆ​ເທົ່າ​ນັ້ນ, ພວກ​ເຮົາ​ເຕືອນ​ໃຫ້​​ເຂົາ​ປະລະຄວາມ​​ເຈດ​ຕະນາທີ່​​ເສຍ​ແຮງ​ລ້າໆ​ຄື​ແນວ​ນີ້​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ