ກອງທັບ​​ເຮືອ​ຈີນ​ຈັດການ​ຊ້ອມ​ຮົບ​ຢູ່​ທະ​ເລ​ຈີນ​ໃຕ້
2016-07-09 15:37:41  cri 
ວັນ​ທີ 8 ກໍລະກົດນີ້, ກອງທັບ​ເຮືອ​ຈີນ​ໄດ້​ຈັດ​ຕັ້ງ​ການຊ້ອມ​ຮົບ​ແບບ​ຕໍ່ຕ້ານ​ກັນ​ຢູ່​ບໍລິ​ເວນ​ແຕ່​ເກາະ​ໄຫ​ຫຼຳ​ຮອດ​ເຂດ​ທະ​ເລ​ໃກ້​ກັບ​ຊີ່​ຊ່າ​ທະ​ເລ​ຈີນ​ໃຕ້​​​ໂດຍ​ແບ່ງ​ກອງ​ທະຫານ​ໃຫ້​ເປັນ​ສອງ​ຝ່າຍ​ຄື​ຝ່າຍ​ແດງ​ແລະ​ຝ່າຍ​ສີຟ້າ​ໃຫ້​ດຳ​ເນີນ​ການ​ຝຶກ​ຊ້ອມ​​ດ້ານການ​ບຸກ​ໂຈມ​ຕີ​ແລະ​ການ​ປ້ອງ​ກັນ​ແບບ "ຫຼັງ​ອີງ​ຫຼັງ"ຢູ່​ເຂດ​ທະ​ເລ​ທີ່​ກຳນົດ​ໄວ້. ກອງ​ເສນາ​ທິການ​ປະສົມ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ກອງ​ຄຸ້ມ​ຄອງ​ການ​ຝຶກ​ຊ້ອມ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ,ການ​ນຳ​ເຂດ​ສູ້​ຮົບ​ພາກ​ໃຕ້​ແລະກຳມະການ​ປະຈຳ​ຄະນະ​ພັກກອງທັບ​ເຮືອຈີນ​ທຸກ​ທ່ານ​ໄດ້​​​ເຂົ້າ​ຮ່ວມ​ແລະ​ທຳ​ການຊີ້​ນຳ​ຢູ່​ສະຖານ​ທີ່ຊ້ອມ​ຮົບ.

ການຊ້ອມ​ຮົບ​ເທື່ອ​ນີ້​ເປັນ​ການ​ຝຶກ​ຊ້ອມ​ປະຈຳ​ປີ​ຂອງ​ກອງທັບ​ເຮືອ​ຈີນ.​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ຕົ້ນຕໍ​ແມ່ນ​ທະຫານ​ຂອງ​ກອງ​ກຳ​ປັ່ນ​ທະ​ເລ​ຈີນ​ໃຕ້​ແລະລວມທັງ​ກຳລັງ​ຮົບ​ສ່ວນ​ໜຶ່ງ​ຈາກ​ກອງ​ກຳ​ປັ່ນ​ທະ​ເລ​ເໜືອ​ແລະ​ກອງ​ກຳ​ປັ່ນ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ໂດຍ​ກວມ​ເຖິງ​ເວທີ​ສູ້​ຮົບ​ທຸກ​ປະ​ເພດ​ຄື​ທະຫານ​ອາກາດ,​ເຮືອ​ດຳ​ນ້ຳ, ກຳ​ປັ່ນ​ເທິງ​ໜ້າ​ນ້ຳ​ແລະ​ກອງ​ປ້ອງ​ກັນ​ຝັ່ງ​ທະ​ເລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ