ສະໜອງ​ແຜນການ​ຂອງ​ຈີນ​​​ໃຫ້​ແກ່​​ການ​ຊອກ​ຄົ້ນ​ລະບຽບ​ສັງຄົມ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ທົ່ວ​ມວນ​ມະນຸດ
2016-07-10 15:19:27  cri 

​ໃນ​ສູນ​ທອນ​ພົດ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ໃນ​ໂອກາດ​ສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ​ເມື່ອວັນ​ທີ 1 ກໍລະກົດນີ້, ທ່ານ​ໄດ້​ກ່າວ​ວ່າ, ສັງ​ຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ດີ​ຫຼື​ບໍ່​ດີ, ຕ້ອງ​ເບິ່ງ​ຕາມ​ຄວາມ​ຈິງ, ຕ້ອງ​ເບິ່ງການ​ວິນິດໄສ​ຂອງ​ທົ່ວປະຊາຊົນ​ຈີນ, ຫາກ​ບໍ່​ແມ່ນ​ເບິ່ງການ​ຕີ​ລາຄາຂອງ​ຄົນ​ທີ່​​ອ່ຽງ​ເອນ. ສະມາຊິກ​ພັກກອມ​ມູນິດຈີນ​ແລະ​ປະຊາຊົນ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​​ໃນການ​ສະໜອງ​​ແຜ​ນການຂອງ​ຈີນ​ໃຫ້​ແກ່​ການຄົ້ນ​ຄ້ວາລະ​ບຽບ​ສັງຄົມ​ທີ່​ດີ​ກວ່າ​ເກົ່າ​ຂອງ​ມວນ​ມະນຸດ.

ຄຳ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ພາ​ໃຫ້​ນັກວິຊາການ​ຕ່າງປະ​ເທດ​ພາກັນ​ຕີ​ລາຄາ​ເປັນ​ຢ່າງ​ດີ. ພວກ​ທ່ານ​ເຫັນ​ວ່າ, ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ແຫ່ງ​ຊາດ​ຈີນ, ​ໄດ້​ຮັບ​ຜົນງານ​ຢ່າງ​ມະຫາສານ​ໃນ​ພຶດຕິ​ກຳ​ຕ່າງໆ, ​ແລະ​ໄດ້​ສະໜອງ​ຮູບ​​ແບບ​ການ​ພັດທະນາ​ທີ່​ປະ​ເທດ​ອື່ນໆ​ໃນ​ໂລກ​ນີ້​ສາມາດ​ຖອດ​ຖອນ​ຮ່ຳຮຽນ​ໄດ້.

ທ່ານ​ເກ​ຫຼິນ ​ເລຂາທິການ​ໃຫຍ່​ໜ່ວຍ​ມິ​ດຕະພາບ​ເອີ​ລົບ​ຈີນ​ຂອງ​ສະພາ​ເອີ​ລົບ​ເຫັນ​ວ່າ ​ໃນ​ໄລຍະ 30 ກວ່າ​ປີ​ມາ​ນີ້, ຈີນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈຳນວນ 700 ລ້ານ​ກວ່າ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ນີ້​ແມ່ນ​ການ​ປ່ຽນ​ແປງ​ທີ່​ດີ​ທີ່​ສຸດ​ທີ່ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ນຳ​ມາ​ໃຫ້​ຈີນ​ກໍ່​ຄື​ທົ່ວ​ໂລກ ​ໂດຍ​ຖືຜົນ​ປະ​ໂຫຍ​ດຕິດ​ຕົວ​ຂອງ​ປະຊາຊົນ​ເປັນ​ກົກ. ທ່ານ​ເຫັນ​ວ່າ ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ມີ​ທ່າ​ແຮງ​ດີຫຼາຍ, ທັງ​ຫຼີກ​ເວັ້ນຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ລະບຽບ​ສັງຄົມ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ມີ​ສະມັດ​ຕະພາບ​ຕ່ຳ, ລັດຖະບານ​ຈີນ​ສາມາດ​ຕອບ​ໂຕ້​ຕໍ່​ວິ​ກິດ​ການ​ຕ່າງ​ໆ​ຢ່າງ​ທັນ​ການ​ໄດ້.

ທ່ານ​ໂດ​ຕິນຊາມ ອະດີດ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຈີນ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ​ກ່າວ​ວ່າ, ສັງ​ຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ກຳ​ເນີດ​ຈາກ​ຫຼັກການ​ພື້ນຖານ​ຂອງ​ລັດທິ​ມາກ​ແລະພຶດຕິ​ກຳ​ຕົວ​ຈິ​ງຂອງ​ຈີນ ​ເຊິ່ງ "ຈຸດ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ທີ່​ສຸດ​ກໍ່​ຄື​ໄດ້​ເອົາ​ສັງຄົມ​ນິຍົມ ກັບ​ເສດຖະກິດ​ຕະຫຼາດ​ປະສົມ​ປະສານ​ກັນ. ທ່າ​ແຮງ​ຂອງ​ສັງຄົມ​ນິຍົມ​​ຢູ່​ນຳ​ການ​ໂຮມ​ສູນ​ຊັບພະຍາກອນ, ​ແຕ່​ທ່າ​ແຮງ​ຂອງ​​ເສດຖະກິດຕະຫຼາດ​ແມ່ນ​ຢູ່​ນຳ​ການຈັດ​ສັນ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິພາບສູງ, ສະ​ນັ້ນ​ສອງ​ປັດ​ໄຈ​ນີ້​ປະສົມ​ປະສານ​ກັນ ກໍ່​ກຳ​ເນີ​ດກຳລັງ​ແຮງ​ຂອງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ອອກ​ມາ."

ທ່ານ​ໂດ​ຕິນຊາມ​ກ່າວ​ວ່າ, ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດຂອງຈີນ​ໄດ້​ສະໜອງ​ຮູບ​ການ​ພັດທະນາ​ແບບ​ໃໝ່​​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ​ອື່ນໆ​​ເພື່ອ​ຖອດ​ຖອນ​ຮ່ຳຮຽນ. ຫວຽດນາມ ​ແລະ​ຈີນ​ລ້ວນ​ແຕ່​ຍຶດໝັ້ນ​ເດີນ​ໄປ​ສູ່​ເສັ້ນທາງ​ສັງຄົມ​ນິຍົມ, ສະ​ນັ້ນ ສາມາດ​ຮ່ຳຮຽນ​ເຊິ່ງກັນ​ແລະ​ກັນ​ໄດ້.

ທ່ານ​ຈາ​ລູ​ມົຟ ບັນນາທິການ​ໃຫຍ່​ຂອງ​ວາລະສານ 《ມົສກູ-​ປັກ​ກິ່ງ》ຂອງຣັດ​ເຊຍ​ເຫັນ​ວ່າ, ຈີນ​ພວມ​ສະ​ແດງ​ໃຫ້​ໂລກ​ໄດ້​ເຫັນ​ຮູບ​ແບບສັງຄົມ​ນິຍົມ​ອັນ​ໃໝ່​ໃນ​ສັດຕະວັດ​ທີ 21, ​ເຊິ່ງຮູບ​ແບບ​ກນ​ເມືອງ​ເສດຖະກິດ​ໃໝ່​ນີ້​ສາມາດ​ແກ້​ໄຂ​ສອງ​ບັນຫາ​ຄື ການ​ພັດທະນາ​ເສດຖະກິດ ​ແລະ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ​ຂອງ​ປະ​ເທດ. ສະ​ນັ້ນ ມີ​ວິຊາ​ການ​ນັບ​ມື້​ນັບ​ຫຼາຍ​ເຫັນ​ວ່າ ​ແລະ​ເຊື່ອ​ວ່າ ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ອາດ​ຈະ​ກາຍ​ເປັນ​ຮູບ​ແບບ​ທີ່​ທົ່ວ​ໂລກ​ພາກັນ​ຮຽນ​ນຳ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ