ລັດຖະບານ​ກຳປູ​ເຈຍ​ກ່າວ​ຢ້ຳວ່າ​ບໍ່​ສະໜັບສະໜູນ​ສານ​ອະນຸຍາ​ໂຕ​ຕຸລາການຕັດສິນ​​ບັນຫາ​ທະ​ເລ​ຈີນ​ໃ​ຕ້
2016-07-10 15:22:59  cri 
ຕາມ​ຂ່າວCRI: ວັນທີ 9 ກໍລະກົດ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ​​ໄດ້​ອອກ​ຖະ​ແຫຼ​ງການ​​ໂດຍ​ໄດ້ກ່າວຢ້ຳອີກ​ເທື່ອ​ໜຶ້ງ​​ເຖິງ​ຫຼັກ​ໝັ້ນ​ທີ່​ບໍ່​ສະໜັບສະໜູນ​ສານ​ອະນຸຍາ​ໂຕ​ຕຸລາການ​ສາກົນ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້.

ຖະ​ແຫຼ​ງການ​ຂຽນ​ວ່າ: "ກຳປູ​ເຈຍ​ເຫັນ​ວ່າ, ການຮຽກ​ຂໍຂອງ​ຟີ​ລິບ​ປີນ​ແມ່ນ​ຂໍ​ໃຫ້​ສານ​ອະນຸ​ຍາ​ຕຸລາການແກ້​ໄຂ​ຄວາມ​ຂັດ​ແຍ້ງ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປີນ, ລະບຽບ​ການ​ນີ້​ບໍ່​ກ່ຽວ​ພັນ​ເຖິງ​ປະ​ເທດ​ສະມາຊິກທັງ​ໝົດ​ຂອງ​ອາ​ຊຽນ."

ຖະ​ແຫຼ​ງການ​ຂຽນ​ວ່າ, ກຳປູ​ເຈຍ​ຈະ​ບໍ່​ເຂົ້າ​ຮ່ວມ​ການສະ​ແດງ​ທ່າ​ທີ​​ໃດໆ​ຕໍ່ຫຼັກ​ໝັ້ນ​ຮ່ວມພົນ​ການ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການກ່ຽວ​ກັບ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຟີ​ລິບ​ປີນ​ກັບ​ຈີນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ