ການ​ເຂົ້າ​ຮ່ວມ​ຂອງ​ຝ່າຍ​ທີ​ສາມ​ຈະ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ອ່ອນ​ໄຫວ​ກວ່າ​ເກົ່າ
2016-07-11 17:37:18  cri 
ທ່ານ​ເງວ​ໂຈ​ບິງ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຈີນ​ຂອງ​ມະຫາວິທະຍາ​ໄລ​ມາ​ເລ​ເຊຍຢືນຢັນ​ໃນ​ວັນ​ທີ 10 ກໍລະກົດ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດມາ​ເລ​ເຊຍວ່າ: ​ໃນ​ບັນຫາທະ​ເລ​ຈີນ​ໃຕ້, ການ​​ເຂົ້າ​ຮ່ວມ​ຂອງ​ຝ່າຍ​ທີ​ສາມ​ໃດໆ​ລ້ວນ​ແຕ່​ຈະ​ເຮັດ​ໃຫ້​ສະຖານະ​ການ​ມີ​ຄວາມ​ອ່ອນ​ໄຫວ​ຫຼາຍ​ກວ່າທັງບໍ່​ໝັ້ນ​ທ່ຽງ​ແລະ​ກໍບໍ່​ສາມາດ​ຄາດ​ຄະ​ເນ​ໄດ້.

ທ່ານ​ກ່າວ​ວ່າ: ສິ່ງ​ທີ່​ບັນດາ​ຝ່າຍ​ຕ້ອງການ​​ໃນ​ປັດຈຸບັນຄືດຳ​ເນີນ​ການ​ປຶກສາ​ຫາລື​ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້​ໃຫ້​ສຳ​ເລັດ​ດ້ວຍ​ຄວາ​ມ​ໃຈ​ເຢັນ​ແລະ​ມີ​​ເຫດຜົນ, ​ແລ້ວ​ຈິ່ງ​ສ້າງ​ຂອບ​ບັນຫາ​ກ່ຽວຂ້ອງ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ແກ້​ໄຂ​ເຫດການ​ລັກສະນະນີ້​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຕໍ່ໜ້າ.

ທ່ານ​ເອຊຸນ​ໂຮ ນັກ​ຄົ້ນຄວ້າ​ລະດັບ​ສູງ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ປ້ອງ​ກັນຊາ​ດ​ແລະ​ຍຸດ​ທະ​ສາດ​ວິທະຍາ​ໄລ​ຄົ້ນຄວ້າ​ສາກົນຣາຈາຣັດນາມ​ມະຫາວິທະຍາ​ໄລ​​ເຕັກ​ໂນ​ໂລ​ຊີ​ນານ​ຢາງ​ສິງກະ​ໂປ, ອະດີດ​ເລຂາ​ການ​ເມືອງ​ນາຍົກລັດຖະມົນຕີສິງກ​ະ​ໂປ​ຢືນຢັນ​ວ່າ ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້, ບັນດາ​ຝ່າຍ​ຄວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ເປີດ​ການ​ປຶກສາ​ຫາລື​ຄືນ​ໃໝ່. ປັດຈຸບັນ, ສິ່ງ​ທີ່​ບັນດາ​ຝ່າຍ​ຂາດ​​ເຂີນ​ທີ່​ສຸດຄືຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ກັນ. ຈາກກໍລະນີ​ນີ້, ການ​​ແຊກ​ແຊງ​ຂອງ​ຝ່າຍ​ທີ​ສາມຈະ​ບໍ່​ສາມາດ​ເພີ່ມການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ແຕ່​ຍິ່ງຈະ​ເຮັດ​ໃຫ້​ບັນຫາ​ສັບສົນ​ຂຶ້ນ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ