ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
2016-07-11 15:50:41  cri 

 

ບົດ​ສູນ​ທອນ​ພົດ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ
(ວັນ​ທີ 1 ກໍລະກົດ 2016)
​ໂດຍ: ທ່ານ​ສີ​ຈິ້ນ​ຜິ​ງ


ບັນດາ​ສະຫາຍ ​ແລະ​ເພື່ອນ​ມິດ:

ມື້​ນີ້ ພວກ​ເຮົາໂຮມຊຸມນຸມ​ຢູ່​ແຫ່ງ​ນີ້ ​ເພື່ອສະ​ເຫຼີ​ມສະ​ຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 95 ປີ ​ເພື່ອຫວນ​ຄືນ​ຂະ​ບວນວິວັດ​​ແຫ່ງ​ຄວາມ​ຮຸ່ງ​ເຮືອງ​ທີ່​ພັກ​ກອມ​ມູນິດ​ຈີນ​ນຳພາ​ປະຊາຊົນບຸກ​ບືນສູ້​ຊົນ, ທັງ​ເບິ່ງອະນາຄົດທີ່ສະຫວ່າງ​ສະ​​ໄຫວ​​ໃນ​ພາລະກິດຂອງ​ພັກ​ແລະ​ປະຊາຊົນ, ຍົກຍ້ອງ​ສັນລະ​ເສີນ​ສະມາຊິກ​ພັກ​ຜູ້ດີ​ເດັ່ນ, ຜູ້​ທີ່​ເຮັດວຽກ​ກ່ຽວ​ກັບ​ພັກ​ຜູ້ດີ​ເດັ່ນ, ອົງການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາ​ກຖານ​ທີ່​ກ້າວໜ້າ, ຂົນຂວາຍ​ໃຫ້​ທົ່ວພັກ ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ທຸກ​ຖ້ວນ​ໜ້າ​ໃນ​ທົ່ວ​ປະ​ເທດ​ກ້າວ​ໄປສູ່​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ການ​ສ້າງ​ສັງຄົມ​ທີ່​ອີ່ມ​ໜາມ​ສຳລານ​ຢ່າງຮອບດ້ານ ​ແລະ​ບັນລຸ​ຄວາມມຸ່ງ​ຫວັງ​ຂອງ​ຈີນ​ທີ່​ສ້າງ​ປະຊາ​ຊາດ​ຈີນ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ດ້ວຍ​ຄວາມ​ໝັ້ນ​ໃຈຢ່າງເຕັມ​ປ່ຽມ.

ບັນດາ​ສະຫາຍ ​ແລະ​ເພື່ອນ​ມິດ!

​ໃນ​ປະຫວັດສາດ​ທີ່​ຫຼາຍ​ພັນ​ປີ, ປະຊາ​ຊາດ​ຈີນ​ໄດ້​ປະດິດ​ສ້າງ​ວັດທະນະ ທຳ​ຈີນ​ອັນ​ຮຸ່ງ​ເຮືອງ, ​ໄດ້​ປະກອບສ່ວນ​ຢ່າງ​ພົ້ນ​ເດັ່ນ​ເຂົ້າ​ໃນຄວາມ​ສີວິ​ໄລ​ຂອງ​ມະນຸດ ຈິ່ງ​ກາຍ​ເປັນ​ຊົນ​ຊາດ​ທີ່​ຍິ່ງ​ໃຫຍ່​ໃນ​ໂລກ​ນີ້, ​ແຕ່​ໃນ​​ໄລຍະ​ຜ່ານ​ມາ, ຍ້ອນ​ຖືກ​ພວກ​ຝ່າຍ​ຕາ​ເວັນ​ຕົກ​ເຂົ້າ​ຮຸກ​ຮານ, ຍ້ອນ​ຄວາມ​ເປື່ອຍ​ເຍື່ອຍ​ຂອງ​ການ​ປົກຄອງ​ແບບ​ສັກ​ດິ​ນາ ​ເຮັດ​ໃຫ້​ປະ​ເທດ​ຈີນ​ຄ່ອຍໆ​ຕົກ​ເປັນ​ສັງຄົມ​ເຄິ່ງລ່າ​ເມືອງ​ຂຶ້ນ​ເຄິ່ງສັກ​ດິ​ນາ, ປະ​ເທດ​ແຕກ​ແຍກ, ປະຊາຊົນ​ດຳລົງ​ຊີວິດດ້ວຍ​ຄວາມຫຍຸ້ງຍາກ​ລຳບາກ, ປະຊາ​ຊາດ​ຈີນ​ໄດ້​ປະສົບ​ກັບ​ຄວາມທຸກ​ທໍ​ລະ​ມານ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

​ແຕ່ຢູ່​ຕໍ່ໜ້າ​ຄວາມ​ທຸກ​ຍາກ​ລຳ​ບາກນັ້ນ, ປະຊາຊົນ​ຈີນ​ບໍ່​ໄດ້​ອ່ອນ​​ແອ, ຫາກ​​ໄດ້ລຸກ​ຂຶ້ນ​ຢືນບຸກບືນ​ສູ້​ຊົນ​ຢ່າງ​ແຂງ​ແຮງດ້ວຍ​ການເຂົ້າ​ຮ່ວມ​ການ​ຕໍ່​ສູ້ຫຼາຍ​ຄັ້ງ​ຢ່າງ​ພິລະ​ອາດ​ຫານ ອັນ​ໄດ້ສ້າງ​ປະຫວັດສາດ​ທີ່​ໜ້າ​ສັນລະ​ເສີນ.
ຫຼັງ​ຈາກ​ຂະ​ບວນການ "4 ພຶດສະພາ" ​ເມື່ອປີ 1921, ພາຍ​ໃຕ້ສະພາບ​ການ​ທີ່​ປະຊາ​ຊາດ​ຈີນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກທັງ​ພາຍ​ໃນ​ ​ແລະ​ຄວາມ​ອັນຕະລາຍຈາກ​ພາຍ​ນອກ​ໂດຍ​ການ​ເອົາ​ລັດທິ​ມາກ​ເລ​ນິນ ປະສົມ​ປະສານ​ກັບ​ຂະ​ບວນການກຳມະ​ກອນ​ຂອງ​ຈີນ ​ຈິ່ງເຮັດ​ໃຫ້​ພັກ​ກອມ​ມູນິດ​ຈີນ​ກຳ​ເນີ​ດຂຶ້ນ.

ການ​ກຳ​ເນີ​ດຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ກາຍ​ເປັນ​ເຫດການ​ໃຫຍ່​ທີ່​ສຳຄັນທີ່​ບໍ່​ເຄີຍ​ເກີດ​ມາ​ກ່ອນ ​ອັນ​ໄດ້​ປ່ຽນ​ແປງ​ທິດ​ຂະຫຍາຍ ​ແລະ​ຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ປະຊາ​ຊາດ​ຈີນ​ໃນ​ສະ​ໄໝປັດຈຸບັນຢ່າງ​ເລິກ​ເຊິ່ງ ທັງ​ໄດ້​ປ່ຽນ​ແປງ​ອະນາຄົດ ​ແລະ​ຊາຕາກຳ​ຂອງ​ປະຊາຊົນ ​ແລະ​ປະຊາ​ຊາດ​ຈີນ​ຢ່າງ​ເລິກ​ເຊິ່ງ ​ແລະ​ກໍ​ໄດ້​ປ່ຽນ​ແປງ​ສະຖານະ​ພາບ​ຂອງ​ການ​ພັດທະນາ​​ໃນທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງ​ເຊັ່ນ​ກັນ.

​ໃນ​ຂະ​ບວນວິວັດປະຫວັດສາດຕະຫຼອດ 95 ປີມານີ້, ພັກກອມມູນິດຈີນ ໄດ້ອີງໃສ່ປະຊາຊົນຢ່າງໜັກແໜ້ນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນາໆຍາດ​ໄດ້​ໄຊຊະນະຢ່າງ​ຕໍ່​ເນື່ອງ, ​ໄດ້​ປະກອບສ່ວນ​ຢ່າງ​ຍິ່ງ​ໃຫຍ່​ເຂົ້າ​ໃນ​ປະຫວັດສາດ​ຂອງ​ປະຊາ​ຊາດ​ຈີນ.

ສ່ວນ​ປະກອບ​ອັນ​ຍິ່ງ​ໃຫຍ່​ທາງ​ປະຫວັດສາດ​ນີ້ ກໍຄື​ພັກ​ກອມ​ມູນິດ​ຈີນ​ສາມັກຄີ ​ແລະນຳພາ​ປະຊາຊົນ​ດຳ​ເນີນ​ການ​ຕໍ່ສູ້​ເປັນ​ເວລາ 28 ປີ ​ເອົາ​ຊະນະ​ລັດທິ​ເຈົ້າ​ອຳນາດ​ຍີ່​ປຸ່ນ, ​ໂຄ່ນລົ້ມ​ການ​ປົກຄອງ​​ແບບ​ປະຕິ​ການ​ຂອງ​ພັກ​ກົກ​ມິນ​ຕັງ, ສຳ​ເລັດ​ການ​ປະຕິ​ວັດ​ລັດທິ​ປະຊາທິປະ​ໄຕ​ໃໝ່ ​ແລະ​ໃນ​ທີ່​ສຸດກໍ​ກ້າວ​ມາສູ່​ການ​ສ້າງ​ຕັ້ງ ສາທາລະນະ​ລັດ​ປະຊາຊົນ​ຈີນ​ຂຶ້ນ.ສ່ວນ​ປະກອບ​ອັນ​ຍິ່ງ​ໃຫຍ່​ທາງ​ປະຫວັດສາດ​ນີ້ ມີ​ຄວາມ​ໝາຍ​ວ່າ, ​ໄດ້​ສິ້ນ​ສຸດ​ປະຫວັດສາດ​ທີ່​ເປັນ​ປະ​ເທດ​ເຄິ່ງ​ລາ​ເມືອງຂຶ້ນເຄິ່ງ​ສັກ​ດິ​ນາ​ຂອງ​ປະ​ເທດ​ເກົ່າ​ຢ່າງ​ສິ້ນ​ເຊີງ, ສິ້ນ​ສຸດ​ສະພາບ​ການ​ແຕກ​ແຍກ​ຂອງ​ປະ​ເທດ​ຈີນ​ເກົ່າ​ຢ່າງສິ້ນ​ເຊີງ, ຍົກ​ເລີກ​ສັນຍາ​ບໍ່​ຍຸຕິ​ທຳ​ຕ່າງໆ​ທີ່​ຕ່າງປະ​ເທດຂົ່ມໃຫ້​ຈີນ​ແລະ​ສິດທິ​ພິ​ເສດ​ທັງ​ໝົດ​ຂອງ​ພວກ​ລັດທິ​ເຈົ້າ​ອຳນາດ​ທີ່ຢູ່​ຈີນ​ຢ່າງສິ້ນ​ເຊີງ ​ແລະ​ເຮັດ​ໃຫ້ຈີນ​ໄດ້​ບັນລຸ​ການ​ກ້າວ​ກະ​ໂດດຈາກ​ການ​ເມືອງ​ຜະ​ເດັດ​ການ​ສັກ​ດິ​ນາ​ໃນຫຼາຍ​ພັນ​ປີ​ນັ້ນຫັນ​ໄປ​ສູ່​ລັດທິ​ປະຊາທິປະ​ໄຕຢ່າງ​ຍິ່ງ​ໃຫຍ່.

ສ່ວນ​ປະກອບ​ອັນ​ຍິ່ງ​ໃຫຍ່​ທາງ​ປະຫວັດສາດ​ນີ້ ກໍຄື​ພັກ​ກອມ​ມູນິດ​ຈີນ​ສາມັກຄີ ​ແລະ​ນຳພາ​ປະຊາຊົາຈີນ​ສຳ​ເລັດ​ການ​ປະຕິວັດ​ສັງຄົມ​ນິຍົມ, ສ້າງ​ຕັ້ງ​ລະບອບ​ພື້ນຖານ​ຂອງ​ສັງຄົມ​ນິຍົມ, ລົບ​ລ້າງ​ລະບຽບ​ການ​ກົດ​ຂີ່​ຂູດ​ຮີດ​ຕ່າງໆ​ນາໆ, ຊຸກຍູ້​ການ​ກໍ່ສ້າງ​ສັງຄົມ​ນິຍົມ. ສ່ວນ​ປະກອບ​ອັນ​ຍິ່ງ​ໃຫຍ່​ທາງ​ປະຫວັດສາດ​ນີ້ ມີ​ຄວາມ​ໝາຍວ່າ: ​ໄດ້ສຳ​ເລັດ​ການ​ປະຕິ​ຮູບ​ສັງຄົມ​ທີ່​ມີ​ຂອບ​ເຂດ​ກວ້າງຂວາງ​ທີ່​ສຸດ​ແລະ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ປະຊາ​ຊາດ​ຈີນ, ​ກາຍ​ເປັນ​ເບື້ອງ​ຫຼັງ​ທາງ​ການ​ເມືອງ ​ແລະ​ພື້ນຖານ​ດ້ານ​ລະບຽບ​ການ​ໃຫ້​ແກ່​ຈີນ​ປັດຈຸບັນ​ມີ​ການ​ກ້າວໜ້າ​ແລະ​ພັດທະນາ​ຕໍ່​ໄປ, ​ໄດ້​ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ປະ​ເທດ​ຈີນ​ມີ​ຄວາມ​ມັ່ງ​ຄັ່ງ​ເຂັ້ມ​ແຂງ ​ແລະ​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ຢ່າງ​ຮັ່ງມີ​ຜາ​ສຸກ, ​ໄດ້​ບັນລຸ​ການ​ກ້າວ​ກະ​ໂດດ​ອັນ​ຍິ່ງ​ໃຫຍ່ຂອງ​ປະຊາ​ຊາດ​ຈີນ​ຈາກ​ການ​ຊຸດ​​ໂຊມ​ລົງ​ເລື້ອຍໆ​ຫັນ​ມາ​​ເປັນ​ການ​ສືບຕໍ່​ພັດທະນາ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຄວາມ​ມັ່ງ​ຄັ່ງ​ເຂັ້ມ​ແຂງ.

ສ່ວນ​ປະກອບ​ອັນ​ຍິ່ງ​ໃຫຍ່​ທາງ​ປະຫວັດສາດ​ນີ້ກໍ​ຄື ພັກ​ກອມ​ມູນິດ​ຈີນ​ສາມັກຄີ ​ແລະ​ນຳພາ​ປະຊາຊົາຈີນ​ດຳ​ເນີນ​ການ​ປະຕິວັດ​ອັນ​ຍິ່ງ​ໃຫຍ່​ຄື: ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ​ໄດ້​ຊຸກຍູ້​ໃຫ້​ປະຊາຊົນຢ່າງ​ມະຫາສານມີ​ຄວາມ​ປະດິດ​ສ້າງ​ຫຼາຍ​ຂຶ້ນ, ປົດ​ປ່ອຍ​ແລະ​ພັດທະນາ​ກຳລັງ​ການ​ຜະລິດ​ຂອງ​ສັງຄົມ​ຢ່າງ​ໃຫຍ່, ​ເພີ່ມ​ທະວີ​ພະລັງ​ຊີວິດຂອງ​ການ​ພັດທະນາ​ສັງຄົມ ​​ເຮັດໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ກຳລັງ​ສັງ​ລວມ​ແຫ່ງ​ຊາດ​​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ຖານະ​ໃນ​ສາກົນ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ. ສ່ວນ​ປະກອບ​ອັນ​ຍິ່ງ​ໃຫຍ່​ທາງ​ປະຫວັດສາດ​ນີ້ ມີ​ຄວາມ​ໝາຍວ່າ: ​ໄດ້​ສ້າງ​ເສັ້ນທາງ​ພັດທະນາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ຈໍ່​ຕົວ​ເປັນ​ລະບົບ​ທິດ​ສະ​ດີ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ໄດ້​ກຳນົດ​ລະບອບສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ ​ເຮັດ​ໃຫ້​ປະ​ເທດ​ຈີນ​ກ້າວ​ໄປ​ຕາມ​ຍຸກ​ສະ​ໄໝ, ບັນລຸ​ການ​ກ້າວ​ກະ​ໂດດທີ່​​ເຮັດໃຫ້​ປະຊາຊົນ​ລຸກ​ຢືນ​ຂຶ້ນ, ຮັ່ງມີ​ຂຶ້ນ ​ແລະ​ເຂັ້ມ​ແຂງ​ຂຶ້ນ.


1 2 3 4 5 6 7 8 9 10 11 12 13
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ