ລັດຖະບານ​ຈີນ​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ໃນ​ທະ​ເລ​ຈີນ​ໃຕ້
2016-07-12 19:48:20  cri 

ຕາມ​ຂ່າວ CRI: ​ເພື່ອ​ເປັນ​ການ​ຢ້ຳ​ເຖິງອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ​ໃນ​ທະ​ເລ​ຈີນ​ໃຕ້, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດຢູ່​ທະ​ເລ​ຈີນ​ໃຕ້ ​ແລະປົກ​ປັກ​ຮັກສາ​ສັນຕິພາບ​ແລະສະຖຽນ​ລະ​ພາບ​ໃນ​ທະ​ເລ​ຈີນ​ໃຕ້, ວັນ​ທີ 12 ກໍລະກົດ​ນີ້, ລັດຖະບານ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ອອກ​ຖະ​ແຫຼ​ງການກ່ຽວ​ກັບ​ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ໃນ​ທະ​ເລ​ຈີນ​ໃຕ້.

ຖະ​ແຫຼ​ງການລະບຸ​ວ່າ: ​ເກາະດອນ​ຕ່າງໆ​​ໃນ​ທະ​ເລ​ຈີນ​ໃຕ້​ລວມທັງ​ໝູ່​ເກາະ​ຕົ່ງ​ຊາ, ໝູ່​ເກາະ​ຊີຊາ, ໝູ່​ເກາະ​ຈົ່ງ​ຊາ ​ແລະ​ໝູ່​ເກາະ​ໜານ​ຊາ. ປະຊາຊົນ​ຈີນ​ເຄື່ອນ​ໄວ​ຢູ່​ທະ​ເລ​ຈີນ​ໃຕ້​ເປັນ​ເວລາ 2 ພັນ​ກວ່າ​ປີມາ​ແລ້ວ. ຈີນ​ແມ່ນ​ປະ​ເທດ​ທີ່​ຄົ້ນ​ພົບ, ຕັ້ງ​ຊື່ ​ແລະ​ ​ພັດທະນາ​ນຳ​ໃຊ້ບັນດາ​ເກາະດອນ​​ ແລະ​ເຂດ​ອ້ອມ​ແອ້​ນຢູ່ທະ​ເລ​ຈີນ​ໃຕ້​ກ່ອນປະ​ເທດ​ອື່ນໝົດ, ​ແມ່ນ​ປະ​ເທດ​ທີ່​ໃຊ້​ອຳນາດ​ອະທິປະ​ໄຕ ​ແລະ​ຄອບ​ຄອງ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້ ​ແລະ​ເຂດ​ທະ​ເລ​ອ້ອມ​ຂ້າງ​ໂດຍ​ສັນຕິ​ຢ່າງ​ຕໍ່​ເນື່ອງ ​ແລະ​ມີ​ປະສິດທິ​ຜົນ​ກ່ອນ​ປະ​ເທດ​ອື່ນ​ໝົດ, ອັນ​ໄດ້​ເປັນ​ການ​ກຳນົດ​ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດທິ​ຜົນ​ປະ​ໂຫຍ​ດທີ່​ກ່ຽວຂ້ອງ​ຂອງ​ຈີນ​ໃນທະ​ເລ​ຈີນ​ໃຕ້. ຫຼັງ​ຈາກ​ສົງຄາມ​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ​ແລ້ວ, ຈີນ​ໄດ້​ກູ້​ຄືນ​ເກາະດອນ​ຕ່າງໆ​ຢູ່ທະ​ເລ​ຈີນ​ໃຕ້​ທີ່​ຖືກ​ຍີ່ປຸ່ນ​ຍຶດຄອງ​ຢ່າງ​ຜິດ​ກົດໝາຍ​ໃນ​ໄລຍະ​ກໍ່​ສົງຄາມ​ຮຸກ​ຮານ​ຈີນ, ​ແລະ​​ໄດ້​ຟື້ນ​ຟູ​​ໃຊ້​ອຳນາດອະທິປະ​ໄຕ​ຕໍ່​ເກາະດອນ​ເຫຼົ່າ​ນີ້. ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 1 ຕຸລາ 1949 ​ເປັນ​ຕົ້ນ​ມາ, ສາທາລະນະ​ລັດ​ປະຊາຊົນ​ຈີນ​​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປ​ະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດ​ຜົນ​ປະ​ໂຫຍ​ດທາງນ​ທະ​ເລ​ຂອງຕົນ​ໃນ​ທະ​ເລ​ຈີນ​ໃຕ້. ບົນ​ພື້ນຖານ​ພຶດຕິ​ກຳ​ໃນປະຫວັດສາດ​ທີ່​ຍາວ​ນານ​ຂອງ​ປະຊາຊົນ ​ແລະ​ລັດຖະບາ​ນຈີນ ພ້ອມ​ກັບຫຼັກໝັ້ນນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດຖະບານ​ຈີນ​ທຸກຊຸດ​ມາ​ນີ້, ​ແລະອີງ​ຕາມ​ກົດໝາຍ​ພາຍ​ໃນ​ປະ​ເທດ​ຈີນ ກໍ່​ຄື​ກົດໝາຍ​ສາກົນ​ລວມທັງ 《ສົນທິສັນຍາ​ສະຫະ​ປະຊາ​ຊາດວ່າ​ດ້ວຍ​ກົດໝາຍ​ທະ​ເລ》, ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ​ໃນ​ທະ​ເລ​ຈີນ​ໃຕ້​ລວມມີ: ໜຶ່ງ, ຈີນ​ມີ​ອອຳນາດະທິປະ​ໄຕ​ ​ເໜືອ​ເກ​າະດອນ​ທັງ​ໝົດ​ຢູ່​ທະ​ເລ​ຈີນ​ໃຕ້ ​ເຊິ່ງລວມທັງ​ໝູ່​ເກາະ​ຕົ່ງ​ຊາ, ໝູ່​ເກາະ​ຊີ​ຊາ, ໝູ່​ເກາະຈົ່ງ​ຊາ ​ແລະ​ໝູ່​ເກາະ​ໜານ​ຊາ; ສອງ, ຢູ່​ລະຫວ່າງ​ເກາະດອນ​ຕ່າງໆ​ຂອງ​ທະ​ເລ​ຈີນ​ໃຕ້​ມີ​​ເຂດ​ນ້ຳ​ພາຍ​ໃນ, ​ນ່ານທະ​ເລ ​ແລະ​ເຂດ​ຕິດ​ຕໍ່(contiguous zone)​ຂອງ​ຕົນ​ເອງ; ສາມ, ​ເກາະດອນ​ຕ່າງໆ​ຂອງ​ຈີນ​ໃນທະ​ເລ​ຈີນ​ໃຕ້​ມີ​ເຂດ​ເສດຖະກິດ​ສະ​ເພາະ ​ແລະ​ໄຫຼ່​ທະວີບ​ຂອງ​ຕົນ​ເອງ​ແລະ ສີ່, ຈີນ​ມີ​ສິດສືບ​ເນື່ອງ​ຈາກປະຫວັດສາດ​ຕໍ່​ທະ​ເລ​ຈີນ​ໃຕ້.

 ຖະ​ແຫຼ​ງການລະບຸ​ວ່າ, ຈີນ​ເດັດດ່ຽວ​ຄັດຄ້ານ​ປະ​ເທດ​ຈຳນວນ​ໜຶ່ງ​ຍຶດຄອງ​ເກາະດອນ​ສ່ວນ​ໜຶ່ງ​ຂອງ​ໝູ່​ເກາະ​ໜານ​ຊາຂອງ​ຈີນ​ ​ແລະ​ມີ​ການ​ກະທຳ​ແບບ​ລ່ວງ​ລະ​ເມີດສິດ​​ຢູ່​ເຂດ​ທະ​ເລ​ທີ່​ຈີນ​ຄອບ​ຄອງ. ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ກັບ​ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ນີ້​ໂດຍ​ກົງແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ດ້ວຍ​ສັນຕິ​ວິທີ​ໂດຍ​ຜ່ານ​ການ​ເຈລະຈາ​ກັນ ​ບົນ​ພື້ນຖານ​ເຄົາລົບຄວາມ​ເປັນ​ຈິງ​ໃນປະຫວັດສາດ ​ແລະ​ອີງ​ຕາມ​ກົດໝາຍ​ສາກົນ. ຈີນ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ທີ່​ກ່ຽວ​ພັນ​ກັບ​ບັນຫາ​ນີ້​ໂດຍ​ກົງທຳ​ຄວາມ​ພະຍາ ຍາມ​ທຸກ​ຢ່າງ​ເພື່ອ​ທຳ​ການຈັດ​ຕັ້ງ​ປະຕິບັດ​ຊົ່ວ​ຄາວ​ທີ່​ມີ​ເນື້ອ​ໃນ​ຕົວ​ຈິງ, ລວມທັງ​ ​ພັດ ທະນາ​ຮ່ວມ​ກັນ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ, ​ເພື່ອ​ບັນລຸ​ຕາງ​ຝ່າຍ​ຕ່າງ​ມີ ຜົນ​ປະ​ໂຫຍ​ດ, ​ແລະ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ໃນທະ​ເລ​ຈີນ​ໃຕ້.

ຖະ​ແຫຼ​ງການລະບຸ​ວ່າ, ຈີນ​ເຄົາລົບ ​ແລະ​ສະໜັບສະໜູນ​ປະ​ເທດ​ຕ່າງໆ​ ​ເດີນ​ເຮືອ ​ແລະ​ບິນ​ຜ່ານທະ​ເລ​ຈີ​ນ​ໃຕ້ຢ່າງ​ເສລີຕາມ​ກົດໝາຍ​ສາກົນ, ​ແລະ​ຍິນ​ດີ​ຮ່ວມ​ມື​ກັບປະ​ເທດ​​ອື່ນໆ​ທີ່ຢູ່​ຕາມ​ຝັ່ງ​ທະ​ເລ​ຈີນ​ໃຕ້ແລະປະຊາ​ຄົມ​ໂລກ​, ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ຄວາມ​ສະດວກ​ໃນ​ການ​ເດີນ​ຕາມ​ເສັ້ນທາງ​​ເດີນເຮືອ ​ແລະ​ເດີນ​ອາກາດ​ສາກົນ​ໃນ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ