ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຖະ​ແຫຼ​ງກ່ຽວ​ກັບ​ອັນ​ທີ່​ກ່າວ​ອ້າງ​ວ່າ​ຜົນ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ
2016-07-12 21:57:50  cri 

ຕາມ​ຂ່າວ CRI: ວັນ​ທີ 12 ກໍລະກົດ​ນີ້ ທ່ານ​ຫວາງ​ອີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ຖະ​ແຫຼ​ງກ່ຽວ​ກັບ​ອັນ​ທີ່​ກ່າວ​ອ້າງ​ວ່າ​ຜົົນ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ສາກົນ​ເພື່ອ​ບັນຍາຍ​ຄຳ​ເຫັນ​ຂອງ​ຈີນ​ຕື່ມ​ອີກ.
ທ່ານ​ຫວາ​ງຢີ້​ຊີ້​ອອກ​ວ່າ:

ໜຶ່ງ: ຄະດີ​ຕັດສິນ​​ບັນຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​​ເຫດການ​ການ​ເມືອງ​ທີ່​ປົກ​ຫົ່ມ​ດ້ວຍ​ກົດໝາຍ​ແຕ່​ຕົ້ນ​ຕະຫຼອດ​ປາຍ.

ລັດຖະບານ​ຟິລິບ​ປິນຊຸດ​ກ່ອນ​​ໄດ້​ຍື່ນ​ຍັນ​ຫາ​ທະ​ເລ​ຈີນ​​ໃຕ້​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ແຕ່​ຝ່າຍ​ດຽວ​ໂດຍມີ​​ອິດ​ທິກຳລັງ​ນອກ​ພາກ​ພື້ນ​​ວາງ​ແຜນ​ຢູ່​ເບື້ອງ​ຫຼັງ, ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຄູ່​ກໍລະນີ​ກ່ອນ, ​ ​ລະ​ເມີດ​ສັນຍາ​​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ເຈລະຈາລະ​ປຶກສາ​ຫາລືທີ່​ສອງ​ຝ່າຍ​ຕົກລົງ​ກັນ​, ​ແລະຝ່າຝືນ​ຄຳ​ໝັ້ນ​ສັນຍາ​ທີ່​ລະບຸ​ໄວ້​ໃນ 《ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້》,​​ເປັນ​ອັນຈະ​ແຈ້ງ​ແລ້ວ​ວ່າຈຸດປະສົງ​ຂອງ​ການ​ກະທຳ​ດັ່ງກ່າວ​ບໍ່​ແມ່ນ​ເພື່ອ​ແກ້​ໄຂ​ຄວາ​ມຂັດ​ແຍ້​ງກັນ​ລະຫວ່າງ​ຈີນ-​ຟີ​ລິບ​ປິນຢ່າງ​ເໝາະ​ສົມ, ຫາກ​ມີເຈດ​ຕະນາ​​ເພື່ອລ່ວງ​ລ້ຳອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ, ທຳລາຍ​ສັນຕິພາບ​ແລະ​ສະຖຽນລະ​ພາບ​ຂອງ​ພາກ​ພື້ນທະ​ເລ​ຈີນ​ໃຕ້.

ສອງ:ຈີນ​ບໍ່​ຮັບຮອງ ​ແລະ​ບໍ່​ເຂົ້າ​ຮ່ວມ​ການ​ຕັດສິນ ​ກໍເພື່ອ​ປົກ​ປ້ອງ​ກົດໝາຍ​ສາກົນ ​ແລະ​ກົດ​ລະບຽບ​ຕ່າງໆ​ຢູ່​ພາກ​ພື້ນ​ຕາມ​ກົດໝາຍ.

ກົດໝາຍ​ສາກົນ​ໄດ້​ມອບ​ໝາຍ​ໃຫ້​ປະ​ເທດ​ຕ່າງໆ​ມີ​ສິດ​ເປັນ​ເຈົ້າ​ການ​​ເລືອກ​ເອົາ​ວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ; 《ສົນທິສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ》​ໄດ້​ກຳນົດ​ໃຫ້​ປະ​ເທດ​ສະມາຊິກ​ມີ​ສິດປະຕິ​ເສດ​ລະບຽບ​ການ​ຄອບ​ຄອງ​ທີ່ແບບ​ບັງຄັບ; 《ຖະ​ແຫຼ​ງການ​​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້》​ໄດ້​ກຳນົດ​ໄວ້​ຢ່າງ​ຈະ​ແຈ້ງວ່າ​ໃຫ້​ປະ​ເທດ​ທີ່​ກ່ຽວ​ພັນ​ກັບ​ບັນຫາ​​ໂດຍ​ກົງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ສົນທະນາ ​ແລະ​ເຈລະຈາ​ກັນ. ສະ​ນັ້ນ ການ​ທີ່ຈີນ ບໍ່​ຮັບຮອງ​ແລະ​ບໍ່​ເຂົ້າ​ຮ່ວມ​ການ​ຕັດສິນ ​ແມ່ນ​ມີຫຼັກ​ອ້າງ​ອີງ​ກົດໝາຍ​ຢ່າງ​ເຕັມ​ສ່ວນ, ສອດຄ່ອງ​ກັບ​ລະບຽບ​ການ​ຂອງ​ກົດໝາຍທະ​ເລສາກົນ, ​ແມ່ນ​ປະຕິ​ບັດ​ຕາມ​ກົດໝາຍ​ທັງ​ນັ້ນ. ປັດຈຸບັນ ມີ 60 ກວ່າ​ປະ​ເທດ​ໄດ້ສະ​ແດງ​ຄວາມ​ເຂົ້າ​ໃຈ ​ແລະ​ສະໜັບ​ສະ​ໜູນ​ຫຼັກ​ໝັ້ນ ​ແລະຈຸດ​ຢືນ​ຂອງ​ຈີນ​ຢ່າງ​ເປີດ​ເຜີຍ​ແລ້ວ.

ສາມ: ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດຜົນປະ​ໂຫຍ​ດທງທະ​ເລ​ຂອງ​ຈີນ​​ໃນ​ທະ​ເລ​ຈີນ​​ໃຕ້ແມ່ນ​ມີ​ພື້ນຖານ​ດ້ານ​ປະຫວັດສາດ​ແລະ​ດ້ານ​ກົດໝາຍ​ຢ່າງ​ໜັກ​ແໜ້ນ, ຈະ​ບໍ່​ຖືກ​ກະທົບ​ຈາກ​ຜົນ​ການ​ຕັດສິນ​ຂອງ​ອັນ​ທີ່​ວ່ກ່າວ​ອ້າງາ​ສານ​ອະນຸຍາ​ໂຕ​ຕຸລາການ​ສາກົນ.

ທ່ານ​ຫວາງຢີ້​ກ່າວ​ເນັ້ນ​ວ່າ, ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດຜົນປະ​ໂຫຍດທາງ​ທະ​ເລ​ຂອງ​ຈີນ​ໃນ​ທະ​ເລ​ຈີນ​ໃຕ້​ແມ່ນ​ເລື່ອງຄວາມ​ເປັນ​ຈິງ​ທາງ​ພາວະ​ວິ​ໄສ​ທີ່​ກຳ​ເນີ​ດຈາກ​ຂະ​ບວນວິວັດ​ປະຫວັດສາດ​ທີ່​ຍາວ​ນານ, ​ແມ່ນຫຼັກ​ໝັ້ນທີ່​ລັດຖະບານ​ຈີນ​ທຸກ​ຊຸດ​ຍຶດໝັ້ນ​​ໂດຍຕະຫຼອດ. ​ໃນ​ບັນຫາ​ກ່ຽວ​ກັບ​ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​, ຈີນ​ບໍ່​ຮັບ​ເອົາ​ວິທີ​​ແກ້​ໄຂ​ຂອງ​ຝ່າຍ​ທີ​ 3 ທີ່​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ຈີນ, ຈະ​ບໍ່​ຮັບ​ເອົາ​ແຜນການ​ແກ້​ໄຂ​ໃດໆ​ທີ່ຂືນ​ເຕັງໃສ່​ຈີນ.

ສີ່ ຈີນ​ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກພື້ນ.

ຈີນ​ຈະ​ສືບ​ຕໍ່​ຍຶດໝັ້ນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີໂດຍ​ຜ່ານການ​ປຶກສາ​ຫາ​ລື​ແລະ​ເຈລະຈາ​ກັນລະຫວ່າງ​ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ໂດຍ​ກົງ ​ຕາມ​ກົດໝາຍ​ສາກົນ; ຍຶດໝັ້ນ​ປົກ​ປັກ​ຮັກສາເສລີພາບຂອງ​ປະ​ເທດ​ຕ່າງໆ​ໃນ​ການ​​ເດີນ​ເຮືອ​ແລະບິນຜ່ານທະເລຈີນໃຕ້ຕາມ​ກົດໝາຍ​ສາກົນ; ຍຶດໝັ້ນຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ຜົນ​ທັງ​ຊຸກຍູ້​ຂະ​ບວນການ​ປຶກສາ​ຫາລື "ກົດ​ລະບຽບແຫ່ງ​ການ​ປະພຶດຢູ່​ທະ​ເລ​ຈີນ​ໃຕ້" ພາຍ​ໃຕ້​ຂອບດັ່ງກ່າວ.

ທ່ານ ຫວາງ​ຢີ້ ກ່າວ​ວ່າ, ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະພ້ອມ​ດ້ວຍການ​ປັ້ນ​ຂ່າວ​ດ້ວຍ​ເຈຕະນາຮ້າຍ​ແລະການ​ຄວບ​ຄຸມ​ທາງ​ການ​ເມືອງຈາກ​ຄະດີ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ຕົກ​ຢູ່​ໃນ​ສະພາບ​ອັນຕະລາຍ​ທີ່​ເກີດ​ການ​ປໍ​ລະ​ປັກ​ກັນ,​​ເຊິ່ງບໍ່​ເປັນ​ຜົນ​ດີ​ຕໍ່​ການ​ປົກປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງພ​າກພື້ນ. ​ແນວ​ໃດ​ກໍ​ດີ, ຈີນ​ໄດ້​​ເຫັນ​ລັດຖະບານ​ຊຸດ​ໃໝ່​ຂອງ​ຟິລິບ​ປິນສະ​ແດງ​ທ່າ​ທີຕ່າງໆ​ໃນ​ຫວ່າງ​ມໍ່ໆມາ​ນີ້​ໂດຍ​ ຈີນ​ຍິນ​ດີ​ທີ່​ເຫັນຄວາມ​ຈິງ​ໃຈ​ຂອງລັດຖະບານ​ຊຸ​ດ​ໃໝ່​ຂອງ​ຟິລິບ​ປິນ​​​ໃນ​ການໃຊ້ມາດ​ຕະການ​ທີ່​ແທ້​ຈິງ​ເພື່ອປັບປຸງ​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​​ກັບ​ຄືນ​ສູ່​ເສັ້ນທາງ​ພັດທະນາ​ທີ່​ປອດ​ໄສ.

ທ່ານ ຫວາງ​ຢີ້ ກ່າວ​ຢ້ຳວ່າ, ການ​ພັດທະນາ​ສາຍ​ພົວພັນ​ໄມ​ຕີ​ຈິດ​ມິດຕະພາບ​ກັບບັນດາປະ​ເທດອ້ອມ​ຂ້າງ​​ແມ່ນ​ທິດ​ທາງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຈີນ; ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​​ແມ່ນ​ຄວາມ​ຮັບຜິດຊອບ​​ເທົ່າທີ່​ຄວນ​ຂອງ​ຈີນ​ໃນ​ສາກົນ​ແລະ​ການ​ຍຶດໝັ້ນ​ເສັ້ນທາງພັດທະນາ​​ໂດຍ​ສັນຕິ​ກໍ​ແມ່ນ​ທາງ​ເລືອກ​ຍຸດ​ທະ​ສາດ​ທີ່​ເດັດດ່ຽວ​ໜຽວ​ແໜ້ນ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ