ລະນຶກ​ວັນຄົບຮອບ 25 ປີການ​​ສ້າງສາ​ຍພົວພັນ​ຄູ່​​ເຈລະຈາ​ຈີນ-ອາ​ຊຽນຢູ່ອິນ​ໂດ​ເນ​ເຊຍ
2016-07-12 15:46:17  cri 

ງານລ້ຽງ​ຮັບຮອງ​ເພື່ອ​ລະນຶກ​ວັນ​ຄົບຮອບ 25 ປີການ​ສ້າງສາ​ຍພົວພັນ​ຄູ່​​ເຈລະຈາຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 11 ກໍລະກົດ​ນີ້ ​ໂດຍ​ທ່ານ​ສີ​ປູ້ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ, ທ່ານ​ເລ​ເລືອງ​ມິ​ງ ​ເລຂາທິການ​ໃຫຍ່​ອາ​ຊຽນ ​ແລະຜູ້ຕາງໜ້າ​ປະ​ເທດ​ຕ່າງໆ​ປະຈຳ​ອາ​ຊຽນ ພ້ອມ​ດ້ວຍ​​ແຂກ​ຮັບ​ເຊີນປະມານ 600 ທ່ານ​ໄດ້​ເຂົ້າຮ່ວມ​ງານ​ລ້ຽງດັ່ງກ່າວ.

ທ່ານ​ສີ​ປູ້ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນ ​ໄດ້​ກ່າວວ່າ: 25 ປີຜ່ານມາ, ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ຮັບ​ໝາກຜົນຢ່າງຫຼວງຫຼາຍ, ຂະນະ​ທີ່ຈາກຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍນັ້ນ, ຈີນ-ອາ​ຊຽນ​ໄດ້​ພັດທະນາ​ສາຍ​ພົວພັນ​ກາຍ​ເປັນ​ຄູ່​ພົວພັນ​ທີ່​ໜັກ​ແໜ້ນ ​ແລະ ຄຶກຄັກ​ທີ່​ສຸດ​ໃນ​ສາຍ​ພົວພັນລະຫວ່າງ​ອາ​ຊຽນກັບ​ຄູ່​ເຈລະຈາຂອງ​ຕົນ ​ແລະຍົກ​ລະດັບ​ສູງ​ຂຶ້ນຈາກ​ທີ່​ເຄີຍເປັນ​ການ​ພົວພັນ​ສອງ​ຝ່າຍນັ້ນຢ່າງຫຼວງຫຼາຍ ທັງກາຍ​ເປັນ​ກຳລັງສຳຄັນ​ໃນ​ການຊຸກ​ຍູ້ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ການ​ຮັກສາ​ທິດ​ທາງ​ໃຫຍ່​ແຫ່ງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ດີ​ແມ່ນ​ພາລະ​ກຳ​ຮ່ວມ​ຂອງ​ສອງ​ຝ່າຍ.

ທ່ານ​ເລ​ເລືອ​ງມິ​ງ ​ເລຂາທິການ​ໃຫຍ່​ອາ​ຊຽນ ກ່າວ​ວ່າ: ອາ​ຊຽນຈະ​ສືບ​ຕໍ່​ຮັກສາ​ການ​ຮ່ວມ​ມື​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມຍຸດທະສາດ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ພັດທະນາກ້າວ​ໄປ​ໜ້າ ​ແລະ​ເສີມ​ຂະຫຍາຍ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້​ແລະ​ຂອງ​ໂລກ​ໃຫ້​ກ້າວ​ຂຶ້ນສູ່​ລະດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ