ກະຊວງ​ການ​ຕ່າງປະ​ເທດ​ຈີນ​ອອກ​ຖະ​ແຫຼງການ​ກ່ຽວ​ກັບ​ຜົນ​ການ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ໃນ​ຄະດີ​ຕັດສິນບັນຫາທະ​ເລ​ຈີນ​ໃຕ້
2016-07-12 21:54:26  cri 
  ຕໍ່​ກັບສານ​ອະນຸຍາ​ໂຕ​ຕຸລາການ​ໃນ​ຄະດີ​ຕັດສິນ​ຄວາມ​ຂັດ​ແຍ້​ງກັນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ສ້າງຕັ້ງຂຶ້ນຕາມ​ຄຳ​ຮ້ອງ​ຂໍ​ແຕ່​ຝ່າຍ​ດຽວ​ຂອງ​ຟິລິບ​ປິນ ໄດ້ທຳ​ການ​ຕັດສິນ​ທີ່​ກ່ຽວຂ້ອງ​ໃນ​ວັນ​ທີ 12 ກໍລະກົດ​ປີ 2016, ກະຊວງ​ການ​ຕ່າງປະ​ເທດ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຖະ​ແຫຼງຢ່າງ​ໜັກ​ແໜ້ນ​ວ່າ ຜົນ​ການ​ຕັດສິນ​ດັ່ງກ່າວ​ບໍ່​ມີ​ຜົນ​ສັກສິດ, ບໍ່​ມີ​ຄວາມ​ຜູກ​ມັດ ຈີນ​ຈະ​ບໍ່​ຮັບຮອງ, ບໍ່​ຍອມຮັບ.

  ຖະ​ແຫຼງການ​ລະບຸວ່າ, ​ເມື່ອ​ວັນ​ທີ 22 ມັງກອນ​ປີ 2013, ລັດຖະບານ​ຟິລິບ​ປິນ​ໄດ້​ຍື່ນ​ບັນຫາຄວາມ​ຂັດ​ແຍ້​ງກັບຈີນ​ໃນ​ທະ​ເລ​ຈີນ​ໃຕ້​ໃຫ້​ສານ​ອະ​ນຸຍາ​ໂຕຕຸ​ລາ​ການ​ແຕ່​ຝ່າຍ​ດຽວ. ຫຼັງຈາກ​ນັ້ນ, ວັນ​ທີ 19 ກຸມພາ​ປີ 2013, ລັດຖະບານ​ຈີນ​ໄດ້​ຖະ​ແຫຼງຢ່າງ​ໜັກ​ແໜ້ນ​ວ່າ​ຈະ​ບໍ່​ຮັບຮອງ ​ແລະ ບໍ່​ເຂົ້າຮ່ວມ​ການ​ຕັດສິນ​ດັ່ງກ່າວ ​ແລະ​ໄດ້​​ຢ້ຳຄືນຫຼັກໝັ້ນນີ້ຫຼາຍ​ເທື່ອ​ໃນ​ເວລາ​ຜ່ານມາ. ວັນ​ທີ 7 ທັນວາ​ປີ 2014, ລັດຖະບານ​ຈີນ​ໄດ້​ຖະ​ແຫຼງ "​ເອກະສານຫຼັກໝັ້ນຂອງ​ລັດຖະບານ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ກ່ຽວ​ກັບ​ບັນຫາ​ສິດ​ຄອບ​ຄອງ​ໃນ​ຄະດີ​ການ​ຕັດສິນ​ຄວາມ​ຂັດ​ແຍ້​ງກັນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ສາທາລະນະ​ລັດ​ຟິລິບ​ປິນສະ​ເໜີ​" ​ໂດຍ​ຊີ້​ອອກ​ວ່າ: ຟິລິບ​ປິນຍື່ນ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາ​ການສາ​ກົນ​ຕັດສິນ​ເປັນ​ການ​ກະທຳ​ລະ​ເມີດ​ສັນຍາ​ທີ່​ຈີນ​ແລະ​ຟິລິບ​ປິນ​ເຊັນ​ກັນ, ລະ​ເມີດ "ສົນທິ​ສັນຍາ​ສະຫະ​ປະຊາ​ຊາກ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ", ລະ​ເມີດ​ການ​ປະຕິບັດ​ຕົວ​ຈິງ​ຕາມ​ປົກກະຕິ​ໃນການ​ຕັດສິນ​ສາກົນ ​ແລະ​ສານ​ອະນຸຍາ​ໂຕ​ຕຸລາ​ການ​ບໍ່​ມີ​ສິດ​ຄອບ​ຄອງ. ວັນ​ທີ 29 ຕຸລາ​ປີ 2015, ສານ​ອະນຸຍາ​ໂຕ​ຕຸລາການ​ໄດ້​ທຳ​ການ​ຕັດສິນ​ກ່ຽວ​ກັບ​ບັນຫາ​ສິດ​ຄອບ​ຄອງ​ແລະ​ລັກສະນະ​ຂອງ​ບັນຫາ​ທີ່​ສາມາດ​ຮັບ​ຊຳລະ​ແກ້​ໄຂ ລັດຖະບານ​ຈີນ​ກໍ​ອອກ​ຖະ​ແຫຼງການ​ໃນ​ທັນທີ ​ໂດຍ​ຊີ້ວ່າ ຜົນ​ການ​ຕັດສິນ​ນີ້​ບໍ່​ມີ​ຜົນ​ສັກສິດ ​ແລະ ບໍ່​ມີ​ຄວາມ​ຜູກ​ມັດ. ຫຼັກໝັ້ນດັ່ງກ່າວ​ຂອງ​ຈີນ​ແມ່ນ​ຈະ​ແຈ້ງ ​ແລະ ບໍ່​ປ່ຽນ​ແປງ​ໂດຍ​ຕະຫຼອດ.

  ຖະ​ແຫຼງການລະບຸ​ວ່າ, ຟິລິບ​ປິນ​ຍື່ນ​ບັນຫາ​ດັ່ງກ່າວ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການ​ແມ່ນ​ມີ​ເຈດຕະນາ​ຮ້າຍ, ບໍ່​ແມ່ນ​ເພື່ອ​ແກ້​ໄຂ​ຄວາ​ມຂັດ​ແຍ້​ງ​ກັບ​ຈີນ, ​ແລະ​ກໍ​ບໍ່​ແມ່ນ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິ​ພາບ ​ແລະສະຖຽນ​ລະ​ພາບ​ໃນທະ​ເລ​ຈີນ​ໃຕ້, ຫາກ​ແມ່ນ​ເພື່ອ​ຢັບຢັ້ງ​ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ​ສິດ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ​​ໃນທະ​ເລ​ຈີນ​ໃຕ້. ຂະນະ​ທີ່ສານ​ອະນຸ​ຍາ​ໂຕ​ຕຸລາການ​ສາກົນ​ໄດ້​ປະໝາດ​ທາດ​ແທ້​ຂອງ​ຄຳ​ຮ້ອງ​ຂໍ​ຂອງ​ຟິລິປິ​ນນັ້ນ​ແມ່ນບັນຫາ​ອະທິປະ​ໄຕ​ດ້ານ​ດິນ​ແດນ​ແລະ​ການ​ຂີດ​ແບ່ງ​ຊາຍ​ແດນທາງ​ທະ​ເລ, ​ໄດ້ຕີ​ຄວາມ​ໝາຍ​ທາງ​ເລືອກ​ຮ່ວມ​ລະຫວ່າງ​ຈີນ-​ຟິລິບ​ປິນກ່ຽວ​ກັບ​ວິທີ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໃນ​ທາງ​ຜິດພາດ, ​ໄດ້​ກະທຳ​ຜິດ​ຢ່າງຈະ​ແຈ້ງງ​ໃນ​ການຊອກຮູ້​ຄວາມ​ຈິງ ​ແລະການ​ນຳ​ໃຊ້​ກົດໝາຍ​. ການ​ກະທຳ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ ກໍ່​ຄື​ການ​ຕັດສິນ​ຂອງ​ສານ​ດ່ັງກ່າວ​ໄດ້ຂັດກັບ​ພຶດຕິ​ກຳ​ທົ່ວ​ໄປ​ຂອງ​ການ​ຕັດສິນ​ສາກົນຢ່າງ​ໜັກ​ໜ່ວງ, ຂັດ​ກັບ​ເຈດ​ຕະນາ​ແລະ​ຈຸດປະສົງ​ການ​ຊຸກຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ທີ່​ລະບຸ​ໄວ້​ໃນ《ສົນທິສັນຍາ​ກ່​ສະຫະ​ປະຊາ​ຊາວ່າ​ດ້ວຍ​ກົດໝາຍ​ທະ​ເລ》ຢ່າງ​ເຖິງ​ຖອງ, ອັນ​ໄດ້​ທຳລາຍ​ຄວາມ​ສົມ​ບູນ ​ແລຄວາມ​ສັກສິດ​ຂອງ​ສົນທິ​ສັນຍາ​ດ່ັງກ່າວຢ່າງ​ຮ້າຍ​ແຮງ, ​ໄດ້​ລ່ວງ​ລະ​ເມີດ​ສິດທິ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ຈີນ​ໃນ​ຖານະ​ເປັນ​ປະ​ເທດ​​ອະທິປະ​ໄຕ ​ແລະ​ເປັນ​ປະ​ເທດ​ພາຄີ​​ສົນທິສັນຍາ​ດ່ັ​ວກ່າວຢ່າງ​ໜັກໜ່ວງ, ​ສະ​ນັ້ນ ​ການ​ກະທຳ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຂາດ​ຍຸດຕິ​ທຳ ​ແລະ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ.

  ຖະ​ແຫຼ​ງການ​ລະບຸ​ວ່າ: ລັດຖະບານ​ຈີນ​ຂໍກ່າວ​ຢ້ຳອີກ​ເທື່ອ​ໜຶ່ງ, ຕໍ່​ບັນຫາ​ອະທິປະ​ໄຕ​ດ້ານ​ດິນ​ແດນ​ແລະ​ຄວາມ​ຂັດ​ແຍ້​ງກັນ​ໃນ​ການ​ຂີດ​ແບ່ງ​ຊາຍ​ແດນ​ທາງ​ທະ​ເລນັ້ນ, ຈີນບໍ່ຮັບຮອງ​​ວິທີ​ການແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ຝ່າຍ​ທີ 3 ​​​ແລະ​ບໍ່​ຮັບຮອງແຜນການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນແບບ​ບັງຄັບທີ່​ແນ​ໃສ່​ຈີນ. ​ແນວ​ໃດ​ກໍ​ດີ, ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ທີ່​ຮັບຮອງ​ໂດຍ "ກົດບັດສະຫະ​ປະຊາ​ຊາດ" ​ແລະ​ຫຼັກ​ການ​ພື້ນຖານ​​ແຫ່ງ​ການ​ພົວພັນ​ສາກົນ, ລວມທັງ​ເຄົາລົບ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນກໍ​ຄື​ຫຼັກການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍສັນຕິ, ຍຶດໝັ້ນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນກັບປະ​ເທດ​ທີ່​ກ່ຽວຂ້ອງໂດຍ​ກົງບົນ​ພື້ນຖານ​ເຄົາລົບ​ຄວາມ​​ເປັນຈີິງ​ໃນປະຫວັດສາດ​ແລະ​ອີງ​ຕາມ​ກົດໝາຍ​ສາກົນ, ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ