ຈີນ​ຕອບ​ໂຕ້​ຕໍ່​ການ​ຕັດສິນ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ຟີ​ລິບ​ປິນ
2016-07-13 15:29:01  cri 
​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ກໍລະກົດ​ນີ້, ນັກ​ຂ່າວ​ຖາມ​ວ່າ: ວັນ​ທີ 12 ກໍລະກົດ​ນີ້, ອົງການປົກຄອງ​ໄຕ້​ຫວັນ​ໄດ້​ຕອບ​ໂຕ້​ກ່ຽວ​ກັບ​ຜົນ ​ການ​ຕັດສິນບັນຫາ​ທະ​ເລ​ຈີນ​ໃຕ້​ທີ່ສານ​ອະນຸຍາ​ໂຕ​ຕຸລາການ​ປະ​ກາດໂດຍ​ກ່າວ​ວ່າມີ​ສິດ​ອຳນາດ​ທາງ​ກົດໝາຍ​ສາກົນ​ແລະ​ກົດໝາຍທະ​ເລ​ຕໍ່ເກາະດອນ​ຕ່າງໆ​ຂອງ​ທະ​ເລ​ຈີນ​ໃຕ້​ກໍ​ຄືເຂດ​ທະ​ເລ​ທີ່​ກ່ຽວຂ້ອງ, ການ​ຕັດສິນ​ຕໍ່​ເກາະ​ທ້າຍ​ຜິ​ງ​​ເປັນ​ການທຳລາຍ​ສິດ​ອຳນາດ​ດັ່ງກ່າວ. ຜົນ​ການ​ຕັດສິນ​ທີ່​ກ່ຽວຂ້ອງ​ຈະ​ບໍ່​ມີ​ຜົນ​ສັກ​ສິດທາ​ງ​ກົດໝາຍ. ຕໍ່​ເລື່ອງ​ນີ້​ທ່ານ​ມີ​ຄຳ​​ເຫັນ​ແນວ​ໃດ?

ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ພວກ​ເຮົາ​ໄດ້ຕິດຕາມ​ການ​ລາຍ​ງານ​​ຂ່າວທີ່​ກ່ຽວຂ້ອງ ​ເຊິ່ງຄະດີ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ຟີ​ລິບ​ປິນ​​ເປັນ​​ເລື່ອງ​ຕະຫຼົກ​ທີ່​ສຸດ, ອະທິປະ​ໄຕ​ເໜືອ​ດິນ​ແດນ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​ຂອງພວກ​ເຮົາ​ຢູ່​ທະ​ເລ​ຈີນ​ໃຕ້​ຈະ​ບໍ່​ຖືກ​ກະທົບ​ຈາກ​ການ​ຕັດສິນ​ທີ່​ຜິດ​ກົດໝາຍ, ພວກ​ເຮົາ​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເໜືອ​ດິນ​ແດນ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​ຢູ່​ທະ​ເລ​ຈີນ​ໃຕ້. ປະຊາຊົນ​ຈີນ​ສອງ​ຝັ່ງ​ຊ່ອງ​ແຄບ​ມີພັນທະ​​ໜ້າ​ທີ່​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຊັບ​ສິນ​ທີ່​ເປັນ​ມໍລະດົກ​ຕົກ​ທອດ​ມາ​ແຕ່​ບູຮານຂອງ​ຊົນ​ຊາດ​ຈີນ​ໃຫ້​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ