ເນື້ອ​ໃນ​ປຶ້ມ​ປົກ​ຂາວ​ເນັ້ນ "ຈີນ​ຍຶດໝັ້ນການ​ເຈລະຈາ​​ແກ້​ໄຂ​ຂໍ້​ຂັດ​ແຍ້​ງລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນຢູ່​ທະ​ເລ​ຈີນ​ໃຕ້"
2016-07-14 17:05:32  cri 
ຫຼັງ​ຈາກ​ສານ​ອະນຸຍາ​ໂຕ​ຕຸລາການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ປະກາດ​ຄຳ​ຕັດສິນ​ສຸດ​ທ້າຍ​ທີ່​​ເປັນ​ໂມຄະ​ແລະ​ຜິດ​ກົດໝາຍ​ແລ້ວ, ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້ນຳ​ສະ​ເໜີປຶ້ມ​ປົກ​ຂາວ "ຈີນ​ຍຶດໝັ້ນການ​ເຈລະຈາ​​ແກ້​ໄຂ​ຂໍ້​ຂັດ​ແຍ້​ງລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນຢູ່​ທະ​ເລ​ຈີນ​ໃຕ້"​ໃນ​ວັນ​ທີ 13 ກໍລະກົດ​ນີ້.

ທ່ານ​ເຊ​ລີ້ ຫົວໜ້າ​ຫ້ອງ​ຄົ້ນຄວ້າ​ຍຸດ​ທະ​ສາດ​ສາກົນ​​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແລະ​ການ​ເມືອງ​​ໂລກ​ຂອງ​ສະ​ຖາ​ບັນວິທະຍາສາດ​ສັງຄົມ​​ແຫ່ງ​ຊາດຈີນ​ກ່າວ​ວ່າ: ປຶ້ມ​ປົກ​ຂາວ​ໃນ​ຮູບ​ແບບ​ເອກະສານ​ລັດຖະບານ​ໄດ້​ບັນ​ລະ​ຍາຍ​ຢ່າງ​ເປັນ​ລະບົບ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ວ່າ ອະທິປະ​ໄຕ​ຂອງ​ຈີນ​ເໜືອ​ເກາະດອນ​ຕ່າງໆ​ໃນ​ທະ​ເລ​ຈີນ​ໃຕ້​ໄດ້​ກຳນົດ​ໄວ້​ແລ້ວ​ໃນ​ປະ​ຫວັດ​ສາດ​ເຊິ່ງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ແລະ​ຈຸດ​ຢືນ​ທີ່​ໜັກ​ແໜ້ນ​ຂອງ​ທາງ​ການ.

ທ່ານ​ຫານ​ອ້າຍ​ຢົງ ຮອງ​ສາ​ສະ​ດາ​ຈານ​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ສາກົນ​ໂຮງຮຽນ​ທິດ​ສະ​ດີ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ: ຫົວ​ຂໍ້​ຂອງ​ປຶ້ມ​ປົກ​ຂາວ​ຄື ຈີນ​ຍຶດໝັ້ນ​ການ​ເຈລະຈາ​​ແກ້​ໄຂ​ຂໍ້​ຂັດ​ແຍ້​ງລະຫວ່າງ​ຈີນ​ກັບ​ຟີ​ລິບ​ປິນຢູ່​ທະ​ເລ​ຈີນ​ໃຕ້ ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ມີ​ຄວາມ ພະຍາຍາມ​ຮ່ວມ​ກັບປະ​ເທດ​ກ່ຽວຂ້ອງ​ເພື່ອ​​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ໃຫ້​ເໝາະ​ສົມ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນລະ​ພາບ​ຂອງ​ທ​ະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ