ການ​ນຳ​ແລະ​ບຸກຄົນ​ສຳຄັນ​ຂອງ​ປະ​ເທດ​ໃນ​ອາ​ຊຽນສະ​ໜັບສະ​ໜູນ​ຈຸດ​ຢືນ​ຂອງ​ຈີນ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້
2016-07-14 16:59:06  cri 
  ວັນ​ທີ 12 ກໍລະກົດ​ນີ້, ຫຼັງ​ຈາກສານ​ອະນຸຍາ​ໂຕ​ຕຸລາການ​ທີ່​ຮັບຜິດຊອບ​ຄະດີ​ຕັດສິນ​ຄວາມ​ຂັດ​ແຍ້​ງກັນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້ໄດ້ປະກາດ "​ຄຳ​ຕັດສິນ​ສຸດ​ທ້າຍ" ວ່າ​ຈີນ​ບໍ່​ມີ​ສິດ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້​ນັ້ນ, ຈີນ​ຖື​ວ່າ​ຜົນ​ການ​ຕັດສິນເປັນ​ໂມຄະ​ແລະ​ຜິດກົດໝາຍ​ໂດຍກະຊວງ​ການ​ຕ່າງປະ​ເທດ​ສາທາລະນະ​ລັດ​ປະຊາຊົນ​ຈີນ​​ໄດ້ຖະ​ແຫຼງຈຸດ​ຢືນຂອງ​ຕົນ​ທີ່​ບໍ່​ຮັບຮອງ​ແລະບໍ່ຍອມຮັບຜົນ​ການ​ຕັດສິນ​ດັ່ງກ່າວ. ຂະນະ​ທີ່​ວັນ​ທີ 13 ​ເດືອນ​ດຽວ​ກັນ, ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ປື້ມປົກ​ຂາວ "ຈີນຍຶດໝັ້ນແກ້ໄຂຄວາມຂັດແຍ້ງກັບຟິລິບປິນໃນບັນຫາທະເລຈີນໃຕ້ໂດຍຜ່ານການເຈລະຈາ" ​ເຊິ່ງຈຸດ​ນີ້​ເຮັດ​ໃຫ້ການ​ນຳ​, ອະດີດ​ການ​ນຳຄົນ​ສຳຄັນ​ແລະ​ຜູ້​ຊ່ຽວຊານ, ​ນັກວິຊາການ​ຂອງ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ສະ​ແດງ​ທ່າ​ທີສະ​ໜັບສະ​ໜູນ​ຈຸດ​ຢືນ​ຂອງ​ຈີນ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້.

  ທ່ານ ຮຸນ​​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ວ່າ, ຜົນ​ການ​ຕັດສິນ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ "ມີ​ຈຸດປະສົງ​ທາງ​ການ​ເມືອງ". ຈາກ​ນີ້​ປະ​ເທດ​ຕົນ​ຈຶ່ງບໍ່ສະໜັບສະໜູນ​ຜົນ​ການຕັດສິນ​ດັ່ງກ່າວທີ່​ເປັນ​ຜົນ​ມາ​ຈາກບາງ​ອິດ​ທິກຳລັງ​ທີ່ຢູ່​ນອກ​ພາກ​ພື້ນ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ຄັດຄ້ານ​ຈີນ​ເຊິ່ງບັນຫານີ້ "ຈະ​ນຳ​​ເອົາຜົນ​ທະ​ທົບ​ທີ່​ບໍ່​ດີມາ​ສູ່ອາ​ຊຽນ​ແລະ​ພາກ​ພື້ນ". ຂະນະ​ດຽວ​ກັນ, ທ່ານ ຮຸນ​​ເຊັນ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ທີ່ຢູ່​ນອກ​ພາກ​ພື້ນ​ຈົ່ງ​ຢຸດການ​​​ແຊກ​ແຊງ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະ​ຈົ່ງ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ເຈ​ລະຈາສອງ​ຝ່າຍ.

  ທ່ານ ໂອອິຊັນ ອະດີດ​ເລຂາ​ການເມືອງ​ຂອງນາຍົກລັດຖະມົນຕີມາ​ເລ​ເຊຍ​ທັງ​ເປັນ​ນັກ​ວິຈານ​ທີ່​ມີ​ຊື່​ສຽງກ່າວ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 13 ກໍລະກົດ​ນີ້​ວ່າ, ສານ​ອະນຸຍາ​ໂຕ​ຕຸລາການປະກາດ​ຄຳ​ຕັດສິນ​ດັ່ງກ່າວ​ບໍ່​ສາມາດຫັນ​ປ່ຽນ​ສະພາບ​ປັດຈຸບັນ​ຢູ່​ທະ​ເລ​ຈີນ​ໃຕ້​ແລະຜົນ​ການ​ຕັດສິນ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ສັບສົນ​ຫຼາຍຂຶ້ນ, ຂະນະ​ທີ່ການ​ຕັດສິນວ່າ​ເກາະ​​ໄທ້​ຜິ​ງ​ເປັນ "​ໂຂ​ດຫີນ" ນັ້ນ​ກໍ​ໄຮ້​ເຫດຜົນ​ທີ່​ສຸດ​ເຊິ່ງການ​ກະທຳ​ທີ່​​ເມີນ​ເສີຍ​ຕໍ່​ສະພາບ​ປັດຈຸບັນ​ແລະ​ປະຫວັດສາດ​ຢູ່​ທະ​ເລ​ຈີນ​ໃຕ້​​ແນວ​ນີ້​ບໍ່​ເປັນ​ປະ​ໂຫຍ​ດຕໍ່​ການ​ສ້າງສັນ​ຕິ​ພາບ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​ພາກ​ພື້ນ​.

  ຂະນະດຽວ​ກັນ​, ບຸກຄົນ​ສຳຄັນ​ຫຼາຍ​ທ່ານ​ຂອງ​ຟີ​ລິບ​ປິນຕ່າງ​ກໍ​ອອກ​ມາກ່າວວ່າ: ຄະດີ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ເປັນ​ກົນອຸບາຍທີ່ອາ​ເມ​ລິ​ກາ​​​ສວຍໃຊ້​ຟີ​ລິບ​ປິນ​​ເພື່ອ​ບັນລຸ​ຈຸດປະສົງ​ຂອງ​ຕົນ.

  ທ່ານ ອັນ​ໂຕ​ນີ​ໂອ ວັດ​ເດີ​ສ໌ ອະດີດຮອງ​ລັດຖະມົນຕີ​ກະຊວງ​ສຶກສາທິການ​ຟີລິບ​ປິນກ່າວ​ວ່າ: ຄະນະສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວ​ກ່ຽວ​ກັບ​ຄະດີ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ເບິ່ງຈັ່ງ​ໜຶ່ງ​ຄື​ເປັນການ​ຕັດສິນ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ຟີ​ລິບ​ປິນ-ຈີນ, ​ແຕ່​ຄວາມ​ຈິງ​ແລ້ວນີ້ແມ່ນ​ການຄວບ​ຄຸມຂອງ​ອາ​ເມ​ລິ​ກາທັງ​ນັ້ນ​. ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຈາກ​ການ​ຕັດສິນ​ດັ່ງກ່າວ​​ແຕ່​ຝ່າຍ​ດຽວນັ້ນຈະ​ບໍ່​ແມ່ນ​ຟີ​ລິບ​ປິນຢ່າງ​ເດັດຂາດ, ຫາກ​ແມ່ນ​ອາ​ເມ​ລິ​ກາທີ່​ສ້າງເລື່ອງ​ດັ່ງກ່າວ​ຂຶ້ນ​ມາເພື່ອ​ຄັດຄ້ານ​ຈີນ. ທ່ານ​ກ່າວ​ຕື່ມວ່າ, "ການ​ທີ່ລັດຖະບານຂອງທ່ານ ເບນິກໂນ ອາກີໂນ ອະດີດ​ປະທານາທິບໍດີ​ຟິລິບ​ປິນຕົກລົງ​ຟ້ອງສານ​ອະນຸຍາ​ໂຕ​ຕຸລາການ​ແລະລັດຖະບານ​ຊຸດ​ດັ່ງກ່າວ​ລ້ວນ​ແຕ່ເຮັດຕາມຈຸດປະສົງ​ຂອງ​ອາ​ເມ​ລິ​ກາ. ຂະນະ​ທີ່​ການຈັດ​ຕັ້ງ​ແລະ​ຄະນະຂອງ​ສານ​ດັ່ງກ່າວ​ກໍ​ເປັນ​ສິ່ງ​ທີ່ໜ້າ​ສົງ​ໄສ​ທີ່​ສຸດ, ດ້ວຍ​ເຫດ​ນີ້​ຈຶ່ງ​ເຫັນ​ວ່າ​ການ​ທີ່ຈີນ​ປະຕິ​ເສດ​ບໍ່​ເຂົ້າ​ຮ່ວມການ​ຕັດສິນ​​ແມ່ນ​ສົມ​ເຫດ​ສົມ​ຜົນ​ແລ້ວ."
 
  ທ່ານ ​ເຮີ​ມານ ລາວ​ເຣວ ນັກ​ວິຈານ​​ການ​ເມືອງ​ທີ່​ມີ​ຊື່​ສຽງ​ຂອງ​ຟີ​ລິບ​ປິນກໍກ່າວ​ວ່າ: "ຖ້າວ່າ​ຈີນ​ແລະ​ຟີລິບ​ປິນດຳ​ເນີນ​ການ​ເຈລະຈາ​ສອງ​ຝ່າຍ, ບັນດາ​ປະ​ເທດ​​ໃນອາ​ຊຽນກໍລ້ວ​ນ​ແຕ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ຍິນ​ດີ, ​ແຕ່​ອາ​ເມ​ລິ​ກາພັດ​ບໍ່​ຍິນ​ດີຖ້າ​ເຫັນສະພາບ​ແບບ​ນີ້​ເກີດ​ຂຶ້ນ. ທີ່​ສຳຄັນ​ທັງອາ​ເມ​ລິ​ກາ​ແລະ​ຍີ່ປຸ່ນ​ຫວັງ​ຮັກສາຖານະ​ປະ​ເທດຜູກ​ຂາດຕໍ່ຜົນ​ປະ​ໂຫຍ​ດຢູ່​ອາ​ຊຽນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ