ເລຂາທິການ​ສະມາຄົມ​ມິດຕະພາບ​ລາວ-ຈີນ​ເຫັນ​ວ່າ ບົດຮຽນການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກຂອງ​ຈີນ​ເປັນບົດຮຽນ​ທີ່​ດີ
2016-07-15 16:00:54  cri 
​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຄູນ ບຸນ​ວິ​ໄລ ​ເລຂາທິການ​ສະມາຄົມ​ມິດຕະພາບ​ລາວ-ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ຜົນສຳ​ເລັດໃນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​​ຂອງ​ຈີນ​ເປັນ​ບົດຮຽນ​ທີ່​ດີ​ຫຼາຍ​ເຊິ່ງ​ລາວ​ທີ່​ຍັງ​​ເປັນປະ​ເທດ​ດ້ອຍ​ພັດທະນາ​ນັ້ນຈະ​ນຳ​ໄປ​ເປັນ​ບົດຮຽນ​ໃນ​ການ​ພັດທະນາ​ປະ​ເທດ.

ທ່ານ​ສີ​ຄູນ​ກ່າວ​ວ່າ: ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເຮັດ​ໃຫ້​ຈີນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຈາກ​ປະ​ເທດ​ທີ່​ທຸກ​ຍາກ​ຫຼ້າ​ຫຼັງ​ໄດ້​ກ້າວ​ຂຶ້ນ​ເປັນ​ກຸ່ມ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ໂລກ. ປັດຈຸບັນ, ລາວ​ກຳລັງ​ປະຕິ​ບັດ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະຕູ​​ເຊິ່ງ​ນອກຈາກ​ສຸມ​ທຸກ​ກຳລັງ​ສັງ​ລວມພາຍ​ໃນ​ປະ​ເທດ​ຕົນ​ແລ້ວ​ຍັງໄດ້ຖອດຖອນ​ບົດຮຽນ​ຈາກນະ​ໂຍບາຍ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນຕື່ມ​ສົ່ງ​ຜົນເຮັດ​ໃຫ້​ເສດຖະກິດ​ລາວ​ໄດ້​ຮັບ​ການພັດທະນາ​ຢ່າງ​ວ່ອງ​ໄວ​ໂດຍ​ປະສົບ​ຜົນສຳ​ເລັດ​​ໃນ​ການ​ພັດທະນາ​ເສດຖະກິດຢ່າງ​ຫຼວງ​ຫຼາຍ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້ ​ແລະເຮັດ​ໃຫ້​ລາວ​ຫຼຸດ​ພົ້ນ​ອອກຈາກ​ປະ​ເທດ​ທຸກ​ຍາກ​ເປັນ​ກ້າວໆ.

ທ່ານ​ສີ​ຄູນ​ຢືນຢັນ​ວ່າ ​ນັບແຕ່​ປີ 1990 ​ເຖິງ​ປັດຈຸບັນ, ຈີນ​ໄດ້​ຊ່ວຍ​ປະ​ເທດ​ລາວ 100 ກວ່າ​ໂຄງການ​ດ້ວຍ​ຮູບ​ການ​ຕ່າງໆ, ບໍລິສັດ​ຈີນ​ໄດ້​ເປີດ​ກວ້າງ​ການ​ລົງທຶນ​ຢູ່​ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ. ສົ່ງ​ຜົນ​ເຮັດ​ໃຫ້​ຈີນກາຍ​ເປັນ​ປະ​ເທດ​ທີ່​ລົງທຶນ​ຢູ່​ລາວ​​​ເປັນ​ອັນ​ດັບ​ໜຶ່ງ ​ເຊິ່ງໄດ້​ປະກອ​ບສ່ວນ​ສຳຄັນ​ຍິ່ງ​ຕໍ່ການ​ພັດທະນາ​ເສດຖະກິດ​ສັງຄົມ​ລາວ​ທັງ​ໄດ້​ສະໜອງ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ການພັ​ດທະນາ​ເສດຖະກິດ​ຂອງ​ລາວຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ