ຕະຫລົກ​ຄັກ ​ເມື່ອ ອະນຸຍາ​ໂຕ​ຕຸລາກາ​ນ ບໍ່​ແມ່ນ​ສານ
2016-07-15 15:07:06  cri 

ກ່ອນ​ຈະ​ເຂົ້າ​ເລື່ອງ​ຄວາມ​ຈິງ​​ດັ່ງ​ທີ່​ພາດ​ຫົວ​ຂໍ້​ນັ້ນ,ຫວນ​ມາ​ຮູ້​ກັນ​ອີກ​ເທື່ອ​ໜຶ່ງ​ຕໍ່​ຜົນ​ການ​ຕັດສິນ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ ສປ ຈີນ ​ເປັນ​ຝ່າຍ ​ເສຍ​ຄະດີ ​ແລະ ​ເມື່ອ​ຮູ້​ຜົນ​ການ​ຕັດສິນ,ລັດຖະບານ​ຈີນ ກໍ​ອອກ​ມາ​ຕອບ​ໂຕ້​ທັນ​ຄວັນ​ດ້ວຍ​ການ​ປະ ກາດ​ຢ່າງ​ຈະ​ແຈ້ງ​ເດັດຂາດ​ເດັດດ່ຽວ​ວ່າ ການ​ຕັດສິນ​ເປັນ​ເລື່ອງ​ໄຮ້​ສາລະ,ບໍ່​ຍອມ ຮັບ ​ແລະ ຖື​ວ່າ​ເປັນ​ພຽງ​ເຈັ້ຍ​ເສດ​ໃບ​ໜຶ່ງ​ເທົ່າ​ນັ້ນ!​ເປັນ​ຫຍັງ? ​ແລະ ກ່ອນ​ຈະ​ຮູ້​ເຫດ​ຜົນມາ​ຮູ້ຈັກ​ຄຳ​ວ່າ ​ເສຍກັນ​ກ່ອນ​ເຊິ່ງໝາຍ​​ເຖິງ​ເກີດ​ການ​ຕໍ່ສູ້,ການ​ແຂ່ງຂັນ​ເກ​ມ​ໃດ​ໜຶ່ງ,ການ​ສູ້​ຮົບ​ກັນ​ລະຫວ່າງ 2 ຝ່າຍ​ຂຶ້ນ​ໄປ​ນັ້ນ​ເອງ.ກ້ຽວ​ມາ​ໃສ່​ກໍລະນີ​ການ​ຕັດສິນ​ທີ່​ຟິລິບ​ປິນຍື່ນ​ຮ້ອງ​ຟ້ອງ​ຈີນ​ແຕ່​ຝ່າຍ​ດຽວ​ໂດຍ​ຈີນບໍ່​ໄດ້​ໄປ​ຕໍ່ສູ້​ຄະດີ​ດັ່ງກ່າວ,ແຕ່​ ອະນຸຍາ​ໂຕ​ຕຸລາການ ​ເຣັກ ພັດ​ຕັດສິນ​ວ່າ ຈີນ"ເສຍ​ຄະດີ " ຕະຫລົກ​ບໍ່​ລະ​ບັດນີ້!

ຄຳ​ວິນິດ​ໄສ​ຂໍ້​ພິພາດ​ທະ​ເລ​ຈີນ​ໃຕ້​ລະຫວ່າງ​ຈີນ-ຟິລິບ​ປິນ ກາຍ​ເປັນ​ລະຄອນ​ຊີ ວິດໄປ​ເສຍ​ແລ້ວ​ເມື່ອ​ສປ ຈີນ ບອກ​ວ່າ:ຄຳ​ຕັດສິນ​ດັ່ງກ່າວ ​ເປັນ​ໂມຄະ ຫລື ​ເຂົ້າ​ໃຈ ງ່າຍໆ​ກໍ​ຄື​ບໍ່​ມີ​ສາ​ລະຫຍັງ​ເລີຍ.​ຈາກ​ນີ້ ອະນຸຍາ​ໂຕ​ຕຸລາການ ຈຶ່ງ​​ເໝືອນ​ໂຕ​ຕະ ຫລົກທີ່​ແທ້​ຈິງ ​ແລະ ການ​ພິຈາລະ​ນະ​ຄະດີ ກໍ​ເປັນ​ພຽງ​ການ​ຫລິ້ນ​ລະຄອນຂອງ​ອາ​ເມ​ຣິກາ ​ແລະ ປະ​ເທດ​ຕາ​ເວັນ​ຕົກ​ເທົ່າ​ນັ້ນ.ທີ່​ສຳຄັນ​ຫລັງ​ການ​ຕັດສິນ People s Daily Online​ໄດ້​ສະ​ເໜີ​ຂ່າວ​ເລື່ອງ​ນີ້​ໂດຍ​ພາດ​ຫົວ​ຂໍ້​ຂ່າວ​ວ່າ:ອົງການສະຫະ​ປະ ຊາ​ຊາດ ບໍ່​ກ່ຽວຂ້ອງກັບ​ອະນຸຍາ​ໂຕ​ຕຸລາການ​ຢູ່​ນະຄອນ​ເຮັກ.ມັນ​ຊິ​ກ່ຽວຂ້ອງ​ໄດ້​ແນວ​ໃດ​ເມື່ອ​ອົງການ​ນີ້​ເປັນ​ອິດ​ສະລະ​ຈາກ​ອົງການ​ສະຫະ​ປະຊາ​ຊາດ.ດ້ວຍ​ຄວາມ​ເປັນ​ຈິງ​ຄື​ດັ່ງກ່າວ,​ໂຄສົກອົງການ ສປຊ ກໍ​ອອກ​ມາ​ປະກາດ​ຢ່າງ​ຈະ​ແຈ້ງວ່າ:ບໍ່​ມີ​ສ່ວນ​ກ່ຽວຂ້ອງ​​ໃດໆກັບອະນຸຍາ​ໂຕ​ຕຸລາການ ​ເຮັກ (PCA)ທີ່​ອອກ​ຄຳ​ວິນິດ​ໄສ​ເຊິ່ງ ພົບ​ສິ່ງທີ່​ບໍ່​ໜ້າ​ເຊື່ອ​ຖື​ເມື່ອ​ວັນ​ທີ 12 ​​ກໍລະກົດ​ນີ້ ​ແລະ ​ເປັນ​ການລະ​ເມີດ​ກົດໝາຍ ກ່ຽວ​ກັບ​ການ​ຕັດສິນ​ຊີ້​ຂາດ​ໃນ​ການ​ພິຈາລະນາ​ຄະດີ​ທີ່​ເລີ່​ມຕົ້ນຈາກ​ຟິລິບ​ປິນ​ແຕ່​ຝ່າຍ​ດຽວ​ຕໍ່​ຈີນ​ເມື່ອ​ປີ 2013.
ຊັ້ນ ອະນຸຍາ​ໂຕ​ຕຸລາການ ຫລື Permanvnt Court of Abitration (PCA)​ແມ່ນ​ໃຜ?ຫລາຍ​ແຫ​ລ່ງຂ່າວ​ບອກ​ວ່າ:ອົງການ​ນີ້​ຕ່າງ​ຈາກ​ສານ​ຍຸຕິ​ທຳ​ລະຫວ່າງ​ປະ​ເທດ​ເຊິ່ງຕັ້ງຢູ່​​ໃນ​ອາຄານ​ດຽວ​ກັນ​ຄື​ວັງສັນ​ຕິ​ພາບ ຢູ່ເຮັກ ປະ​ເທດ​ໂຮ​ນລັງ ສ້າງຕັ້ງ ຂຶ້ນ​ເມື່ອ​ປີ 1899​ໃນ​ກອງ​ປະຊຸມ​ສັນຕິພາບ​ເຮັກ​ຄັ້ງທຳ​ອິດ​ໂດຍ​ມີໜ້າ​ທີ່​ສົ່ງ​ເສີມ​ການ ​ແກ້​ໄຂ​ຂໍ້​ພິພາດ​ທີ່​ກ່ຽວຂ້ອງ​ກັບ​ລັດ,ໜ່ວຍ​ງານ​ປົກຄອງ​ລັດ,ອົງການ​ສາກົນ​ແລະ ​ເອ ກະ​ຊົນ.ຈາກ​ນີ້​ຈຶ່ງ​ບໍ່​ແມ່ນ​ສານ,​ແຕ່​ເປັນ​ອົງການ​ວິນິດ​ໄສ​ຄະດີ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ຂັດ​ແຍ້​ງລະຫວ່າງ​ປະ​ເທດ​ຕ່າງ​ຕ່າງໆ ຫລື ຝ່າຍ ​ເອກະ​ຊົນ​ຫລາຍ​ກວ່າເຊິ່ງ ຕ່າງ​ຈາກ​ສານ​ຍຸຕິ​ທຳ​ສາກົນ ຫລື  International court of Justice (ICJ) ຫລື​ວ່າ ສານ​ໂລກ​ ທີ່​ເປັນ​ໜ່ວຍ​ງານ​ຍຸຕິ​ທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ,ຂະນະ​ທີ່​ອະນຸ ຍາ ໂຕ​ຕຸລາການ​ບໍ່​ແມ່ນ​ອົງການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແຕ່​ປະການ​ໃດ.

ທັງຫລາຍ​ທັງ​ປວງ​ເຫລົ່າ​ນີ້ ສປ ຈີນ ຈຶ່ງ​ບອກ​ວ່າ:ຄຳ​ວິນິດ​ໄສ​ດັ່ງກ່າວ​ເປັນ​ເລື່ອງ​ໄຮ້​ສາລະ ​ແລະ ຫລັງ​ຮູ້​ຜົນ ສປ ຈີນ ກໍ​ບໍ່​ໄດ້​ນິ້ງນອນ​ໃຈ​ໂດຍ​ການ​ກຽມພ້ອມ​ຮັບ​ມື​ກັບ​ສະຖານະ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢ່າງ​ເຂັ້ມ​ແຂງ,ສ່ວນປະທານາທິບໍດີ​ຄົນ​ໃໝ່​ຂອງ​ປະ​ເທດ​ຟິລິບ​ປິນ ​ໄດ້​ສະ​ແດງ​ທ່າ​ທີ​ທີ່​ສ້າງສັນ​ ​ແຕ່​ຂະນະ​ດຽວ​ກັນ ອາ​ເມ​ຣິກາແລະຍີ່ປຸ່ນ ພັດ​ກະ​ໂດດ​ໂລດ​ເຕັ້ນພ້ອມ​ຈະສ້າງ​ຄວາມ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ