ລາວ​ສະໜັບສະໜູນຫຼັກໝັ້ນຂອງ​ຈີນ​​ໃນ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້
2016-07-15 11:40:29  cri 

ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວກ່າວ​ໃນ​ເວລາ​ພົບ​ປະ​ກັບ​ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ​ຈີນ​ຢູ່​ນະຄອນຫຼວງອູ​ລານ​ບາ​ຕໍ ປະ​ເທດ​ມົງ​ໂກ​ລີ​ໃນ​ວັນ​ທີ 14 ກໍລະກົດ​ນີ້​ວ່າ: ລາວ​ສະໜັບສະໜູນຫຼັກໝັ້ນຂອງ​ຈີນ​ໃນ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່ຮ້ອງຟ້ອງ​ໂດຍ​ຟິລິບ​ປິນ​ແຕ່​ຝ່າຍ​ດຽວ ​ແລະ ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ຈີນ ​ເພື່ອ​​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ລາວ-ຈີນ​​ໄດ້​ຮັບ​ການ​ພັດທະນາ​ເປັນ​ຢ່າງ​ດີ ​ແລະ​ກໍຍິນ​ດີ​ເພີ່ມ​ທະວີ​ການ​ໄປມາ​ຫາ​ສູ່ຢ້ຽມຢາມ​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ​ກັບ​ຈີນ​ຕື່ມ​ອີກ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ ​ແ​ລະ​​ເລັ່ງຈັດຕັ້ງປະຕິບັດ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ​ຢ່າງຮອບດ້ານ​ໃນປີ​ນີ້. ຂະນະ​ດຽວ​ກັນ, ລາວ​ຈະ​ພະຍາຍາມ​ຮ່ວມ​ກັບ​ຝ່າຍ​ຕ່າງໆ ​ເພື່ອ​ຊຸກຍູ້​ການ​ພົວພັນ​ອາ​ຊຽນ-ຈີນ​ໃຫ້​ຂະຫຍາຍຕົວ.

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ຖື​ເອົາ​ການ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 55 ປີນັ້ນ​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່ ​​ເສີມສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້ດີ​ຍິ່ງ​ຂຶ້ນ ​ແລະ​ຍາດ​ໄດ້​ໝາກຜົນ​ຮ່ວມ​ມື​ອັນ​ໃໝ່.

ທ່ານຫຼີ​ເຄີ້ສຽງ ກ່າວ​ຕື່ມວ່າ: ຈີນ​ຊົມ​ເ​ຊີ​ຍລາວ​ໃນ​ຖານະ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ​ນີ້ ​ທີ່ໄດ້​ສຸມ​ທຸກ​ຄວາມ​ພະຍາຍາມ​​ຊຸກຍູ້​ການ​ພັດທະນາ​ອາ​ຊຽນ ລວມທັງ​ການປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ