ທະນາຍຄວາມ​ອາ​ເມ​ລິ​ກາ: ຮູ້ສຶກ​ປະຫຼາດ​ໃຈ​ຕໍ່​ຜົນ​ການ​ຕັດສິນ​ຂອງສານອະນຸຍາ​ໂຕ​ຕຸລາການ
2016-07-16 16:45:40  cri 
ວັນ​ທີ 15 ກໍລະກົດ​ນີ້, "ກອງ​ປະຊຸມ​ສຳ​ມະ​ນາ​ກົດໝາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ທາງ​ທະ​ເລ" ທີ່​ສະມາຄົມ​ວິຊາ​ການ​ກົດໝາຍ​ສາກົນ​ຈີນ​ແລະ​ສູນ​ອະນຸຍາ​ໂຕ​ຕຸລາການ​ສາກົນ​ຮົງ​ກົງ​ຈີນ​ເປັນ​ເຈົ້າພາບ​ຮ່ວມ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ຮົງ​ກົງ. ​ໃນ​ໂອກາດ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ທິ​ໂມ​ຊິ ​ເຈ ​ເຟີ​ຣິ, ທະນາຍຄວາມ​ຂອງ​ຫ້ອງການ​ທະນາຍຄວາມ Arent Fox ​ເຊິ່ງ​ເປັນ​ຫ້ອງການ​ທະນາຍຄວາມ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ກ່າວ​ວ່າ, ຮູ້ສຶກ​ປະຫຼາດ​ໃຈ​ທີ່​ສຸດ​ຕໍ່​ຜົນ​ການ​ຕັດສິນ​ຂອງສານອະນຸຍາ​ໂຕ​ຕຸລາການ.

ທ່ານ​ທິ​ໂມ​ຊິ ​ເຈ ​ເຟີ​ຣິ ກ່າວ​ວ່າ, ສິ່ງ​ທີ່​ຕົນ​ເອງ​ສົນ​ໃຈ​ນັ້ນ​ແມ່ນສານອະນຸຍາ​ໂຕ​ຕຸລາ ການ ມີສິດ​​ຄຸ້ມ​ຄອງຫຼື​ບໍ່? ທ່ານ​ກ່າວ​ວ່າ, ສານອະນຸຍາ​ໂຕ​ຕຸລາການ​ແມ່​ນປະກາດ​ຜົນ​ການ​ຕັດສິນ​ດັ່ງ​ກ່າວ​ບົນ​ພື້ນຖານ​ທີ່​ຕົນ​ເອງ​ມີ​ສິດຄຸ້ມ​ຄອງ, ນີ້​ເຮັດ​ໃຫ້​ຄົນ​ປະຫຼາດ​ໃຈ​ທີ່​ສຸດ. ​ເພາະ​ວ່າ​ກ່ອນ​ການ​ຕັດສິນ, ຈີນ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ອີງ​ຕາມ​ຂໍ້​ມາດຕາ 298 ຂອງ "ສົນທິສັນຍາ​ກົດໝາຍ​ທະ​ເລ​ອົງການ​ສະຫະ​ປະຊາ​ຊາດ", ​ໂດຍ​ຖື​ເອົາຄວາມ​ຂັດ​ແຍ້​ງກັນ​ທີ່​ກ່ຽວ​ພັນ​ເຖິງ​ການ​ຂີດ​ແບ່ງ​ເຂດ​ທະ​ເລ, ອ່າວ​ທະ​ເລ​ປະຫວັດສາດຫຼື​ສິດ​ອະທິປະ​ໄຕ​​​ເປັນ​ຕົ້ນ​ຢູ່​ນອກ​ປາສະຈາກລະບຽບ​ການ​ແກ້​ໄຂຄວາມ​ຂັດ​ແຍ້​ງ​ແບບ​ບັງຄັບ​ຂອງ "ສົນທິສັນຍາ​ກົດມໝາຍ​ທະ​ເລ​ອົງການ​ສະຫະ​ປະຊາ​ຊາດ" ​ແລ້ວ.

​ຂະນະ​ດຽວ​ກັນ​ນັ້ນທ່ານ ທິ​ໂມ​ຊິ ​ເຈ ​ເຟີ​ຣິກ່າວ​ວ່າ, ດີ​ໃຈ​ທີ່​ໄດ້​ເຫັນ​ຈີນ​ສືບ​ຕໍ່​ຍິນ​ດີ​ສຸມ​ກຳລັງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຂ້​ງກັນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ເຈລະຈາ​ສັນຕິພາບ.

ທ່ານ​ເຫັນ​ວ່າ, ສຳ​ລັບ​ຈີນ​ແລະ​ຟີ​ລິບ​ປີນ​ແລ້ວ​, ການ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ​ແມ່ນ​ການ​ຄັດ​ເລືອກ​ທີ່​ດີ​ທີ່​ສຸດ. ​ປັດຈຸບັນ, ການ​ເຈລະຈາ​ແມ່ນ​ວິທີ​ດີ​ທີ່​ສຸດ​ຂອງ​ຈີນ​ທີ່​ຮັກສາ​ອະທິປະ​ໄຕ​ແລະ​ຄວາມ​ປອດ​ໄພ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ