ປະຊາ​ຄົມ​ໂລກ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ທ່ານ​ນາຍົກ​ຫຼີ​ເຄີ້ສຽງ​ຢ້ຽມຢາມ​ມົງ​ໂກ​ລີ​ພ້ອມ​ທັງ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດອາຊີ-​ເອີຣົບ
2016-07-17 15:13:33  cri 
​​ແຕ່ວັນ​ທີ 13 ຫາວັນ​ທີ 16 ກໍລະກົດ​ນີ້, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ຢ້ຽມຢາມ​ມົງ​ໂກ​ລີ​ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນ ພ້ອມ​ທັງເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາຊີ-​ເອີຣົບຄັ້ງ​ທີ 11. ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຢ້ຽມຢາມ​ຂອງ​ທ່ານ​ຄັ້ງ​ນີ້ ພ້ອມ​ທັງ​ເຫັນ​ວ່າການ​ຢ້ຽມຢາມ​ຂອງ​ທ່ານຈະ​ເປັນ​ປະ​ໂຫຍ​ດຕໍ່​ການ​ຊຸກຍູ້​ການ​ເຊື່ອມ​ຕໍ່​ກັນທາງດ້ານ​ຍຸດ​ທະ​ສາດ​​ການ​ພັດທະນາ​ລະຫວ່າງ​ຈີນ-ມົງ​ໂກ​ລີ,ຊຸກຍູ້​ການ​ພັດທະນາ​ດ້ານ​ການເຊື່ອ​ມຈອດ​ກັນ​ລະຫວ່າງອາຊີ-​ເອີຣົບ.

ທ່ານສະມາຊິກ​ສະພາ​ ອະດີດຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ມົງ​ໂກ​ລີ​ກ່າວ​ວ່າ: ການ​ຢ້ຽມຢາມຂອງ​ທ່ານ ຫຼີ​ເຄີ້ສຽງ ​ຄັ້ງ​ນີ້​​ເປັນ​ການ​ຢ້ຽມຢາມ​ອີກ​ຄັ້ງ​ໜຶ່ງ​ຂອງ​ນາຍົກ​ລັດຖະມົນຕີຈີນ​​ໃນ​ຮອບ 6 ປີຜ່ານ​ມາ, ມີ​ຄວາມໝາຍສຳຄັນຫຼາຍ. ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ​ເຊິ່ງບໍ່​ພຽງ​ແຕ່​ຈະ​ຊຸກຍູ້​ການ​ຂະ​ຫຍາ​ຍການ​ພົວພັນ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ ​ແຕ່​ຍັງ​ຈະ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ເສດຖະກິດ​ສັງຄົມ​ອີກ​ດ້ວຍ.

ທ່ານ ບຳບາງ ​ເຊີໂຢ​ໂນ ນັກ​ວິ​ເຄາະ​ທາງ​ການ​ເມືອງ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ: ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທີ່​ຈີນ​ສະ​ເໜີ​ ມີ​ຈຸດ​ປະສົງ​ເພື່ອ​ໃຫ້​ແຜ່ນດິນ​ໃຫຍ່​ອາຊີ​-​ເອີຣົບ​ເຊື່ອມ​ຕໍ່​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ອາຊີ​ແລະ​ເອີຣົບທີ່ຢູ່ລຽບ​ຕາມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ". ບັນດາ​ປະ​ເທດ​ອາຊີ​ແລະ​ເອີຣົບຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ ​ແລະ ​ເສີມ​ສ້າງຄວາມ​ຊີວິດ​ຊີວາ​ທາງ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ​​ພາຍ​ໃຕ້​ຂອບ​ຂໍ້​ລິ​ເລີ່​ມດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ