ກອງ​ປະຊຸມ​​ສຸດ​ຍອດອາຊີ-​ເອີຣົບຄັ້ງ​ທີ 11 ອັດ​ລົງ​ຢູ່​ນະຄອນຫຼວງ​ອູ​ລານ​ບາ​ຕໍ​ຂອງ​ມົງ​ໂກ​ລີ
2016-07-17 15:14:31  cri 
ກອງ​ປະຊຸມສຸດ​ຍອດອາຊີ-​ເອີຣົບຄັ້ງ​ທີ 11 ທີ່​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ອູ​ລານ​ບາ​ຕໍ​ຂອງ​ມົງ​ໂກ​ລີ​ໄດ້​ອັດ​ລົງ​ໃນ​ວັນ​ທີ 16 ກໍລະກົດ​ນີ້. ຜູ້ນຳ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮ່ວມ​ກັນ​ອອກ "ຖະ​ແຫຼ​ງການ​ອູ​ລານ​ບາ​ຕໍ" ​​ແລະຖະ​ແຫຼ​ງການ​ປະທານ ​ໂດຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່ຊຸກຍູ້​ກົນ​ໄກ​ກອງ​ປະຊຸມ​ອາຊີ-​ເອີຣົບດ້ວຍ​ວິທີ​ເປີດ​ກວ້າງ​ແລະຄ່ອຍ​ເປັນ​ຄ່ອຍ​ໄປ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ ບົນພື້ນຖານ​ຖອດ​ຖອນ​ບົດຮຽນ​ໃນ​​ເມື່ອ​ກ່ອນຢ່າງ​ເຕັມ​ສ່ວນ.

ຂ່າວ​ແຈ້ງວ່າ: ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາຊີ-​ເອີຣົບ​ໃນ​ອະນາຄົດຕື່ມ​ອີກ, ຖະ​ແຫຼ​ງການ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມຕ່າງໆ​​ເປັນ​ຕົ້ນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ອາຊີ-​ເອີຣົບ, ສຸມ​ໃສ່​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ຊຸກຍູ້​ການ​ເຊື່ອມ​ຈອດ​ກັນ​ໃນ​ຂົ​ງ​ເຂດ​ຕ່າງໆ​,ຊຸກຍູ້ການ​​ເພີ່ມ​ຕື່ມ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​​ ​ແລະ​ອື່ນໆ.

ຖະ​ແຫຼ​ງການ​ຍັງ​ໄດ້ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​​ໂຈມ​ຕີ​ແບບ​ກໍ່​ການຮ້າຍ​ທີ່​ເກີດ​ຂຶ້ນ​ໃນ​ມໍ່ໆ​ນີ້ ​ໂດຍ​ເນັ້ນ​ວ່າ​ຈະ​ຮ່ວມ​ກັນ​ໂຈມ​ຕີ​ລັດທິ​ກໍ​ການ​ຮ້າຍ, ກຳຈັດ​ສະພາບ​​ແວດ​ລ້ອມ​ຂອງ​ການ​ແຜ່​ຂະຫຍາຍລັດທິ​ຫົວ​ຮຸນ​ແຮງ​ແລະ​ລັດທິ​ກໍ່​ການ​ຮ້າຍ.

ກອງ​ປະຊຸມ​ສຸດ​ຍອດອາຊີ-​ເອີຣົບຄັ້ງ​ນີ້​ໄດ້​ດຳ​ເນີນ​ເປັນ​ເວລາ​ສອງ​ວັນ ​ໂດຍມີ​ຜູ້ນຳ​ຂອງ​ 53 ​ສະມາຊິກຈາກ​ອາຊີ​ແລະ​ເອີຣົບເຂົ້າ​ຮ່ວມ. ນອກ​ນີ້,ກອງ​ປະຊຸມ​ຍັງ​ໄດ້​ປະກາດ​​ວ່າກອງ​ປະຊຸມ​ສຸດ​ຍອດຄັ້ງ​ຕໍ່​ໄປຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບຣຸກ​ແຊນ​ປະ​ເທດ​​ແບນ​ຊິກ​ໃນ​ປີ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ