ນ້ຳ​ພູ​​ໄຫຼ​ຊຸ​ແຮງ​ຢູ່​ຮ່ອມ​ພູ​ຫູ​ທ້ຽວແຂວງ​ຢູນນານ
2016-07-18 17:07:11  cri 

ເນື່ອງຈາກ​ປີ​ນີ້​ຢູ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ສປ​ຈີນ​ມີ​ຝົນຕົ​ກໜັກ​ເປັນ​ວົງ​ກວ້າງ, ຮ່ອມ​ພູ​ຫູ​ທ້ຽວຫຼື​ຮ່ອມ​ພູ​ເສືອ​​ເຕັ້ນ​ໄດ້​ເກີດສະພາບ​ນ້ຳ​ພູໄຫຼຊຸ​ແຮງ​​ເຊິ່ງ​ໄປ​ພ້ອມ​ກັບການ​ສ້າງ​ຄວາມ​ຕົກ​ໃຈ​ແລ້ວ​ຍັງ​ສ້າງ​ຄວາມ​ຕື່ນ​ເຕັ້ນ​ເມື່ອ​ເປັນ​ພາບ​ທີ່​ງົດ​ງາມທີ່​ສຸດ. ​ເຖິງ​ວ່າ​​ເດືອນ​ກໍລະກົດ​ນີ້ຢູ່ຕາ​ແສ​ງລົງ​ຟານ​ເມືອງລີ້​ຈ່ຽງມີ​ຝົນຕົກ​ຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້ທາງ​ຫຼວງ​​ເປ່​ເພ​ເສຍ​ຫາຍ​ແລະ​ໄດ້​ປິດ​ການ​ບໍລິການ​ທ່ຽວ​ຊົມຮ່ອມ​ພູ​ຫູ​ທ້ຽວເປັນ​ການ​ຊົ່ວຄາວ, ​ແຕ່​ພາຍຫຼັງ​​ເປີດ​ບໍລິການ​ຄືນ​ໃໝ່​ແລ້ວ​ກໍ​ສາມາດ​ດຶງດູດ​ນັກ​ທ່ອງທ່ຽວ​ເຂົ້າ​ທ່ຽວ​ຊົມ​ເປັນ​ຈຳນວນຫຼວງ​ຫຼາຍ​ໂດຍ​ເຫັນ​ໄດ້​ຢູ່ສະໜາມ​ຈອດ​ລົດ​ມີ​ແຕ່​​ລົດ​ໃຫຍ່ຈອດ​ເຕັມ​ສະໜາມ​ເລີຍ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ