ຈີນ-ລາວ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ
2016-07-19 10:34:02  cri 
ວັນ​ທີ 18 ກໍລະກົດ​ນີ້​ທີ່​ນະຄອນຫຼວງ​ປັກ​ກິ່ງ​ສປຈີນ, ທ່ານ​ສາງ​ວ້ານສວນ ທີ່​ປຶກສາ​ແຫ່ງ​ລັດ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ພົນ​ໂທຈັນ​ສະໝອນ ຈັນຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ສປປ ລາວ.

​ໂອກາດ​ດັ່ງກ່າວ,ທ່ານ​ສາງ​ວ້ານສວນ​ກ່າວ​ວ່າ: ປີ​ນີ້​ເປັນ​ປີ​ຄົບຮອບ 55 ປີ​ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຈີນ-ລາວ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກຳລັງ​ເປັນໂອກາດ​ສຳຄັນ​​​ແຫ່ງ​ການ​ພັດທະນາ. ຫວັງ​ວ່າ​ສອງ​ກອງທັບ​ຈີນ-ລາວ​ຈະຮັກສາ​ການ​ແລກປ່ຽນ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ມີ​ການ​ປະຕິບັດ​ຕົວ​ຈິງ ​ເພື່ອ​ສະໜອງ​ສິ່ງຮັບປະກັນ​ໃຫ້​ແກ່​ການສ້າງ​ຄວາມເຂັ້ມ​ແຂງຕໍ່ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ສອງປະ​ເທດ​. ຈີນ​ສະ​ແດງ​ຄວາມ​ຂອບ​ໃຈ​​ລາວ​ທີ່​ມີ​ຈຸດ​ຢືນ​ທ່ຽງ​ທຳ​ແລະ​​ສະໜັບສະໜູນຈີນ​ຢ່າງ​ແຂງ​ແຮງ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້.

ທ່ານ​ຈັນ​ສະໝອນ​ກ່າວ​ວ່າ: ລາວ-ຈີນ​ເປັນ​ເພື່ອນ​ບ້ານ​ສະໜິດ​ກັນ, ຫວັງ​ວ່າ​ສອງ​ຝ່າຍ​​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ຕ່າງໆ​ຕື່ມ​ອີກ. ລາວ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ມາ​ໂດຍ​ຕະຫຼອດທັງຫວັງ​ໃຫ້​ຝ່າຍທີ່​ກ່ຽວຂ້ອງ​​​ເຈລະຈາ​ກັນ​ເພື່ອແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ໃນ​ທະ​ເລ​ຈີນ​ໃຕ້​ດ້ວຍ​​ສັນຕິ​ວິທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ