ຜູ້​ຊ່ຽວຊານ​ຈີນ​ຖະ​ແຫຼ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ຢູ່​ສິງກະ​ໂປ
2016-07-19 17:08:22  cri 
"ການ​ສຳ​ມະ​ນາ​ວິຊາ​ການ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິຂັ້ນ​ສູງກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະ​ການ​ພັດທະນາ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ"ທີ່​​ດຳ​ເນີນ​ຢູ່​ສິງກະ​ໂປເປັນ​ເວລາ 1 ວັນ​​ໄດ້​ອັດ​ລົງ​ໃນ​ວັນ​ທີ 18 ກໍລະກົດ​ນີ້ ​ແລະ​ໃນ​ໂອກາດ​ຖະ​ແຫຼ​ງຂ່າວ​ຕໍ່ສື່​ມວນ​ຊົນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ກໍລະກົດ​ນີ້, ທ່ານ ຈ້າວ​ສີ​ເຈີ້​ງ ອະດີດ​ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານຈີນ, ຫົວໜ້າ​ສະ​ຖາ​ບັນ​ຂ່າວສານ​​ມະຫາວິທະຍາ​ໄລ​​ຈີນກ່າວ​ວ່າ: ຝ່າຍ​ຕ່າງໆ​ລ້ວ​ນ​ແຕ່​ຫວັງ​ໃຫ້​ຈີນ​ແລະ​ຟີ​ລິບ​ປິນຟື້ນ​ຟູ​ການ​ເຈລະຈາ​ສອງ​ຝ່າຍ​ຄືນ​ໃໝ່.

ທ່ານ ຈ້າວສີ​ເຈີ້​ງ ກ່າວ​ວ່າ: ຄວາມ​ຂັດ​ແຍ້​ງກັນ​ໃນບັນຫາ​ທະ​ເລ​ຈີນ​ໃຕ້​ລະຫວ່າງ​ຈີນ-ຟີ​ລິບ​ປິນ​​ເກີດມາ​ຫຼາຍ​ສິບ​ປີ​ແລ້ວ ​ເຊິ່ງ​ບໍ່​ສາມາດ​​ແກ້​ໄຂ​ໄດ້​ໃນ​ໄລຍະ​ສັ້ນ​ ​ແຕ່ຈີນ​ແລະ​ຟີ​ລິບ​ປິນຄວນ​ໂຈະຄວາມ​ຂັດ​ແຍ້​ງກັນ​ດ້ານ​ອະທິ​ປະ​ໄຕ​ຊົ່ວຄາວ​​ແລ້ວ​ຮ່ວມຫາລື​ກ່ຽວ​ກັບ​ບັນຫາ​ການ​ພັດທະນາ​ຮ່ວມ​ກັນກ່ອນ. ວິທີ​ທີ່​ດີ​ທີ່​ສຸດ​ກໍຄືລົງ​ມື​​ແກ້​ໄຂ​ບັນຫາ​ງ່າຍ​ແລ້ວ​ກ້າວ​ສູ່ສູ່​ບັນຫາ​ຫຍຸ້ງຍາກ​ທັງ​ສືບ​ຕໍ່​ແກ້​ໄຂ​ເປັນ​ເທື່ອ​ລະ​ກ້າວ​ ​ໂດຍ​ການ​ບໍ່​ຢ້ານ​ຄວາມ​ຊັກ​ຊ້າດ​, ​ແຕ່​ຈົ່ງ​ຢ້ານ​ການ​ຢຸດ​ສະ​ງັກ.

ທ່ານ ຫຼີ​ໂກ໋ສຽງ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເຂດ​ຊາຍ​ແດນ​ຈີນ​ຂອງ​ສະ​ຖາ​ບັນບັນດິດ​ວິທະຍາສາດ​ສັງ​ຄົງ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ວ່າ: ປະຕູ​ ​ການ​ຕ່າງປະ​ເທດ​ຂອງ​ຈີນ​ໃນການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ເປີດ​ຕໍ່​ພາຍ​ນອກ​ມາ​ໂດຍ​ຕະຫຼອດ ທັງຍິນ​ດີ​ປຶກສາ​ຫາລື​ແລະ​ເຈລະຈາ​ກັບປະ​ເທດ​ທີ່​ກ່ຽວຂ້ອງ ​ເພື່ອ​ແກ້​ໄຂ​ບັນຫາ​ໂດຍ​ສັນຕິ​ວິທີ. ​​ຂະນະ​ດຽວ​ກັນ​, ຖ້າ​ຫາກ​ຈີນ​ແລະ​ຟີ​ລິບ​ປິນຟື້ນ​ຟູ​​ກົນ​ໄກ​ການ​ຕ່າງປະ​ເທດ​ຄືນ​ໃໝ່,​ເດັດດ່ຽວ​ບໍ່​ຖື​ເອົາ​ຜົນ​ການ​ຕັດສິນ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ຂອງສານ​ອະນຸຍາ​ໂຕ​ຕຸລາການ​ເປັນ​ພື້ນຖານ​​ຂອງການ​ເຈລະຈາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ