ສື່ມວນ​ຊົນ​ຟິລິບ​ປິນສົງ​ໄສ​ລັດຖະບານ​ຂອງ​ທ່ານອາ​ກີ​ໂນ​ປິດ​ບັງຄວາມ​ຈິງ​​ໃນຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້
2016-07-19 10:33:19  cri 
  ວັນ​ທີ 18 ກໍລະກົດ​ນີ້, ທ່ານ ຟຣານ​ຊິ​ສ​ໂຄ ຕາ​ຕາດ ນັກຂຽນປະຈຳ​ຄໍ​ລຳ​ຟິລິບ​ປິນ​ໄດ້​ຂຽນ​ບົດ​ຄວາມ​​ທີ່​ພາດ​ຫົວ​ວ່າ "ບຸກທະ​ລຸຄວາມ​ຫຍຸ້ງ​ຍາກ​ຂອງ​ບັນຫາ​ທະ​ເລ​ຈີນ​ໃຕ້" ​ລົງ "ໜັງສືພິມ​ມະ​ນີລາ​ທາມສ໌" ທີ່​ເປັນ​ສື່​ມວນ​ຊົນ​ສຳຄັນ​ຂອງ​ຟິລິບ​ປິນ​ໂດຍຊີ້​ໃຫ້ເຫັນ​ວ່າລັດຖະບານ​ຂອງ​ທ່ານ ເບນິກໂນ ອາກີໂນ Ⅲ ອະດີດປະທານາທິບໍດີຟິລິບປິນຄວນ​ເປີດ​ເຜີຍ​ຄວາມ​ຈິງ​ໃນ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ຕໍ່​ມວນ​ຊົນ.

  ບົດ​ຄວາມ​ຂອງທ່ານ ຕາ​ຕາດ ​ຂຽນ​ວ່າ, ລັດຖະທຳ​ມະນູນ​ຟິລິບ​ປິນ​ໄດ້ກຳນົດ​ໃຫ້​ລັດຖະບານໃຊ້​ງົບປະມານ​ຕ້ອງ​ອີງ​​ໃສ່ທາງ​ກົດໝາຍ, ຂະນະ​ທີ່​ລັດຖະບານ​ອາ​ກີ​ໂນ​ໄດ້ຈ້າງ​ທະນາຍວ່າຄວາມ​ຄະ​ດິດັ່ງກ່າວ​​ໂດຍ​ຈ່າຍ​ເຖິງ 30 ລ້ານ​ໂດ​ລາ​ສະຫະລັດ. ແນວ​ໃດ​ກໍ​ດີ, ນອກຈາກບໍ່​ໄດ້​ເປີດ​ເຜີຍ​ສະພາບ​ການ​​ໃຊ້​ງົບປະມານ​ໃນ​ຄະດີ​ດັ່ງກ່າວ​ແລ້ວ​, ຄວາມ​ເປັນ​ຈິງ​ຂອງຄະດີ​ດັ່ງກ່າ​ວນັ້ກໍບໍ່​ເຄີຍ​ຈິງ​ໃຈເປີດ​ເຜີຍ​ຕໍ່​ມວນ​ຊົນ​ແຕ່​ໃດມາ.

  ທ່ານ ຕາ​ຕາດ ​ເປັນ​ນັກ​ຂ່າວ​​ແລະ​ນັກ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ຂອງ​ຟິລິບ​ປິນ​​ແລະ​ເຄີຍ​ດຳລົງຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ແລະ​ສະມາຊິກ​ສະພາສູງຂອງປະ​ເທດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ