ເຈົ້າ​ໜ້າ​ທີ່​ການ​ທູດ​ອາວຸ​ໂສ​ອາ​ເມ​ລິກາ​ເຫັນ​ວ່າ​ຈະ​ບໍ່​ມີ​ປະ​ເທດ​ໃດ​ຮຽນ​ແບບ​ຟີ​ລິບ​ປິນ
2016-07-21 17:02:30  cri 
ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ຊາສຟຣີ​ແມນ ​ເຈົ້າ​ໜ້າ​ທີ່​ການ​ທູດ​ອາວຸ​ໂສ​ອາ​ເມ​ລິ​ກາ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ວ່າ: ຈະ​ບໍ່​ມີ​ປະ​ເທດ​ໃດ​​ຮຽນ​ແບບຟີ​ລິບ​ປິນ​ເດັດຂາດ​ໂດຍການສະ​ແຫວ​ງຫາ​ການ​ຕັດສິນ​ຈາກ​ສານ​ອະນຸຍາ​ໂຕ​ຕຸລາການນັ້ນ​ຈະ​ບໍ່​ສາມາດ​ໂນ້ມນ້ຽວປະ​ເທດ​ອື່ນ​​ໄດ້​ແລະຄຳ​ຕັດສິນ​ຂອງສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວ​ກໍບໍ່​ສາມາດ​ເຂົ້າມາ​ແທນທີ່​ການ​ເຈລະຈາ​ໄດ້.

ທ່ານ​ຊາສ ຟຣີ​ແມນ ອະດີດ​ອັກ​ຄະລັດຖະ​ທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ​ແລະ​ເປັນ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ປະຈຳ​ອາຣັບບີ​ຊາ​ອຸ​ດິດເຫັນ​ວ່າ: ຟີ​ລິບ​ປິນຕົກລົງ​ຫັນ​ໜ້າ​ໄປ​ຫາອະນຸຍາ​ໂຕ​ຕຸລາການ​ສາກົນ​ພຽງ​ຝ່າຍ​ດຽວ​​ເປັນ​ຜົນ​ມາ​ຈາກ​ບັນຫາ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ໂດຍ​ມີ​ເຈດ​ຕະນາ​ຫຼີກ​ເວັ້ນການ​ຕຳ​ໜິຂອງ​ປະຊາຊົນຕໍ່​ຄວາມ​ຫຼົ້ມ​ແຫຼວໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ຕົນ. ການ​ທີ່ລັດຖະບານ​ຟີ​ລິບ​ປິນ​ເຊິ່ງນຳ​ໂດຍ​ທ່ານ​ເບ​ນິກ​ໂນ​ອາ​ກີ​ໂນⅢ​ໃນ​ໄລຍະ​ນັ້ນ​ໄດ້ສະ​ເໜີ​ໃຫ້​ສານ​ອະນຸຍາ​ໂຕ​ຕຸລາການຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ນັ້ນ​ກໍພຽງ​ແຕ່​ເພື່ອ​ເພີ່ມ​ຜົນງານທາງ​ການ​ເມືອງ​ເທົ່າ​ນັ້ນ.

ທ່ານ​ຟຣີ​ແມນ​ກ່າວ​ຕື່ມ​ວ່າ: ​ສຳລັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ແລ້ວ, ການ​ເຈລະຈາ​ແລະ​ປຶກສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ານ​ອະທິປະ​ໄຕ​ແລະ​ການ​ຂີດ​ແບ່ງ​ເສັ້ນ​ຊາຍ​ແດນ​ຢູ່​ທະ​ເລ​ຈີນ​ໃຕ້​ນັ້ນ​ເປັນ​ວິທີ​ດີ​ທີ່​ສຸດ​ຕະຫຼອດ​ມາ​ເຊິ່ງຈີນ​ມີ​ຈຸດຢືນ​ໃຫ້​ດຳ​ເນີນ​ການ​ເຈລະຈາ​ສອງ​ຝ່າຍ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ວຍ​ສັນຕິ​ວິທີ​ນັ້ນ,ຂ້າພະ​ເຈົ້າ​ເຫັນ​ວ່າ​​ເປັນວິທີ​ດຽວ​ທີ່​ສາມາດ​ປະຕິບັດ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ