ຜູ້​ຊ່ຽວຊານ​ກົດໝາຍຈັດ​ສຳ​ມະ​ນາ​ກ່ຽວ​ກັບ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້
2016-07-21 17:01:59  cri 

  ຕາມ​ຂ່າວ CRI: ວັນ​ທີ 21 ກໍລະກົດ​ນີ້ຢູ່​ນະຄອນຫຼວງ​ປັກ​ກິ່ງ ສປ ຈີນ, ​ໄດ້​ຈັດ​ການ​ສຳ​ມະ​ນາ​ຜູ້​ຊ່ຽວຊານ​ກົດໝາຍ​ກ່ຽວ​ກັບ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້ ​ໂດຍ​ຜູ້​ຊ່ຽວຊານ​ແລະ​ນັກວິຊາການດ້ານ​ກົດໝາຍ​ທະ​ເລ​ແລະ​ກົດໝາຍ​ສາກົນ​ຈາກກະຊວງ​ຫຼື​ອົງການ​ທຽບ​ເທົ່າ​ກໍ​ຄືມະຫາວິທະຍາ​ໄລ​ແລະ​ສະ​ຖາ​ບັນການສຶກສາຊັ້ນ​ສູງ​ຂອງ​ຈີນ 60 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ເພື່ອ​ວິ​ເຄາະທາງ​ກົດໝາຍ​ກ່ຽວ​ກັບ​ອັນ​ທີ່​ກ່າວ​ອ້າງວ່າ​ຄຳ​ຕັດສິນບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວ​ທີ່​ໄດ້​ທຳລາຍ​ອະທິປະ​ໄຕ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລຂອງ​ຈີນ​ຢ່າງ​ຮຸນ​ແຮງ.

  ທ່ານ ​ເສີນ​ຈີ້​ຜິ​ງ ຊ່ຽວຊານ​ຈາກສະມາຄົມ​ນິຕິສາດ​ຈີນ​ກ່າວ​ວ່າ, ​ເບິ່ງ​ໃນ​ແງ່​ນັກ​ນິຕິສາດ​ແລ້ວ, ການ​ຕັດສິນ​ດັ່ງກ່າວ​ບໍ່​ວ່າຈະເປັນການ​ຕັດສິນ​ສິດ​ຄອບ​ຄອງ​ຫຼືຕັດສິນ​ຄະດີ​ລ້ວນ​ແຕ່ຜິດພາດ​ຫຼາຍ, ຂະນະ​ທີ່​ການ​ໃຊ້ກົດໝາຍ​ກໍບໍ່​ມີ​ບ່ອນ​ອີງ. ​ແນວ​ໃດ​ກໍ​ດີ, ອັນ​ທີ່ກ່າວອ້າງ​ວ່າ "ຄຳ​ຕັດສິນ​" ນັ້ນ​ໄດ້ປະຕິເສດ​ຄວາມ​ຈິງ​ຂອງ​ປະຫວັດສາດທັງບໍ່​ເອົາ​ຫົວໃສ່ໃຈຊາ​​ຕໍ່ຄວາມ​ຍຸຕິ​ທຳ​ແລະ​ພາວະ​ວິ​ໄສ​ໂດຍ​ໄດ້​ບິດ​ເບືອນລະບຽບ​ສາກົນ​ຕາມ​ລຳພັງ​ໃຈ ​ແລະ​ເປັນ​ການ​ຢຽບ​ຢ່ຳ​ຄວາມ​ຍຸຕິ​ທຳ, ຄວາມ​ເປັນ​ທຳ​ກໍ​ຄື​ຈິດ​ໃຈ​ປົກຄອງ​ຕາມ​ກົດໝາຍ​ໃນສາກົນ ເຊິ່ງຈີນບໍ່​ຮັບຮອງ​ແລະ​ບໍ່​ປະຕິ​ບັດ​ຕາມການ​ຕັດສິນ​ທີ່​ໄຮ້​ເຫດຜົນ​ດັ່ງກ່າວຢ່າງ​ເດັດຂາດ.

  ທ່ານ ​ເສີນ​ຈີ້​ຜິ​ງ ກ່າວ​ຕື່ມ​ວ່າ, ບັນດາ​ຊ່ຽວຊານ​ທີ່​ເຂົ້າ​ຮ່ວມມີ​ໜ້າ​ທີ່ນຳ​ໃຊ້​ຂໍ້​ກຳນົດຂອງ​ກົດໝາຍ​ແລະ​ທິດ​ສະ​ດີ​ນິຕິສາດ​ ເພື່ອ​ເປີດ​ເຜີຍທາດ​ແທ້​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວກໍ​ຄື​ທາດ​ແທ້ອັນ​​ຊົ່ວຊ້າທີ່​​ໄດ້ລະ​ເມີດ​ກົດໝາຍ​ສາກົນ​ແລະ​ຄວາມ​ຍຸຕິ​ທຳ​ຄວາມ​ເປັນ​ທຳ​ສາກົນ​ໃນການ​ຕັດສິນ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ