ຊ່ຽວຊານ​ນິຕິສາດ​ເຫັນ​ວ່າຄຳ​ຕັດສິນບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວນັ້ນ​ບໍ່​ມີ​ຜົນ​ສັກສິດ​ທາງ​ກົດໝາຍ
2016-07-22 11:22:45  cri 
ການ​ສຳ​ມະ​ນາ​ຊ່ຽວຊານ​ກົດໝາຍກ່ຽວ​ກັບການ​ຕັດສິນ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 21 ກໍລະກົດ​ນີ້ຢູ່​ນະຄອນຫຼວງ​ປັກ​ກິ່ງ​ ສປ ຈີນ,​ໂດຍນັກວິຊາການ​ດ້ານ​ກົດໝາຍ​ທະ​ເລ​ແລະ​ກົດໝາຍ​ລະຫວ່າງ​ຊາດ 60 ກວ່າ​ທ່ານຈາກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ,ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ, ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ຈີນ​ແລະ​ອົງການ​ອື່ນໆ​ໄດ້ວິ​ເຄາະ​ທາງນິຕິ​ທຳຕໍ່ຄຳ​ຕັດສິນບັນຫາ​ທະ​ເລ​ຈີນ​ໃຕ້​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວຢ່າງ​ລະອຽດ.

ທ່ານ​ເສິນ​ຈິ້ຜິ​ງ ຮອງ​ປະທານ​ປະຈຳການ​ສະມາຄົມ​ນິຕິສາດ​ຈີນ​ກ່າວ​ວ່າ: ຄຳ​ຕັດສິນ​ທີ່​ປະກາດໂດຍສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວ​ກ່ຽວ​ກັບ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ນັ້ນ,ບໍ່​ວ່າຈະ​ເປັນ​ຄະດີ​ກ່ຽວ​ກັບ​ສິດຄອບຄອງ​ຫຼື​ການ​ດຳ​ເນີນ​ຄະດີ​ຕົວ​ຈິງ​ນັ້ນ​ລ້ວນ​ແຕ່​ມີ​ຄວາມ​ຜິດພາດ​ຢ່າງ​ຫຼວງຫຼາຍ, ການ​ໃຊ້​ກົດ​ໝາຍກໍ​ບໍ່​ມີ​ຫຼັກ​ອ້າງ​ອີງ​ພຽງພໍທັງ​ເປັນ​ການ​ຢຽບ​ຢ່ຳ​ຄວາມ​ທ່ຽງ​ທຳ​ຍຸຕິ​ທຳ​ສາກົນ​ແລະ​ຈິດ​ໃຈ​ກົດໝາຍ​ສາກົນ.

ສະມາຄົມ​ນິຕິສາດ​ຈີນ​ໄດ້​ອອກ​ຖະ​ແຫຼງການ​ວ່າ: ສົນທິສັນຍາ​ວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ​ມີ​ຈຸດປະສົງ​ເພື່ອ​ສ້າງ​ລະບຽບ​ການ​ກົດໝາຍ​ທະ​ເລ​ບົນ​ພື້ນຖານ​ເຄົາ​ລົບ​ອະທິປະ​ໄຕ​ຂອງ​ປະ​ເທດ, ສິ່ງ​ທີ່​ສານ​ອະນຸຍາ​ໂຕ​ຕຸລາການ​ເຮັດ​ມາ​ນັ້ນ​ໄດ້​ຝ່າຝືນຫຼັກການ​ພື້ນຖານ​ທີ່​ກຳນົດ​ໄວ້​ໃນ​ສົນທິສັນຍາ​ດັ່ງກ່າວ​ນັ້ນ​ຢ່າງ​ໜັກໜ່ວງທັງໄດ້​ຝ່າຝືນ​ຈິດ​ໃຈ​ຂອງ​ສົນທິສັນຍາ​ທີ່​ໃຫ້​ແກ້​ໄຂ​ຂໍ້​ຂັດ​ແຍ້​ງທາງ​ກົດໝາຍ​ທະ​ເລ​ດ້ວຍ​ຄວາມ​ເຂົ້າ​ໃຈ​​ແລະ​ຮ່ວມ​ມື​ກັນ, ​ໃຊ້​ 2 ມາດ​ຕະຖານ​ຕໍ່​ຫຼັກ​ໝັ້ນ​ຂອງ​ຈີນ​ແລະ​ຟີ​ລິບ​ປິນອັນ​ໄດ້​ຝ່າຝືນ​ຄວ​າມທ່ຽງ​ທຳ​ແລະ​ຍຸຕິ​ທຳຢ່າງ​ຮ້າຍ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ