ຈີນ​ຈະ​ບໍ່​ຮັບ​ເອົາ​ຈຸດ​ຢືນ​ແລະ​ການ​ກະທຳ​ທີ່​ຖື​​ເອົາຜົນ​ການ​ຕັດສິນ​ສານ​ອະ​ນະ​ຍາ​ໂຕ​ຕຸລາການ​​ເປັນ​ຫຼັກ​ຖານ​ອ້າງ​ອີງ​ເດັດຂາດ
2016-07-22 11:36:20  cri 

ກອງ​ປະຊຸມ​ຜູ້​ຊ່ຽວຊານ​ດ້ານ​ກົດໝາຍ​ກ່ຽວ​ກັບ​ຄະດີ​ການ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ ສປ ​ຈີນ​ໃນ​ວັນ​ທີ 21 ກໍລະກົດ​ນີ້ ​ໂດຍ​ທ່ານ ຊ່ຽວຈ້ຽນ​ໂກ໋ ຮອງ​ຫົວໜ້າ​ກົມ​ວຽກ​ງານຊາຍ​ແດນ​​ແລະ​ທະ​ເລຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ຖ້າ​ເຮັດ​ຕາມ​ກົດໝາຍ​ສາກົນ​ແລ້ວ, ການ​ຕັດສິນ​ດັ່ງກ່າວ​ຈະ​ກາຍ​ເປັນ​​ໂຕ​ແບບ​ຂອງ​ຄະດີ​ອະທຳ​ກໍລະນີ​ໜຶ່ງ.

ຫຼັງ​ຈາກ​ສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວ​​ໄດ້​ປະກາດ​ຜົນ​ການ​ຕັດສິນ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃນ​ວັນ​ທີ 12 ກໍລະກົດ​ນີ້​ແລ້ວ, ຟີ​ລິບ​ປິນ​ໄດ້​ຖື​ເອົາ​ເປັນ​ຫຼັກ​ຖານ​ອ້າງ​ອີງ​ອາດ​ຈະ​ນັບ​ມື້​ຫຼາຍ​ຂຶ້ນ ​ໂດຍ​ເຫັນ​ໄດ້​ໃນ​ກໍລະນີ​ທີ່ມີ​ຊາວ​ປະມົງ​ຟີ​ລິບ​ປິນຮຽກຮ້ອງ​ໃຫ້​ຈີນ​ຖອນ​ອອກ​ຈາກ​ເຂດ​ທະ​ເລ​ທີ່​ມີ​ຄວາມ​ຂັດ​ແຍ້​ງກັນ​ແລະ​ອື່ນໆ. ຕໍ່​ເລື່ອງ​ນີ້, ທ່ານ ຊ່ຽວຈ້ຽນ​ໂກ໋ ກ່າວ​ວ່າ: ການ​ຕັດສິນ​ດັ່ງກ່າວ​ແມ່ນ​ຜິດ​ກົດໝາຍ​ແລະ​ບໍ່​ມີ​ຜົນ​ສັກສິດ, ສະ​ນັ້ນ​ຈີນ​ຈະ​ບໍ່​ຮັບຮອງ​ຢ່າງ​ເດັດຂາດທັງຈະ​ບໍ່​ປະຕິບັດ​ຕາມ ​ແລະ​ຈະ​ບໍ່​ຮັບ​ເອົາ​ຈຸດ​ຢືນ​ແລະກາ​ນກະທຳ​ໃດໆ​ຂອງ​ຟີ​ລິບ​ປິນທີ່​ຖື​ເອົາຜົນ​ການ​ຕັດສິນ​ດັ່ງກ່າວ​ເປັນ​ຫຼັກ​ຖານ​ອ້າງ​ອີງ.

ທ່ານ ຊ່ຽວຈ້ຽນ​ໂກ໋ ຊີ້​ໃຫ້​ເຫັນ​ວ່າ: ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ​ແມ່ນ​ທາງ​ອອກ​ພຽງ​ໜຶ່ງ​ດຽວ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ, ​ແຕ່​ການ​ທີ່ຈີນ​ແລະ​ຟີ​ລິບ​ປິນຈະ​​ເຈລະຈາ​ກັນ​ຄວນ​ຢູ່ບົນພື້ນຖານ​ເງື່ອນ​ໄຂ​ເບື້ອງ​ຕົ້ນ ຄື​ບໍ່​ເອົາ​ຜົນ​ການ​ຕັດສິນ​ດັ່ງກ່າວ​ເປັນ​ພື້ນຖານຂອງການ​ເຈລະຈາ. ສາຍ​ພົວພັນ​ລະຫວ່າງ​ຈີນ-ຟີ​ລິບ​ປິນຈະ​ມີ​ບັນຫາ​ຫຼື​ບໍ່​ບໍ່​ແມ່ນ​ຂຶ້ນ​ກັບ​ຈີນ​ແຕ່​ຝ່າຍ​ດຽວ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ