ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ
2016-07-22 16:34:40  cri 

 

  ວັນທີ 22 ກໍລະກົດນີ້,  ສປປ ລາວ ໃນນາມປະເທດປະທານອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານເຈົ້າໜ້າທີ່ອາວຸໂສອາຊຽນ
ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການປະທານ ຂອງທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສໍານັກງານ
ນາຍົກລັດຖະມົນຕີ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສປປ ລາວ ໂດຍມີຫົວໜ້າເຈົ້າໜ້າທີ່ອາວຸໂສຈາກປະເທດສະມາ
ຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນຮັບຜິດຊອບເສົາຄໍ້າການເມືອງ-ຄວາມໝັ້ນຄົງອາຊຽນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມ.

   ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນໃນຄັ້ງນີ້ໄດ້ສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025
ໂດຍສະເພາະແຜນແມ່ບົດສໍາລັບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ທີ່ບັນດາຜູ້ນໍາອາຊຽນໄດ້ຮັບຮອງເອົາໃນ
ກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ໃນເດືອນພະຈິກ 2015 ທີ່ຜ່ານມາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ນອກນັ້ນ, ​ກອງປະ
ຊຸມຍັງໄດ້ສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາຂໍ້ສະເໜີຂອງໜ່ວຍງານສະເພາະກິດລະດັບສູງເພື່ອສົ່ງເສີມຄວາມເຂັ້ມ
ແຂງກອງເລຂາອາຊຽນ ແລະ ທົບທວນອົງການຕ່າງໆຂອງອາຊຽນ, ໄດ້ປຶກສາຫາລືສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ
ການຮ່ວມມືຢູ່ອາຊີຕາເວັນອອກສຽງໃຕ້ ແລະ ເນື້ອໃນຂອງຖະແຫຼງການຂອງລັດຖະມົນຕີຕ່າງປະເທດອາຊຽນ ເນື່ອງໃນໂອກາດຄົບ
ຮອບ 40 ປີ ຂອງສົນທິສັນຍາດັ່ງກ່າວ. ພ້ອມນີ້, ເຈົ້າໜ້າທີ່ອາວຸໂສອາຊຽນຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບການຂະຫຍາຍການຮ່ວມມື
ກັບພາຍນອກ ແລະ ຄວາມເປັນແກນກາງຂອງອາຊຽນ.



  ນອກນີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສຍັງໄດ້ດໍາເນີນການກະກຽມສໍາລັບກອງປະຊຸມຕ່າງໆຄື: ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3,
ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ, ກອງປະຊຸມກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາ
ເວັນອອກສຽງໃຕ້, ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນກັບຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ
ວ່າດ້ວຍສິດທິມະນຸດ, ​ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49,  ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບ
ຄູ່ເຈລະຈາອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ +3 ຄັ້ງທີ 17, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມ
ສຸດຍອດອາຊີຕາເວັນອອກ ຄັ້ງທີ 6 ແລະ ກອງປະຊຸມເວທີພາກພື້ນອາຊຽນຄັ້ງທີ 23 ຊຶ່ງຈະຈັດຂຶ້ນໃນວັນທີ 23-26 ກໍລະກົດ
2016 ທີ່ນະຄອນຫຼວງວຽງຈັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ