ຄະນະ​ຜູ້​ແທນ​ກິລາ​​​ໂອ​ລິ​ມປິກ​ຈີນ​ຊຸດທໍາ​ອິດ​​ເດີນທາງ​ເຖິງ​ສູນ​ຝຶກ​​ແອບ​ເບຼຊິນ
2016-07-22 17:47:06  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ວັນ​ທີ 21 ​ກໍລະກົດ​ນີ້, ຄະນະ​ຜູ້​ແທນ​ກິລາ​​​ໂອ​ລິ​ມປິກ​ຈີນ​ຊຸດ​ທໍາ​ອິດ​ໄດ້​ເດີນທາງ​ເຖິງ​ສູນ​ຝຶກ​​ແອບ​ກ່ອນ​ການ​ແຂ່ງຂັນ​​ໃນ​ເມືອງເຊົາ ປາວ​ໂລ (Sao Paulo) ປະ​ເທດເບຼຊິນ ​ແລະ​ ຈະລື້​ງພູມ​ອາກາດ ​ແລະ​ຄວາມ​ຫຼຸດ​ລື່ນ​ກັນ​ດ້ານເວລາ ​ເພື່ອ​ກະກຽມ​ຂັ້ນສຸດ​ທ້າຍ​ໃຫ້​ແກ່​ການ​ແຂ່ງ​ຂັນ​ໃນ​ມະຫະກໍາກິ​ລາໂອ​ລິ​ມປິກຣີ​ໂອ​ເດີ​ຊາ​ເນ​ໂລ.

​ເຈົ້າ​ໜ້າ​ທີ່​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ລາຍ​ງານວ່າ, ນັກ​ກິ​ລາປິງປອງ ​ແລະ ລອຍ​ນໍ້າ​​ເປັນ​ທີມນັກ​ກິລາ​ທໍາ​ອິດທີ່ໄປ​​ເຖິງ​ສູນ​ຝຶກ​​ແອບ ​ແລະ ​ແຕ່​ເວ​ລາ​ວັນ​ທີ 22 ກໍລະກົດ-ວັນ​ທີ 15 ສິງຫາ, ນັກ​ກິລາ 17 ປະ​ເພດ ກໍ​ຄື​ນັກ​ກິລາເກືອບ​ເຄິ່ງໜຶ່ງ​ຈະ​ໄປ​ຝຶກ​​ແອບ​ອົບ​ອຸ່ນ​ຮ່າງກາຍ​ຢູ່​ສູນ​ດັ່ງກ່າວ. ສໍາລັບ​ກິ​ລາ​ໂອ​ລິ​ມປິກຣີ​ໂອ​ນີ້​ຈີນ​ໄດ້​ສົ່ງນັກ​ກິລາ, ຄູ​ຝຶກ ​ແລະ ​ເຈົ້າ​ໜ້າ​ທີ່​​ເກືອບ 400 ຄົນ. ຫຼັງ​ຈາກ​ສໍາ​ເລັດ​ການ​ຝຶກ​​ແອບແລ້ວ, ຄະນະ​ນັກ​ກິລາຈີນ​ຈະ​ເດີນທາງ​​ເຂົ້າ​ພັກຢູ່​ບ້ານ​ກິລາ​ໂອ​ລິ​ມປິກ​ຣີ​ໂອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ