ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3
2016-07-23 14:51:06  cri 

ວັນທີ 23 ກໍລະກົດນີ້, ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ+3 ( ຈີນ, ຍີ່ປຸ່ນ,ສ. ເກົາຫຼີ)ແລະກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ EAS.



ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ+3, ບັນດາປະເທດອາຊຽນ ແລະ +3 ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ
ການຮ່ວມມືໃນໄລຍະຜ່ານມາ, ແລະວາງທິດ ທາງເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ,ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນວຽກ
ຂອງການຮ່ວມມືໄລຍະປີ2013-2017ແລະການຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງໜ່ວຍງານຜູ້ຊົງຄຸນ ວຸດທິອາຊີຕາເວັນອອກ
ສອງ (EAVG II ) ເຊິ່ງມີເປົ້າໝາຍກ້າວໄປສູ່ການສ້າງ ປະຊາຄົມເສດຖະກິດອາຊີຕາເວັນອອກໃນໄລຍະຍາວ.



ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຊຶ່ງປະກອບດ້ວຍ 10 ປະເທດອາຊຽນແລະ8 ປະເທດຄູ່ເຈ
ລະຈາອາຊຽນ( ອົດສຕຣາລີ, ສປ. ຈີນ, ຍີ່ປຸ່ນ, ອິນເດຍ, ນິວຊີແລນ, ສ. ເກົາຫຼີ ແລະ ສະຫະລັດອາເມລິກາ ).ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ10ຈັດຂຶ້ນໃນເດືອນພະຈິກ
2015 ທີ່ກົວລາລໍາເປີໂດຍສະເພາະແມ່ນຖະແຫຼງການກົວລາລໍາເປີວ່າດ້ວຍການສ້າງຕັ້ງ EAS ຄົບຮອບ10 ປີແລະການຈັດຕັ້ງປະ
ຕິບັດກິດຈະກໍາຕ່າງໆພາຍໃຕ້ທຸກຂົງເຂດບູລິມະສິດຄື: ການເງິນ, ພະລັງງານແລະສິ່ງແວດລ້ອມການສຶກສາ, ບັນຫາສຸຂະພາບແລະພະ
ຍາດລະບາດ, ການຄຸ້ມຄອງໄພພິບັດ ແລະ ການເຊື່ອມຈອດອາຊຽນ.

ນອກນັ້ນກອງປະຊຸມຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາທີ່ພົ້ນເດັ່ນຂອງພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ