ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ​ຈີນເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ+3
2016-07-23 15:54:39  cri 
ວັນ​ທີ23ກໍລະກົດ​ນີ້,​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ+3​ແລະ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກອງ​ປະຊຸມ​ສຸດ​ຍອດອາຊີຕາ​ເວັນ​ອອກ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ. ​ ທ່ານ​ລິວ​​ເຈີ້ນມິນ, ຮອງ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວວ່າ,​ກອງ​ປ​ະຊຸມ​ຕ່າງໆ​​ຂອງ​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ຄວນ​ສຸມ​ໃສ່​ການ​ຮ່ວມ​ມື, ຫາກ​ບໍ່​ຄວນ​ປຸກ​ປັ່ນ​ຄວາມ​ຂັດ​ແຍ້ງ​ລະຫວ່າງ​ປະ​ເທດ​ຕ່າງໆ, ​ແລະຄວນ​ຊຸກຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ຜ່ານ​ການ​ເຈລະຈາ.


ທ່ານ​ລິວ​ເຈີ້ນ​ມິນ​ກ່າວ​ວ່າ, ປັດຈຸບັນ​ນີ້, ອາຊີ​ເປັນ​ພາກ​ພື້ນ​ທີ່​ເສດຖະກິດ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​​ໃນ​ໂລກ,ຕ້ອງ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ,​ຫຼີກ​ລ່ຽງບໍ່​ໃຫ້​ຄວາມ​ຂັດ​ແຍ້ງ​ລະຫວ່າງ​ປະ​ເທດ​ກະທົບ​ເຖິງ​ການ​ຮ່ວມ​ມື;​ ​ຕ້ອງ​ລະວັງ​ເປັນ​ພິ​ເສດ​ຕໍ່​ການ​ແຊກ​ແຊງ​ຂອງ​ປະ​ເທດ​ໃຫຍ່​ຢູ່​ນອກ​ພາກ​ພື້ນ,​​ເຊິ່ງຈະ​ກະທົບ​ເຖິງ​ການ​ຮ່ວມ​ມື, ຄວາມ​ສາມັກຄີ​ແລະ​ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ. ນອກ​ນີ້,​​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ປ້ອງ​ກັນຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ,​ໃນ​ນັ້ນ​ຕົ້ນຕໍ​ແມ່ນ​ປ້ອງ​ກັນ​ລັດທິ​ກໍ່​ການ​ຮ້າຍ, ລັດທິ​ຫົວ​ຮຸນ​ແຮງ​ທີ່​ຈະ​ສ້າງ​ຜົນ​ກະທົບ​ເຖິງ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ.

​​ໃນ​ເວລາ​ກ່າວ​ເຖິງ​ຄະ​ດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້,​ທ່ານ​ລິວ​ເຈີ້ນ​ມິນ​ກ່າວ​ວ່າ,​ຈີນ​ແລະ​ປະ​ເທດ​ອາ​ຊຽນຫວັງ​ວ່າ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼ​ງການ​​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້", ຕັ້ງໜ້າ​ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ລະບຽບ​ແຫ່ງ​ການ​ປະພຶດ​​ໃນ​ທະ​ເລ​ຈີນ​ໃຕ້ຫຼື COC. ປະ​ເທດ​ອາ​ຊຽນກໍ​ຮັບ​ຮູ້​ຢ່າງ​ຈະ​ແຈ້​ງວ່າ, ບັນຫາ​ທະ​ເລ​ຈີນ​ໃຕ້​ຕ້ອງ​ກັບ​ຄືນ​ສູ່​ຊ່ອງ​ທາງ"ຖະ​ແຫຼ​ງການ​​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​​ໃນ​ທະ​ເລ​ຈີນ​ໃຕ້", ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໂດຍ​ຜ່ານ​ການ​ຮ່ວມ​ມື​ແລະ​ການ​ປຶກສາ​ຫາລື​ກັນ​ລະຫວ່າງ​ຈີນ​ກັບປະ​ເທດ​​ໃນອາ​ຊຽນ. ​ໃນ​ຕໍ່ໜ້າ,​ຈີນ​ແລະ​ປະ​ເທດ​ອາ​ຊຽນຈະ​ປຶກສາ​ຫາລື​ກັນ​ຢ່າງ​​ແໜ້ນ​ແຟ້ນ​ກວ່າ​ເກົ່າ​ໂດຍ​ປິ່ນ​ອ້ອມ​ລະບຽບ​​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ