ບົດບາດຂອງຈີນໃນ WTO ເພີ່ມຂຶ້ນຢ່າງຕໍ່ເນື່ອງ
2016-07-23 16:56:56  cri 

ວັນທີ 22 ກໍລະກົດນີ້, ທ່ານຫວາງໂຊ້ເວີນ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວຢູ່ເຊີແນວປະເທດສະວິດວ່າ, ໃນການພິຈາລະນາຫຼ້າສຸດຕໍ່ນະໂຍບາຍການຄ້າຈີນຂອງອົງການການຄ້າໂລກຫຼື WTO, ບັນດາສະມາຊິກໄດ້ຕີລາຄາຢ່າງຕັ້ງໜ້າແລະໃຫ້ຄວາມຢືນຢັນທາງບວກຕໍ່ລະບົບເສດຖະກິດການຄ້າຂອງຈີນຫຼາຍສົມຄວນ, ແລະມີຄວາມສົນໃຈຕໍ່ຈີນເພີ່ມຂຶ້ນຢ່າງເດັ່ນຊັດ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ຖານະຂອງຈີນໃນເສດຖະກິດການຄ້າໂລກໄດ້ສູງຂຶ້ນຕື່ມອີກ, ແລະມີບົດບາດໃນ WTO ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ການພິຈາລະນານະໂຍບາຍການຄ້າຈີນຄັ້ງທີ 6 ຂອງ WTO ໄດ້ສິ້ນສຸດລົງຢູ່ເຊີແນວໃນວັນທີ 22 ກໍລະກົດນີ້ຢ່າງຈົບງາມ. ທ່ານຫວາງໂຊ້ເວີນກ່າວວ່າ, ໃນການພິຈາລະນາເທື່ອນີ້, ສະມາຊິກ WTO ໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການປະຕິຮູບຂອງຈີນ. ພາຍຫຼັງເສດຖະກິດຈີນກ້າວເຂົ້າສູ່ສະພາບວະທີ່ປາກົດຂຶ້ນເປັນປົກກະຕິ, ຈັງຫວະການເຕີບໂຕຂອງເສດຖະກິດຈີນກໍຊ້າລົງ, ແຕ່ຂະນະດຽວກັນ, ການປະຕິຮູບຂອງຈີນບໍ່ໄດ້ຊ້າລົງ, ໂດຍສະເພາະມາດຕະການຕ່າງໆກ່ຽວກັບການປະຕິຮູບໂຄງປະກອບການສະໜອງຂອງຈີນໄດ້ຮັບການສະໜັບສະໜູນຈາກສະມາຊິກ WTO , ນະໂຍບາຍໃໝ່ໃນການເປີດປະຕູສູ່ພາຍນອກໄດ້ຮັບການຢືນຢັນ, ແລະຂໍ້ລິເລີມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໄດ້ຮັບການຕອບສະໜອງຢ່າງກວ້າງຂວາງ, ນອກນີ້, WTO ກໍໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຈີນໃນການນຳພາການສ້າງລະບົບການຄ້າຫຼາຍຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ