ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 49 ໄດ້ໄຂຂຶ້ນຢ່າງສະຫງ່າງາມ
2016-07-24 15:13:16  cri 

ຕອນເຊົ້າວັນທີ 24 ກໍລະກົດນີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 49 ໄດ້ຈັດຂຶ້ນທີ່ໂຮງແຮມດອນຈັນພາເລດ ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ຫົວຫນ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຄະນະຜູ້ແທນ ແລະ ບັນດາສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ລັດຖະມົນຕີການຕ່າງປະເທດຂອງຕີມໍເລສເຕ, ປາປົວນິວກິນີ ແລະ ນອກແວກໍ່ໄດ້ເຂົ້າຮ່ວມໃນນາມແຂກຂອງສປປ ລາວ ທີ່ເປັນປະທານອາຊຽນ.

ໃນພິທີເປີດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ໃນນາມປະທານກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ກ່າວຕ້ອນຮັບບັນດາລັດຖະມົນຕີການຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ. ໃນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດອາຊຽນ, ຄູ່ເຈລະຈາອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນການເປັນປະທານອາຊຽນ ພາຍໃຕ້ຄໍາຂວັນ ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ແລະ ຜົນສໍາເລັດຂອງບັນດາກອງປະຊຸມຄັ້ງນີ້ ຈະເປັນການກະກຽມອັນດີໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 28 ແລະ 29 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2016 ທີ່ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ,​ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຊຶ່ງໃນນີ້ ທ່ານກ່າວວ່າ, ສະພາບການພາກພື້ນ ແລະ ສາກົນກໍ່ສືບຕໍ່ມີການຜັນແປໄປຢ່າງໄວວາ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າຍທາຍສໍາລັບພວກເຮົາ. ຫຼາຍພາກພື້ນຂອງໂລກ ຍັງປະເຊີນກັບສິ່ງທ້າທາຍ ທີ່ກ່ຽວຂ້ອງກັບການທະຫານ ແລະ ບໍ່ກ່ຽວຂ້ອງກັບການທະຫານເຊັ່ນ: ຂໍ້ຂັດແຍ້ງດ້ານເຂດແດນ, ລັດທິຫົວຮຸນແຮງ ແລະ ລັດທິກໍ່ການຮ້າຍ, ໄພພິບັດທໍາມະຊາດ,​ ການປ່ຽນແປງດິນຟ້າອາກາດ,ການເຄື່ອນຍ້າຍແບບຜິດປົກກະຕິບັນຫາຊາວອົບພະຍົກ,​ ການຄ້າມະນຸດ ແລະ ອື່ນໆ.​ ຂ້າພະເຈົ້າຫວັງວ່າບັນດາລັດຖະມົນຕີການຕ່າງປະເທດຂອງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ຈະພ້ອມກັນປຶກສາຫາລືຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ,​ ສະຖຽນລະພາບ ແລະ ຄວາມຈະເລີນກ້າວໜ້າໃນພາກພື້ນ ແລະ ໃນໂລກ.

ສຸດທ້າຍ, ທ່ານທອງລຸນ ສີສຸລິດກ່າວຢໍ້າວ່າ ພວກເຮົາຄວນສືບຕໍ່ຮັກສາ ແລະ ຍົກສູງບົດບາດຂອງອາຊຽນໃນໂຄງສ້າງພາກພື້ນທີ່ຜັນແປໂດຍສະເພາະບົດບາດຂອງອາຊຽນ, ທິດທາງຂອງອາຊຽນ ແລະ ຫຼັກການໄປເທື່ອລະກ້າວ ເພື່ອໃຫ້ແຕ່ລະຝ່າຍມີຄວາມສະບາຍໃຈ, ຊຶ່ງທັງໝົດນີ້ຈະຊ່ວຍເຮັດໃຫ້ອາຊຽນ ມີຄວາມສໍາຄັນໃນທຸກເວທີແຫ່ງການຮ່ວມມືພາກພື້ນ ແລະ ສາກົນ.

ພາຍຫຼັງພິທີເປີດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 49, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ນໍາພາລັດຖະມົນຕີຕ່າງປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບົດບາດສໍາຄັນຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ນັບແຕ່ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1967 ປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມືຂອງອາຊຽນໃນຂົງເຂດຕ່າງໆກໍຄືການຮ່ວມມືກັບຄູ່ເຈລະຈາຂອງອາຊຽນ ແລະ ຄູ່ຮ່ວມມືພາຍນອກອື່ນໆ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ລິເລີ່ມຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ