ຈັດ​ກອງປະຊຸມ​ສະພາ​ມົນຕີ​ຄັ້ງ​ທຳ​ອິດ​ຂອງ​ສູນ​ຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ-ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຢູ່​ສິກະ​ໂປ
2016-07-24 16:29:15  cri 
ກອງປະຊຸມ​ສະພາ​ມົນຕີ​ຄັ້ງ​ທຳ​ອິດ​ຂອງ​ສູນ​ຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ-ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 22 ກໍລະກົດ​ນີ້ຢູ່​ສິກະ​ໂປ​ໂດຍ​ສະພາ​ມົນຕີ​ດັ່ງກ່າວ​ໄດ້​ປຶກສາ​ຫາລື​ບັນຫາ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ, ທິດ​ທາງ​ການ​ຄົ້ນຄວ້າ​ແລະ​ຂົງ​ເຂດ​ການ​ຮ່ວມ​ມື​ຂອງ​ສູນ​ຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ-ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ການ​ໄຂ​ກອງ​ປະຊຸມ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ​ສູນ​ດັ່ງກ່າວ​ໄດ້​ປະຕິບັດ​ການ​ຢ່າງ​ເປັນ​ທາງ​ການ.

ຫົວໜ້າ​ສະມາຄົມ​ຜູ້​ຊົງ​ຄຸນ​ວຸດ​ທິ, ນັກ​ຄົ້ນຄວ້າ​ຂັ້ນ​ສູງຂອງ 8 ປະ​ເທດ​ຄື ຈີນ ອັນ​ໂດເນ​ເຊຍ,ກຳປູ​ເຈຍ, ​ໄທ, ມາ​ເລ​ເຊຍ, ສິງກະ​ໂປ, ຟີ​ລິບ​ປິນ​ແລະ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ໃນ​ຖານະ​ເປັນ​ສະມາຊິກ​ສະພາ​ມົນຕີ.

ສູນ​ຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ-ອາຊີ​ຕາ​ເວັນອອກສຽງ​ໃຕ້​ເປັນ​ອົງການ​ຈັດ​ຕັ້ງ​ລະຫວ່າງ​ຊາດ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ແລະ​ບໍ່​ຫວັງ​ຜົນ​ກຳ​ໄລ​ໂດຍ​ແມ່ນ​ສະ​ຖາ​ບັນ​ຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້​ສປຈີນ​ເປັນ​ຜູ້​ລິ​ເລີ່​ມ​ແລະ​ສະມາ​ຄົມ​ຜູ້​ຊົງ​ຄຸນ​ວຸດ​ທິຫຼາຍ​ແຫ່ງ​ທີ່​ມີ​ຊື່​ສຽງ​ໃນ​ອາຊີ​ຕາ​ເວັນ​ອອກສຽ​ງ​ໃຕ້​ເຊັ່ນ​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ແລະ​ບັນຫາ​ສາກົນ​ອິນ​ໂດ​ເນ​ເຊຍ​ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​ຂຶ້ນ. ສູນ​ດັ່ງກ່າວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ມິ​ນາ​ຜ່ານ​ມາ​ຢູ່​ແຂວງ​ໄຫ​ຫຼຳສປຈີນ,ຈະ​ໃຊ້​ຫຼາຍ​ຮູບ​ແບບ​ໃນ​ການ​ສຸມ​ໃສ່​ບັນຫາ​ໃນ​​ເຂດ​ທະ​ເລ​ຈີນ​ໃຕ້​ເຊັ່ນ​ການ​ອະນຸລັກ​ທະ​ເລ, ຄວາມ​ປອດ​ໄພ​ດ້ານ​ການ​ເດີນ​ເຮືອ, ການ​ຄຸ້ມ​ຄອງ​ວິ​ກິດ​ການ​ແລະ​ການ​ພັດທະນາ​ຮ່ວມ​ກັນ ​ເພື່ອສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ດີ​ແລະ​ກົມກຽວ​ກັນ​ໃຫ້​ແກ່​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ທາງທະ​ເລ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ