ຜູ້ນຳບັນດາ​ປະ​ເທດ 45 ທ່ານ​ຈະ​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກຣີ​ໂອ
2016-07-24 17:35:29  cri 

ວັນ​ທີ 23 ກໍລະ​ກົດ​ນີ້, ທ່ານ​ໂຈ​​ເຊ ​ເຊ​ຣາ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ຊົ່ວ​ຄາວ​ແບຣຊິນ​ປະ​ກາດ​ຢູ່​ຣີ​ໂອ ​ເດີ ຈາ​ເນ​ໂຣວ່າ, ປະມຸກ​ລັດ​ຫຼື​ຫົວໜ້າ​ລັດຖະບານ 45 ທ່ານ​ເຊິ່ງລວມທັງ​ຟຼານຊົວ ອອອນ​ລອງ​ ປະທານາທິບໍດີ​ຝຣັ່ງ, ທ່ານ​ມາ​ເຕ​ໂອ​ເຣັນຊີ ນາຍົກລັດຖະມົນຕີອີຕາລີ​ຢືນຢັນ​ແລ້ວ​ວ່າ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກຣີ​ໂອ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ສິງຫາ​ໜ້າ​ນີ້.

ທ່ານ​ເຊຣາຢືນຢັນ​ວ່າ, ປະມຸກ​ລັດ​ແລະ​ຫົວໜ້າ​ລັດຖະບານ 45 ທ່ານ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ແລມປິກ​ຣີ​ໂອ, ນອກ​ນີ້, ຍັງ​ມີ​ລັດຖະມົນຕີ​ກະຊວງ​ກິລາຂອງ 55 ປະ​ເທດຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ກິລາ​ໂອ​ແລມປິກຣີ​ໂອ. ທ່ານ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ການ​ຂົ່ມຂູ່​ຈາກການ​ກໍ່​ການ​ຮ້າຍ​​ໃນ​ໂລກ​​ໄດ້ເພີ່ມ​ຂຶ້ນ, ການປ້ອງ​ກັນ​ການ​ກໍ່​ການ​ຮ້າຍ​ກໍ່​​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍຂຶ້ນ, ​ແຕ່​ລັດຖະບານ​​ເບຣຊິນ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຜູ່​ນຳ​ບັນດາ​ປະ​ເທດ, ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຮັບປະກັນ​ງານ​ໂອ​​ແລມປິກດຳ​ເນີນ​ໄປ​ດ້ວຍ​ດີ​ແລະ​ປອດ​ໄພ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ