ລັດຖະມົນຕີ​ຕ່າງປະ​ເທດ​ຈີນ: ຄວນ​ຢຸດ​ເຊົາ​ການ​ປັ້ນ​ແຕ່ງ​ກ່ຽວ​ກັບ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລ້ວ
2016-07-25 17:46:14  cri 

  ວັນ​ທີ 25 ກໍລະກົດ​ນີ້,ພາຍຫຼັງ​ໄດ້​ເຂົ້າຣ່ວມກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຕາປະ​ເທດ​ອາ​ຊຽນ-ຈີນ​ແລ້ວ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ, ​ໂດຍ​ເນັ້ນ​ວ່າ, ຜົນ​ການ​ຕັດສິນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ເປັນ​ຢຸກຢາ​ທີ່​ຜິດພາດສຳລັບ​ບັນຫາ​ນີ້, ຄວນ​ຢຸດ​ເຊົາ​ການ​ປັ້ນ​ແຕ່ງ​ຕໍ່​ໄປ​ອີກ​ແລ້ວ.

  ທ່ານ​ຫວາງ​ຢີ້ກ່າວ​ວ່າ, ຜົນ​ການ​ຕັດສິນ​ທີ່​ທຳ​ອອກ​ໂດຍສານ​ອະນຸຍາ​ໂຕ​ຕຸລາການ​ໃນ​ຫວາງ​ມໍ່ໆ​ມາ​ນີ້ ​ເປັນ​ຢຸກຢາ​ທີ່​ພິດ​ພາດ​ສຳລັບຄວາມ​ຂັດ​ແຍ້​ງກັນ​ທາງ​ທະ​ເລ​ຈີນ​ໃຕ້, ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້​ງ​ແລະ​ການ​ປັ້ນ​ແຕ່ງ​ຕ່າງໆ​​ໂດຍປິ່ນ​ອ້ອມ​ຜົນ​ການ​ຕັດສິນ​ນັ້ນ​ເຄັ່ງ​ຕຶງ​ຂຶ້ນ, ບາງປະ​ເທດ​ທີ່​ບໍ່​ຢູ່​ໃນ​ພາກ​ພື້ນ​ແຫ່ງ​ນີ້​ມີ​ຄວາມ​ຕື່ນ​ເຕັ້ນ​ຫູາຍ​ໃນ​ບັນຫາ​ນີ້, ອັນ​ໄດ້​ລົບ​ກວນ​ລະບຽບ​ການ​ປົກກະຕິ​ຂອງ​ພາກ​ພື້ນ​ແຫ່ງ​ນີ້, ທຳລາຍ​ຜົນ​ປະ​ໂຫຍ​ດລວມຂອງ​ປະ​ເທດ​ຕ່າງໆ​ທີ່ຢູ່ພາກ​ພື້ນ​ແຫ່ງ​ນີ້, ​ເຊິ່ງສະພາບ​ການ​ດັ່ງກ່າວ​ພວມ​ເຮັດ​ໃຫ້​ປະ​ເທດ​ນັບ​ມື້​ນັບ​ຫຼາຍ​ເກີດ​ຄວາມ​ວິຕົກ​ກັງວົນ​ແລະ​ມີ​ອາລົມ​ຄັດຄ້ານ. ການ​​ເປີດ​ຢາ​ທີ່​ຜິດພາດ​ບໍ່​ພຽງ​ແຕ່​ບໍ່​ສາມາດ​ປົວ​ພະຍາດ​ໃຫ້​ເຊົາ​ໄດ້​ທໍ່​ນັ້ນ, ຫາກ​ຍັງ​ຈະ​ກະທົບ​ເຖິງ​ສຸກຂະພາບ​ອີກ​ດ້ວຍ. ສະ​ນັ້ນ ພວກ​ເຮົາ​ຮຽກຮ້ອງ​ໃຫ້​ຢຸດ​ເຊົາ​ການ​ປຸກ​ປັ່ນ​ແລະ​ປັ້ນ​ແຕ່ງ​ທາງ​ການ​ເມືອງ​ທີ່​ໄຮ້​ເຫດຜົນ​ດັ່ງກ່າວ​ໂດຍ​ໄວ, ​ເພື່ອນຳ​ເອົາ​ຄວາມ​ສະຫງົບ​ໃຫ້​ແກ່​ທະ​ເລ​ຈີນ​ໃຕ້ ​ແລະ​ນຳ​ເອົາ​ສະຖຽນ​ລະ​ພາບ​ມາ​ໃຫ້​ພາກ​ພື້ນ​ແຫ່ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ