ວັດຈະນານຸກົມ​ພູມ​ສາດ​ສະບັບ​ອາ​ເມ​ລິ​ກາ​​ໄດ້​ບັນທຶກອະທິປະ​ໄຕຂອງ​ເກາະດອນ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້ຂຶ້ນ​ກັບ​ຈີນ
2016-07-25 16:38:15  cri 


ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ມາ​ນີ້, ທີ​ມຜູ້​ອ່ານ "​ເສັ້ນທາງ​ແຫ່ງ​ຊານ​ຟຣານຊິ​ສ​ໂກ" ຊາວ​ອາ​ເມ​ລິ​ກາ​ເຊື້ອສາຍ​ຈີນ ​ແລະ ພະນັກງານຫໍສະໝຸດ​ຫານ​ເຟີ່ງ​​ໂຫຼ​ໄດ້​ປະກາດ​ວ່າ: ພວກ​ຕົນ​ໄດ້​ຮ່ວມ​ກັນ​ຊື້​ວັດຈະນານຸກົມ​ພູມ​ສາດ​ທີ່​ບັນທຶກ​​ແຜນ​ທີ່​ຈີນ​ເຫຼັ້ມ​ໜຶ່ງ​ຈາກ​ນັກ​ສະ​ສົມ​ແຜນ​ທີ່ເດີມ. ​ໃນ​ວັດຈະນານຸມກົມ​ດັ່ງກ່າວ​​ມີ​ເນື້ອ​ໃນ​ຂຽນ​ຄວາມ​ຈິງວ່າ:ໝູ່​ເກາະ​ຊີ່​ຊ່າ​ແມ່ນ​ດິນ​ແດນ​ຂອງ​ຈີນ.


​ຂ່າວ​ແຈ້ງວ່າ: ປຶ້ມ​ແຜນ​ທີ່​ທັງ​ເປັນ​ວັດຈະນານຸກົມ​ພູມ​ສາດ Collier's World Atlas and Gazetteer​ ສະບັບ​ປີ 1947 ດັ່ງກ່າວ ແຕ້ມ​​ໂດຍ​ບໍລິສັດ Rand McNally ​ເຊິ່ງ​ເປັນ​ບໍລິສັດ​ພິມ​ຈຳໜ່າຍ​ແຜນ​ທີ່​ທີ່​ມີ​ອິດ​ທິພົນ​ຂອງ​ອາ​ເມ​ລິ​ກາ ​ໂດຍຢູ່​ໃນ​ປຶ້ມ​ເຫຼັ້ມ​ນີ້ໄດ້​ຂີດ​ແບ່ງ​ໝູ່​ເກາະ​ຊີ່​ຊ່າ​ເຂົ້າ​​ເປັນດິນ​ແດນ​ຂອງ​ຈີນ​ຢ່າງ​ຈະ​ແຈ້ງ.


ທ່ານນາງ ຈ່າວ​ຊື່​ຮົງ ​ເລຂາທິການ​ໃຫຍ່ສະມາຄົມ​ສະ​ສົມ​ຊາວ​ອາ​ເມ​ລິ​ກາ​ເຊື້ອສາຍ​ຈີນ​ກ່າວ​ເນັ້ນ​ວ່າ: ປື້​ມ​ແຜນ​ທີ່​ທີ່​ອາ​ເມ​ລິ​ກາ​ຮຽບຮຽງ​ແລະ​ຜະລິດ​ນັ້ນ​ເປັນ​ຫຼັກ​ຖານ​ອ້າງ​ອີງ​ທີ່​ສຳຄັນທີ່​ສຸດ​ທີ່​ໄດ້​ຢັ້ງ​ຢືນ​ວ່າ​ທະ​ເລ​ຈີນ​ໃຕ້​ຂຶ້ນ​ກັບ​ຈີນ ທັງ​ເປັນ​ການຕອບ​ໂຕ້​ຄືນຕໍ່​ຄຳ​ເວົ້າທີ່​ໄຮ້​ສາລະຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຊົ່ວຄາວກ່ຽວ​ກັບ​ຄະດີ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ທີ່​ຟີ​ລິບ​ປິນຍື່ນ​ຟ້ອງ​ວ່າ: ​ເນື່ອທີ່​ໝູ່​ເກາະ​ນານ​ຊ່າ​ບໍ່​ສົມ​ເປັນ​ເກາະ.



ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ